Homeຂ່າວພາຍ​ໃນAsiana Airlines ຍົກເລີກປີ້ບ່ອນນັ່ງໃກ້ປະຕູສຸກເສີນ ພາຍຫຼັງຜູ້ໂດຍສານເປີດປະຕູເຮືອບິນ

Asiana Airlines ຍົກເລີກປີ້ບ່ອນນັ່ງໃກ້ປະຕູສຸກເສີນ ພາຍຫຼັງຜູ້ໂດຍສານເປີດປະຕູເຮືອບິນ

Published on

ພາຍຫຼັງທີ່ຜູ້ໂດຍສານໃນສາຍການບິນ Asiana ຂອງເກົາຫຼີໃຕ້ ເປີດປະຕູຸກເສີນກາງອາກາດ ໃນວັນສຸກທີ່ຜ່ານມາ ສົ່ງຜົນໃຫ້ທາງສາຍການບິນຕ້ອງໄດ້ປະກາດ ຍົກເລີກປີ້ໂດຍສານທີ່ບ່ອນນັ່ງຕິດກັບປະຕູສຸກເສີນ.

ສາຍການບິນ Asiana Airlines ລະບຸໄວ້ວ່າ: ນັບຕັ້ງແຕ່ວັນທີ 28 ພຶດສະພາ 2023 ເປັນຕົ້ນໄປ ຈະບໍ່ມີການຂາຍປີ້ໂດຍສານ ບ່ອນນັ່ງ 31A ແລະ 26A ທີ່ຕິດກັບທາງອອກປະຕູສຸກເສີນ ເທິງເຮືອບິນຊະນິດ A321-200 ທັງ 14 ລຳຂອງສາຍການບິນ ກໍເພື່ອເປັນການປ້ອງກັນທີ່ຈະເກີດເຫດການຜູ້ໂດຍສານໄຂປະຕູສຸກເສີນອີກ ໂດຍສາຍການບິນຈະບໍ່ຂາຍປີ້ທີ່ດັ່ງກ່າວ ເຖິງວ່າຖ້ຽວບິນທີ່ມີບ່ອນນັ່ງເຕັມກໍຕາມ.

ມາດຕະການດັ່ງກ່າວນີ້ ມີຂຶ້ນພາຍຫຼັງຜູ້ໂດຍສານທ່ານໜຶ່ງເປີດປະຕູສຸກເສີນຂອງເຮືອບິນ A21-200 ຂອງສາຍການບິນ Asiana ທີ່ມີຜູ້ໂດຍສານເທິງເຮືອບິນເກືອບ 200 ຄົນ ຂະນະທີ່ເຮືອບິນກຳລັງລົງຈອດສະໜາມບິນນານາຊາດແທກູ ກຸງໂຊລ ເກົາຫຼີໃຕ້ ຈົນເຮັດໃຫ້ຜູ້ໂດຍສານຫຼາຍຄົນຕ້ອງຖືກສົ່ງໂຮງໝໍຍ້ອນການຫາຍໃຈບໍ່ສະດວກ.

ຕໍ່ມາຊາຍຜູ້ກໍ່ເຫດກໍຖືກຕຳຫຼວດຈັບ ໂດຍຜູ້ກໍ່ເຫດເວົ້າສາເຫດ ຍ້ອນວ່າຕົນຕ້ອງການອອກຈາກເຮືອບິນເພາະຮູ້ສຶກອຶດອັດ ຫາຍໃຈບໍ່ອອກ ແລະ ຕຶງຄຽດຈາກວຽກງານ.

ສານຊັ້ນຕົ້ນເມືອງແທກູໄດ້ອອກໝາຍຈັບຊາຍຜູ້ກໍ່ເຫດແລ້ວ ຈາກຂໍ້ຫາລະເມີດກົດໝາຍຄວາມໝັ້ນຄົງການເດີນອາກາດ ໂດຍໃຫ້ເຫດຜົນວ່າຜູ້ກໍ່ເຫດຈະໜີກ່ອນການພິຈາລະນາຄະດີໃນສານ ຊາຍຄົນດັ່ງກ່າວອາດຖືກຕັດສິນຈຳຄຸກສູງສຸດ 10 ປີ ຖ້າສານຕັດສິນວ່າມີຄວາມຜິດແທ້.

ແຫຼ່ງຂ່າວ ອັລຈາຊີລາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...