Homeຂ່າວພາຍ​ໃນຊີ້ແຈງສາເຫດປາຕາຍຢູ່ນ້ຳຊຳ

ຊີ້ແຈງສາເຫດປາຕາຍຢູ່ນ້ຳຊຳ

Published on

ຈາກບັນຫາປາຕາຍຈໍານວນຫລາຍທີ່ເກີດຂຶ້ນຢູ່ສາຍນໍ້າຊໍາໃນວັນທີ 18 ພຶດສະພາ 2023 ຜ່ານມານີ້, ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ຢາກຮູ້ເຖີງສາ ເຫດທີ່ເກີດຂຶ້ນ.

ກ່ຽວກັບບັນຫານີ້, ທ່ານ ຄໍາ ໂຮມມີໄຊ, ເຈົ້າເມືອງ ເມືອງວຽງໄຊ, ແຂວງຫົວພັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 23 ພຶດສະພານີ້ວ່າ: ໃນວັນທີ 18 ພຶດສະພານີ້, ມີປະຊາຊົນຢູ່ ບ້ານດ່ານເພົ້າ ແຈ້ງວ່າມີປາຕາຍຈໍານວນຫລາຍຢູ່ກ້ອງເຂື່ອນນໍ້າສິງພາວເວີ ຫລື ເຂື່ອນແກ້ງລິດ.

ຈາກນັ້ນທາງການນຳເມືອງ ໄດ້ແຕ່ງຕັ້ງຫ້ອງວ່າການ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະນັກງານບໍ່ແຮ່ ເພື່ອກວດກາຕົວຈິງ ເຫັນວ່າເປັນຄວາມຈິງແທ້ ແລະ ສາເຫດການຕາຍຂອງປານັ້ນ ແມ່ນທາງບໍລິສັດໄດ້ອະນາໄມອຸໂມງເຂື່ອນ ເຮັດໃຫ້ມີສານປົ່ນເປຶ້ອນແຕ່ບໍ່ໄດ້ເອົານໍ້າເຂົ້າຫລາຍ ຫລັງຈາກນັ້ນໄດ້ປ່ອຍນໍ້າລົງໄປຈຶ່ງເຮັດໃຫ້ນັບແຕ່ກ້ອງເຂື່ອນລົງໄປຫາເຂດ ບ້ານດ່ານເພົ້າ ມີປາຕາຍເກີດຂຶ້ນ, ຈາກນັ້ນ ທາງເມືອງໄດ້ແຈ້ງເຕືອນບໍ່ໃຫ້ປະຊາຊົນ ນໍາເອົາປາທີ່ຕາຍໄປບໍລິໂພກ ຫລື ນໍາໄປຂາຍ, ແຕ່ບັນຫາປາຕາຍແມ່ນເກີດຂຶ້ນສະເພາະໃນວັນທີ 18 ພຶດສະພາເທົ່ານັ້ນ ເພາະໄດ້ຮັບການແກ້ໄຂເຂົ້າສູ່ສະພາບປົກກະຕິ.

ຢ່າງໃດກໍຕາມ ມາຮອດວັນທີ 22 ພຶດສະພານີ້ ໄດ້ມີຂ່າວວ່າເກີດມີປາຕາຍຈຸດກໍ່ສ້າງເຂື່ອນນໍ້າຊໍາ 3 ເຮັດໃຫ້ມີປາຕາຍຈໍານວນຫລາຍໄຫລລົງໄປຕາມສາຍນໍ້າຊໍາພາຍໃນເມືອງຊໍາໃຕ້, ແຕ່ມີຫົວງານຢູ່ເມືອງວຽງໄຊ ແລະ ປາທີ່ຕາຍກໍມີຈໍານວນຫລາຍກວ່າປາທີ່ຕາຍຢູ່ພາຍໃນເມືອງວຽງໄຊ, ຈາກນັ້ນພາກສ່ວນກ່ຽວຂ້ອງ ກໍຄື ອົງການປົກຄອງເມືອງຊໍາໃຕ້ ໄດ້ອອກແຈ້ງການຫ້າມປະຊາຊົນບໍລິໂພກປາທີ່ຕາຍ ແລະ ໄດ້ນໍາເອົາປາດັ່ງກ່າວໄປວິໄຈ ເຊີ່ງປັດຈຸບັນຍັງບໍ່ທັນຮູ້ສາເຫດເທື່ອ.

ທ່ານ ຄໍາ ໂຮມມີໄຊ ໃຫ້ຮູ້ຕື່ມວ່າ: ສະເພາະກໍລະນີປາຕາຍຢູ່ເມືອງວຽງໄຊ, ແມ່ນເກີດຢູ່ເຂດວັງຫວງຫ້າມຂອງບ້ານທີ່ຢູ່ເຂດກ້ອງເຂື່ອນ ເຊີ່ງອົງການປົກຄອງເມືອງໄດ້ແນະນໍາໃຫ້ບໍລິສັດທີ່ກ່ຽວຂ້ອງກວດກາຄືນ ແລະ ແກ້ໄຂໃຫ້ລະອຽດເພື່ອບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ. ນອກຈາກນີ້ ທາງບໍລິສັດໄດ້ນໍາເອົາງເງິນຈໍານວນໄປຊົດເຊີຍຜົນເສຍຫາຍຂອງປະຊາຊົນ ກໍຄື ຊົດເຊີຍຄ່າປາທີ່ຕາຍໄປແລ້ວຈໍານວນໜຶ່ງ ແລະ ໃນຕໍ່ໜ້າທາງບໍລິສັດຈະຊ່ວຍເຫລືອພັນປາໃຫ້ປະ ຊາຊົນນໍາໄປປ່ອຍທົດແທນປາທີ່ຕາຍໄປ.
​ຢ່າງໃກກໍຕາມ, ທ່ານເຈົ້າເມືອງວຽງໄຊ ໄດ້ຮຽກຮ້ອງມາຍັງບໍລິສັດທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ໃຫ້ຫລາຍຂຶ້ນໃນການດໍາເນີນໂຄງການຕ້ອງຄໍານຶງເຖີງສະພາບສິ່ງແວດລ້ອມເປັນສໍາຄັນ ເພາະມັນກະທົບໂດຍກົງຕໍ່ປະຊາຊົນທີ່ຢູ່ໃກ້ຄຽງ, ພ້ອມນີ້ ຮຽກຮ້ອງໃຫ້ປະຊາຊົນຢ່ານໍາເອົາປາທີ່ຕາຍໄປບໍລິໂພກ ຫລື ນໍາໄປຂາຍຢ່າງເດັດຂາດ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...