spot_img
Homeຂ່າວພາຍ​ໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ

Published on

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ (ລລທ) ສະໄໝທີ V ຈັດຂຶ້ນວັນທີ 18-19 ພຶດສະພາ 2023 ຢູ່ບໍລິສັດດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ກາານສື່ສານ ເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມີສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ກາານສື່ສານ ມີບັນດາຄະນະພັກຮາກຖານ ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທີ່ຂຶ້ນກັບ ຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊືມເອກະສານ ຄື:ຄໍາສັ່ງວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະບໍລິຫານງານກາງສະໄໝ ຂອງຄະນະບໍລິຫານງານແຕ່ລະຂັ້ນ ສະບັບເລກທີ 268/ຄລສພ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ຄຈສພ ຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 74/ຄກສພ ຮັບຟັງລາຍງານບົດສະຫຼຸບການຊີ້ນໍາ-ນໍາພາ ຂອງຄະນະພັກຮາກຖານກາງສະໄໝ (2019-2023) ແລະ ແຜນການຕໍ່ໜ້າ (2023-2025) ສະເໜີໂດຍຄະນະພັກຮາກຖານ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຮາກຖານ ສະເໜີໂດຍຮອງເລຂາຄະນະພັກຮາກຖານ ແລະ ການປະກອບຄໍາເຫັນໃສ່ບົດສະຫຼຸບການຊີ້ນໍາ-ນໍາພາ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຮາກຖານ ລລທ ຢ່າງພາວະວິໄສ ກົງໄປກົງມາ ສະແດງໃຫ້ເຫັນໄດ້ດ້ານທີ່ພົ້ນເດັ່ນ ແລະ ດ້ານຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງປັບປຸງແກ້ໄຂ ນອກຈາກນັ້ນ ກອງປະຊຸມຍັງໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ບຸກຄົນ ໃນຄະນະພັກຮາກຖານ ລລທ.

ສໍາລັບການນໍາພາທາງດ້ານວຽກງານວິຊາສະເພາະ ມາຮອດປັດຈຸບັນ ລາວໂທລະຄົມມະນາຄົມ ມີສະຖານີມືຖືທັງໝົດ 10.972 ສະຖານີ (ເພີ່ມຂຶ້ນຈາກປີ 2019 ຈໍານວນ 2.783 ສະຖານີ) ສັນຍານໂທລະສັບມືຖືສາມາດກວມເອົາ 75% ຂອງປະຊາກອນທົ່ວປະເທດ (ເພີ່ມຂຶ້ນ 17%) ທຽບໃສ່ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຂອງລັດຖະບານ ກໍຄືກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 90% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງໄວ້ ແນວໃດກໍຕາມ ໄລຍະຜ່ານມາສາມາດສ້າງລາຍຮັບໄດ້ 6.300 ຕື້ກວ່າກີບ ມີກໍາໄລສຸດທິ 802,64 ຕື້ກີບ ແລະ ສາມາດມອບພັນທະໃຫ້ລັດຖະບານໄດ້ 1.164 ຕື້ກີບ.

ທີ່ມາ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...