Homeແຈ້ງການເມືອງຊຳໃຕ້ອອກແຈ້ງການ ຫ້າມບໍລິໂພກ ຫຼື ກິນ ປາທີ່ຕາຍແບບບໍ່ຮູ້ສາເຫດ

ເມືອງຊຳໃຕ້ອອກແຈ້ງການ ຫ້າມບໍລິໂພກ ຫຼື ກິນ ປາທີ່ຕາຍແບບບໍ່ຮູ້ສາເຫດ

Published on

ເມືອງຊໍາໃຕ້ ຫ້ອງການ ຊສ ເມືອງ ອອກແຈ້ງການກ່ຽວກັບການຫ້າມບໍລິໂພກປາ ຫຼື ກີນປາ ທີ່ຕາຍຈາກການຕາຍບໍ່ຮູ້ສາຍເຫດຢູ່ຕາມສາຍນໍ້າຊໍາໃນປະຈຸບັນ.

ອີງຕາມ: ຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ 103/ຈມ. ລົງວັນທີ 12 ມີນາ2023ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ.
ອີງຕາມ:ບົດບັນທຶກກອງປະຊຸມທາງດ້ານວິຊາການຂອງເມືອງກັບບໍລິສັດກໍ່ສ້າງເຂື່ອນໄຟຟ້ານໍ້າຊາ3 ແລະ ຜົນ ການລົງກວດກາຢູ່ພາກສະຫນາມຂອງທີມງານຫ້ອງການກ່ຽວຂ້ອງຂອງເມືອງຄັ້ງວັນທີ 22 ພຶດສະພາ 2023.
ອີງຕາມ ການເນາະນໍາຂອງຄະນະຫ້ອງການສາທາລະນາສຸກເມືອງ ແລະ ການນໍາເມືອງຄັ້ງວັນທີ່ 22 ພືດສະພາ
2023.

ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຊໍາໃຕ້ຂໍຖືເປັນກຽດ ແຈ້ງການເຖິງພະນັກ ງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານຢູ່ລຽບຕາມສາຍນໍ້າຊໍາ ແລະ ບັນດາບ້ານໃກ້ຄຽງ ໃນ ທົ່ວເມືອງຊໍາໃຕ້ ແຂວງຫົວພັນຮັບຊາບວ່າ: ໃນຕອນເຊົ້າຂອງວັນທີ 22 /5/2023 ເຊິ່ງໄດ້ຮັບແຈ້ງຈາກປະຊາຊົນ ບ້ານດ່ານໄຊ ເມືອງວຽງໄຊ. ໄດ້ພົບເຫັນປ່າຕາຍຈໍານວນຫຼວງຫຼາຍເຊີງມີເຫດການຈາກຈຸດກໍ່ສ້າງເຂື່ອນໄຟຟ້ານໍ້າ 3. ປາຈໍານວນດັ່ງກ່າວແມ່ນໄຫຼລົງຕາມສາຍນໍ້າເຊີ່ງບໍ່ຮູ້ສາຍເຫດປະກົດການແບບນີ້ແມ່ນບໍ່ເຄີຍເກີດຂື້ນມາ ກ່ອນ. ໃນປະຈຸບັນເຈົ້າຫນ້າທີ, ພາກສ່ວນກ່ຽວຂ້ອງກໍາລັງເລັ່ງຊອກຫາສາຍເຫດ ແລະ ນໍາປາດັ່ງກ່າວໄປວິໄຈຫາ ສານຜິດທີ່ກໍ່ໃຫ້ເກີດການຕາຍຂອງປາ. ເພາະສະນັ້ນຫາມທຸກພາກສ່ວນ, ພໍ່ ແມ່ປະຊາຊົນນໍາເອົາປາທີ່ໃນຂອບເຂດ ດັ່ງກ່າວມາບໍລິໂພກ ແລະ ຫ້າມ ຊື້-ຂາຍ.
ດັ່ງນັ້ນ, ຈົງປະກາດແຈ້ງການມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງ ປະຕິບັດຢ່າງເຂັ້ມງວດດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...