Homeຂ່າວເຫດການເຫດການບຸກລຸກເນື້ອທີ່ທໍາການຜະລິດຂອງປະຊາຊົນ ທີ່ເມືອງສະໜາມໄຊ ແຂວງອັດຕະປື

ເຫດການບຸກລຸກເນື້ອທີ່ທໍາການຜະລິດຂອງປະຊາຊົນ ທີ່ເມືອງສະໜາມໄຊ ແຂວງອັດຕະປື

Published on

ພາຍຫລັງທີ່ມີຂ່າວອອກຜ່ານສື່ສັງຄົມອອນລາຍກ່ຽວກັບ ມີນາຍທຶນເຂົ້າໄປບຸກລຸກເນື້ອທີ່ທໍາການຜະລິດຂອງ ປະຊາຊົນຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ໃນວັນທີ 13 ພຶດສະພາ 2023 ນີ້ ເຮັດໃຫ້ເກີດມີຫາງສຽງວິພາກວິຈານຫລາຍສົມຄວນຜ່ານສື່ດັ່ງກ່າວ.

ຕໍ່ບັນຫາທີ່ເກີດຂຶ້ນ, ທ່ານ ພູວັນ ມະນີໂຊດ ຮອງເລຂາພັກເມືອງສະໜາມໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນ ທີ 15 ພຶດສະພາ 2023 ນີ້ ວ່າ: “ຄະນະພັກ-ອົງການປົກ ຄອງເມືອງ ແລະ ແຂວງ ໄດ້ຮັບຮູ້ເລື່ອງນີ້ແລ້ວໂດຍຜ່ານການລົງຂ່າວຜ່ານສື່ສັງຄົມອອນລາຍຂອງພົນລະເມືອງວ່າ ມີບໍລິສັດເຂົ້າໄປບຸກລຸກເນື້ອທີ່ທໍາການຜະລິດຂອງປະຊາຊົນ, ເຊີ່ງປັດຈຸບັນກໍາລັງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເຄື່ອນໄຫວເກັບກໍາຂໍ້ມູນ ແລະ ກວດກາກ່ຽວກັບສາເຫດວ່າເກີດຂຶ້ນໄດ້ແນວໃດ, ແຕ່ປັດຈຸບັນຍັງບໍ່ທັນຮູ້ຢ່າງລະອຽດ ແລະ ບໍ່ທັນສາມາດສະຫລຸບໄດ້ເທື່ອວ່າເປັນການບຸກລຸກແທ້ ຫລື ພາກສ່ວນໃດທີ່ມີການເຄື່ອນໄຫວບໍ່ຖືກຕ້ອງຈົນເຮັດໃຫ້ມີບັນຫາເກີດຂຶ້ນ”

ສໍາລັບຈຸດທີ່ເກີດເຫດແມ່ນຢູ່ເຂດບ້ານໜອງຫີນ-ບ້ານໄຊດອນໂຂງ, ເຂດດັ່ງກ່າວເປັນພື້ນທີ່ປ່າປ້ອງກັນພູພຽງບໍລະເວນຕິດກັບປ່າຜະລິດເຊຄໍາພໍ-ແປງວິໄລ, ແຕ່ຈຸດທີ່ມີບັນຫາອາດນອນໃນເຂດປ່າຜະລິດເຊຄໍາພໍ-ແປງວິໄລ ທີ່ລັດຈັດສັນໄວ້ໃຫ້ທໍາການຜະລິດ ເຊີ່ງປະຊາຊົນທໍາການຜະລິດຫລາຍຢ່າງໃນການການປູກຝັງ ເປັນຕົ້ນ: ກາເຟ, ປູກມັນຕົ້ນ ແລະ ອື່ນໆ.

ທ່ານຢືນຢັນວ່າ: ກ່ຽວກັບບັນຫາທີ່ເກີດຂຶ້ນ ທາງພາກລັດ ກໍຄື ຄະນະພັກ-ອົງການປົກຄອງເມືອງ ແລະ ບ້ານທີ່ກ່ຽວຂ້ອງແມ່ນເອົາໃຈໃສ່ ແລະ ບໍ່ໄດ້ປ່ອຍປະໃນເລື່ອງນີ້ແຕ່ຢ່າງໃດ. ຢ່າງໃດກໍຕາມ ໃນການຄຸ້ມຄອງກ່ຽວກັບທີ່ດິນປ່າ ໄມ້ເປັນເລື່ອງທີ່ສັບສົນ ເຊີ່ງພາກລັດ ກໍຄືພາກສ່ວນກ່ຽວຂ້ອງຕ້ອງໄດ້ອອກແຮງຄຸ້ມຄອງໃຫ້ດີ, ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງສັງຄົມ ເມື່ອໄດ້ຮັບຮູ້ຂ່າວຜ່ານສື່ສັງຄົມອອນລາຍ ຕ້ອງໄດ້ພິຈາລະນາໃຫ້ລະອຽດກ່ອນວ່າສາເຫດມາຈາກໃສ ແລະ ອັນໃດເປັນຄວາມຈິງ ເພາະບາງຄັ້ງຜູ້ທີ່ລົງຂ່າວຜ່ານສື່ດັ່ງກ່າວບໍ່ໄດ້ພິຈາລະນາຢ່າງລະອຽດ ຈະເຮັດໃຫ້ຂ່າວດັ່ງກ່າວບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ ສົ່ງຜົນໃຫ້ສັງຄົມບໍ່ເຂົ້າໃຈ ແລະ ວິພາກວິຈານຕໍ່ພາກສ່ວນຕ່າງໆ, ເພາະໃນຄວາມເປັນຈິງແລ້ວ ກ່ຽວກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ບໍ່ວ່າໃນຂັ້ນໃດໃນປັດຈຸບັນ ແມ່ນມີຄວາມເອົາໃຈໃສ່ເປັນປົກ ກະຕິ ແລະ ບໍ່ໄດ້ປະປ່ອຍ, ເອົາໃຈໃສ່ແກ້ໄຂບັນຫາເຊີ່ງອາດຈະໄວ ຫລື ຊ້າ ແມ່ນຂຶ້ນກັບແຕ່ລະກໍລະນີ, ສະນັ້ນ ທຸກພາກສ່ວນທີ່ຮັບຮູ້ຂ່າວຈົ່ງພິຈາລະນາ, ຖ້າວ່າມີຈຸດປະສົງຢາກເຂົ້າຮ່ວມແກ້ໄຂບັນຫາໃດໃຫ້ໄປພົວພັນກັບພາກສ່ວນທີ່ກ່ຽວຂ້ອງໂດຍກົງຈຶ່ງຈະໄດ້ຄໍາຕອບທີ່ຈະແຈ້ງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...