spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດໄດ້ຮັບຮອງເອົາທິດທາງແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2023

ສະພາແຫ່ງຊາດໄດ້ຮັບຮອງເອົາທິດທາງແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2023

Published on

ອີງຕາມມະຕິ ກອງປະຊຸມສະພາແຫ່ງຊາດ ເລກທີ 63/ສພຊ, ລົງວັນທີ 9/12/22, ສະພາແຫ່ງຊາດໄດ້ຮັບຮອງເອົາທິດທາງແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2023 ຕາມການລາຍງານຂອງລັດຖະບານ ແລະ ການສະເຫນີຂອງກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ຊຶ່ງໄດ້ມີການວາງຄາດຫມາຍສູ້ຊົນ

ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ໄວ້ທີ່ 38.448 ຕື້ກີບ ເທົ່າກັບ 16,42% ຂອງ ລວມຍອດຜະລິດຕະພັນພາຍໃນ (GDP) ຊຶ່ງມູນຄ່າ GDP ເທົ່າກັບ 234.160 ຕື້ກີບ ໂດຍ ໃນນີ້ລາຍຮັບພາຍໃນ 34.898 ຕື້ກີບ (ລາຍຮັບພາສີ-ອາກອນ 29.460 ຕື້ກີບ, ລາຍຮັບບໍ່ແມ່ນ ພາສີ-ອາກອນ 5.438 ຕື້ກີບ ແລະ ລາຍຮັບການຊ່ວຍເຫຼືອ ເສີມ 3.550 ຕື້ກີບ)

ຂະນະທີ່ລາຍຈ່າຍທັງຫມົດທີ່ໄດ້ຮັບຮອງແມ່ນ 43.498 ຕື້ກີບເທົ່າກັບ 18,58% ຂອງGDP ຊຶ່ງໃນນີ້ ລາຍຈ່າຍບໍລິຫານປົກກະຕິ 29.030 ຕື້ກີບ (ເງິນເດືອນ ແລະ ເງິນອຸດຫນູນ 13.300 ຕື້ກີບ; ເງິນນະໂຍບາຍ ແລະ ເງິນຊ່ວຍຫນູນ 2.000 ຕື້ກີບ; ເງິນບໍລິຫານປົກກະຕິ 2.950 ຕື້ກີບ; ເງິນດັດສົມ, ສົ່ງຊ່ວຍຫນູນ, ບໍາລຸງ 2.350 ຕື້ກີບ; ລາຍຈ່າຍ ການເງິນ 7.630 ຕື້ກີບ; ລາຍຈ່າຍບັງເອີນອື່ນໆ 600 ຕື້ກີບ ແລະ ລາຍຈ່າຍຊື້ຊັບສົມບັດຄົງທີ່ 200 ຕື້ກີບ).

ສ່ວນ ລາຍ ຈ່າຍລົງທຶນ 14.468 ຕື້ກີບ ຊຶ່ງໃນນີ້ ລາຍຈ່າຍລົງທຶນພາຍໃນ 4.218 ຕື້ ກີບ (ລາຍຈ່າຍລົງທຶນປົກກະຕິ 2.500 ຕື້ກີບ ປະກອບມີ ໂຄງການຊໍາລະຫນີ້ສິນ 60%, ໂຄງການສືບຕໍ່ 30% ແລະ ໂຄງການໃຫມ່ 10%; ລາຍຈ່າຍບ້ວງອື່ນໆ 1.818 ຕື້ກີບ ປະກອບມີ ກອງທຶນທາງ 700 ຕື້ກີບ, ຫັນຊັບສິນເປັນທຶນ 2 ຕື້ກີບ; ບ້ວງປະກອບທຶນ 200 ຕື້ກີບ; ບ້ວງຈົດຮັບ-ຈົດຈ່າຍ ແລະ ລົງທຶນອື່ນໆ 916 ຕື້ກີບ). ລາຍຈ່າຍລົງທຶນຕ່າງປະເທດ ເປັນໂຄງການ 10.150 ຕື້ກີບ (ລາຍຈ່າຍຊ່ວຍເຫຼືອ ເປັນໂຄງການ 3.550 ຕື້ກີບ; ລາຍ ຈ່າຍກູ້ ຢືມເປັນໂຄງການ 6.600 ຕື້ ກີບ). ນອກນີ້, ຍັງສະເຫນີ ໃຫ້ ຈັດສັນບ້ວງເງິນເກີນແຜນ ປີ 2022 ຕາມການຄາດຄະເນ້ພີ່ມໃຫ້ຂົງເຂດ ວັດທະນະທຳ-ສັງຄົມ ແລະ ຂົງເຂດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ທີ່ເປັນບຸລິມະສິດ ບໍ່ໃຫ້ຫຼຸດ 200 ຕື້ກີບ ແລະ ຈັດສັນຈຳນວນ 20 ຕື້ກີບສຳລັບວຽກງານອອກໃບຕາດິນ.

ທີ່ມາ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...