spot_img
Homeຂ່າວພາຍ​ໃນຜົນກະທົບໂຄງການສາຍສົ່ງໄຟຟ້າແຮງສູງ 500 ກວ ລາວ-ຈີນ

ຜົນກະທົບໂຄງການສາຍສົ່ງໄຟຟ້າແຮງສູງ 500 ກວ ລາວ-ຈີນ

Published on

ໃນວັນທີ 9 ພຶດສະພາ 2023 ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລືແບບມີສ່ວນຮ່ວມຂັ້ນແຂວງ ເພື່ອຜ່ານບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 ກິໂລວັດ ລາວ-ຈີນ ໂດຍສະເພາະ ຢູ່ເບື້ອງລາວ ປະກອບມີ ເມືອງນາໝໍ້ ແຂວງອຸດົມໄຊ ຫາ ເມືອງຫຼວງນໍ້າທາ ແຂວງ ຫຼວງນໍ້າທາ.

ໃນກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ສະໂມສອນທະຫານ ແຂວງຫຼວງນໍ້າທາ ໂດຍການເປັນປະທານຮ່ວມ ຂອງທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ສຸກສັນ ພົນປະດິດ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ແລະ ທ່ານ ຄອນສີ ໄຊຍະມອນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ປອ ວົງສະຫວັນ ໄຊຍະວົງ ເຈົ້າເມືອງນາໝໍ້, ຜູ້ຕາງໜ້າຈາກ ບໍລິສັດ China Southern Power Grid Yunnan Internationl Co., Ltd, ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາຂອງໂຄງການ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການ. ພາຍຫຼັງໄດ້ຮັບຟັງ ການສະເໜີ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການ ດັ່ງກ່າວແລ້ວ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນໃສ່ເນື້ອໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການດັ່ງກ່າວ ເພື່ອເຮັດໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ ກໍຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນຕ້ອງມີມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ.

ໃນຕອນທ້າຍ ປະທານກອງປະຊຸມ ໄດ້ສະຫຼຸບຜົນການປຶກສາຫາລືຂອງກອງປະຊຸມຄັ້ງນີ້ ແລະ ແນະນໍາໃຫ້ ບໍລິສັດດັ່ງກ່າວ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ນໍາເອົາຄໍາເຫັນຂອງຜູ້ແທນກອງປະຊຸມໄປຄົ້ນຄວ້າປັບປຸງບົດລາຍງານ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ສົມບູນ ຕາມທີ່ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ຍົກຂຶ້ນໃນແຕ່ລະບັນຫາ ແລະ ມາດຕະການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃນແຕ່ລະດ້ານ ຕ້ອງໄດ້ຮັບການແກ້ໄຂຢ່າງມີບ່ອນອີງໜັກແໜ້ນ ແລະ ຖືກຕ້ອງຕາມລະບຽບການ.

ທີ່ມາ MONRE ກຊສ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...