spot_img
Homeຂ່າວຕ່າງປະເທດໜຸ່ມລາວ ປອມບັນຊີ ຕົວະເອົາເງິນປະຊາຊົນໄທເກືອບ 2 ຕື້ກີບ

ໜຸ່ມລາວ ປອມບັນຊີ ຕົວະເອົາເງິນປະຊາຊົນໄທເກືອບ 2 ຕື້ກີບ

Published on

ໃນວັນທີ 22 ພຶດສະພາ 2023 ຜ່ານມາ, ເຈົ້າໜ້າທີ່ໄທ ນຳກຳລັງຈັບກຸມ ທ້າວ ຄານເຊ ແກ້ວບຸນຕາ ອາຍຸ 21 ປີ ສັນຊາດລາວ ຕາມໜາຍຈັບແຂວງຊຽງໃຫມ່ຂໍ້ຫາ: ຮ່ວມກັນສໍ້ໂກງປະຊາຊົນ ແລະ ຮ່ວມກັນເຂົ້າສູ່ລະບົບຄອມພິວເຕີ ເຊິ່ງຂໍ້ມູນອັນເປັນເທັດ ເຊິ່ງໃນການຈັບກຸມຄັ້ງນີ້ ຈັບໄດ້ທີ່ດ່ານກວດຄົນເຂົ້າເມືອງແຂວງໜອງຄາຍ ບ້ານມີໄຊ ແຂວງໜອງຄາຍ ເນື່ອງຈາກກ່ອນໜ້ານີ້ມີຜູ້ເສຍຫາຍເຂົ້າແຈ້ງຄວາມກັບຕຳຫຼວດ ວ່າຖືກ ທ້າວ ຄານເຊ ໃຊ້ບັນຊີເຟສບຸກປອມເປັນຜູ້ຍິງ ເຂົ້າມາຕີສະໜິດ ກ່ອນຊວນໃຫ້ໄປຮ່ວມລົງທຶນລົງທຶນຊັບສິນດິຈິຕອນ ກັບ ແອັບຟິເຄຊັ່ນ Okx888 ໂດຍອ້າງວ່າຜົນຕອບແທນສູງ ຈົນເຫຍື່ອລົງເຊື່ອນຳເງິນຮ່ວມລົງທຶນເກືອບລ້ານບາດ ຈາກນັ້້ນ ທ້າວ ຄານເຊ ກໍເອົາເງິນແລ້ວຫຼົບໜີ.

ພາຍຫຼັງ​ຮັບ​​ເລື່ອງ​ດັ່ງກ່າວ​ແລ້ວ, ຈຶ່ງ​ໄດ້​ຈັດ​ຕັ້ງ​ກຳລັງ​ລົງພຶ້ນທີ່ເພື່ອຄົ້ນຫາຈຶ່ງຮູ້ວ່າ ພາຍຫຼັງໄດ້ຮັບເງິນຈາກຜູ້ເສຍຫາຍແລ້ວ, ຜູ້ຖືກຫາຈະປ່ຽນຊັບສິນດິຈິຕອນຜ່ານລະບົບ peer to peer ແລກປ່ຽນຊັບສິນດິຈິຕອລຂອງຕ່າງປະເທດ ເຊິ່ງມີມູນຄ່າການເຂົ້າບັນຊີຕ່າງປະເທດຫຼາຍກວ່າ 2,000 ລ້ານກີບ ຫຼື ປະມານ 3,9 ລ້ານບາດ

ທັງນີ້ທາງການ ສປປ ລາວ ຍັງລະບຸວ່າ: ຜູ້ຖືກຫາມີປະຫວັດຄະດີຢາເສບຕິດ, ລັກຊັບ ແລະ ພົວພັນການຟອກເງິນ ໃຫ້ກຸ່ມ ທຸລະກິດສີເທົາໃນ ສປປ ລາວ ເຊິ່ງທາງເຈົ້າໜ້າທີ່ຕຳຫຼວດ ກໍຕ້ອງການໂຕຜູ້ຖືກຫາ ແຕ່ການຕິດຕາມຕົວເປັນໄປໄດ້ຍາກ ເນື່ອງຈາກຜູ້ກ່ຽວບໍ່ມີທີ່ຢູ່ເປັນຫຼັກແຫຼ່ງ ແລະ ມັກຂ້າມໄປມາລະຫວ່າງສອງປະເທດ ເພື່ອຫາເຫຍື່ອມາລົງທຶນ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ຮວບຮວມຫຼັກຖານເພື່ອຮ້ອງຂໍໃຫ້ສານອອກໝາຍຈັບກ່ອນຮູ້ວ່າ ທ້າວ ຄານເຊ ກໍາລັງກະກຽມອອກຈາກປະເທດ ຈຶ່ງໄດ້ນຳກຳລັງເຂົ້າຈັບຕົວຜູ້ກ່ຽວ ຈາກການ​ສອບ​ສວນ ຜູ້ກ່ຽວຮັບສາ​ລະ​ພາບ​ ດັ່ງນັ້ນ, ຈຶ່ງໄດ້ນຳຕົວໄປດຳເນີນຄະດີຕາມກົດໝາຍ.

ທີ່ມາ: ເດລີນິວ ອອນລາຍ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...