spot_img
Homeຂ່າວການຮ່ວມມືໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ

ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ

Published on

ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ຈະເປີດໂອກາດໃຫ້ມີການຮ່ວມມືເພື່ອສະໜັບສະໜູນການຫັນປ່ຽນດ້ານພະລັງງານແບບຍືນຍົງຂອງ ສປປລາວ ໃຫ້ກ້ວາງອອກ, ໂດຍຈະສຸມໃສ່ການວາງແຜນທີ່ເຂັ້ມແຂງ ແລະ ສ້າງໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບເຕັກໂນໂລຊີໃຫມ່ຂອງ ພະລັງງານທົດແທນ.

ວັນທີ 15 ພຶດສະພາ, , ພະນະທ່ານ ນາງ ເພັນນີ ວອງ, ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ, ພ້ອມດ້ວຍ ພະນະທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ, ໄດ້ຮ່ວມກັນລົງນາມ ໃນຂໍ້ຕົກລົງເພີ່ມຕື່ມ ສຳລັບ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ. ການລົງນາມດັ່ງກ່າວ ແມ່ນ ໄດ້ຮັບກຽດເປັນສັກຂີພິຍານ ໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ຂະແໜງພະລັງງານ ເປັນຂະແໜງທີ່ສຳຄັນ ຕໍ່ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ ແລະ ແມ່ນເປົ້າໝາຍຂອງລັດຖະບານ ຕໍ່ການພັດທະນາເສດຖະກິດຕາມທິດສີຂຽວ ທີ່ຈະນຳໄປສູ່ການ ເຮັດໃຫ້ ສປປ ລາວ ພົ້ນອອກຈາກສະຖານະພາບ ການເປັນປະເທດດ້ອຍພັດທະນາ ພ້ອມທັງຈະຊ່ວຍ ເຮັດໃຫ້ ສປປ ລາວ ບັນລຸໄດ້ເປົ້າໝາຍດ້ານດິນຟ້າອາກາດ ທີ່ໄດ້ວາງໄວ້.

ພະນະທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວວ່າ “ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ແມ່ນມີຈຸດປະສົງ ເພື່ອ ຕອບສະໜອງ ຄວາມຕ້ອງການໃນດ້ານການພັດທະນາ ໂດຍສະເພາະ ທາງດ້ານການພັດທະນາພະລັງງານທົດແທນແບບຍືນຍົງ ຢູໃນ ສປປ ລາວ. ໂຄງການດັ່ງກ່າວ ຈະໄດ້ມີການໃຫ້ການຊ່ວຍເຫຼືອທາງດ້ານ ວິຊາການ ແນ່ໃສ່ເພື່ອ ສ້າງຄວາມເຂັ້ມແຂງ ແລະ ເສີມສ້າງຄວາມເຂົ້າໃຈ ໃນດ້ານວຽກງານການວາງແຜນນະໂຍບາຍຂອງຂະແໜງພະລັງງານໃຫ້ດີຂື້ນ”.

ພະນະທ່ານ ໂພລ ແຄລລີ ໄດ້ກ່າວວ່າ “ທັງສອງປະເທດ ສປປ ລາວ ແລະ ອົດສະຕຣາລີ ພວມຫັນປ່ຽນດ້ານພະລັງງານເພື່ອຊຸກຍູ້ການເຕີບໃຫ່ຍຂະຫຍາຍຕົວດ້ານເສດຖະກິດ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ. ຢູ່ອົດສະຕຣາລີ ແຕ່ນີ້ ຮອດປີ 2030 ພວກເຮົາພວມຫັນປ່ຽນຂະແໜງໄຟຟ້າ ໂດຍມີຄາດຫມາຍ ທີ່ຈະນຳໃຊ້ໄຟຟ້າຈາກພະລັງງານທົດແທນ ໃຫ້ໄດ້ ເປັນ ອັດຕາສ່ວນ 82 ສ່ວນຮ້ອຍ. ພວກເຮົາມີປະສົບການຫຼາຍໃນດ້ານນີ້ ທີ່ສາມາດແບ່ງປັນ ເຊັ່ນ ດ້ານການວາງແຜນພະລັງງານ ແລະ ເຕັກໂນໂລຊີ ທີ່ຊ່ວຍຫລຸດຜ່ອນການປ່ອຍອາຍຜິດກາກບອນ ເພື່ອສະໜັບສະໜູນເປົ້າໝາຍດ້ານພະລັງງານທີ່ວາງໄວ້ຂອງ ສປປລາວ.
ໂດຍຜ່ານ ໂຄງການດ້ານພື້ນຖານໂຄງລ່າງ (P4I) ຂອງອົດສະຕຣາລີ, ຫນ່ວຍງານດັ່ງກ່າວ ຈະຈັດຕັ້ງປະຕິບັດ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ໂດຍການຮ່ວມມື ກັບກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ. ຄາດວ່າ ງົບປະມານໄລຍະເບື້ອງຕົ້ນ ຂອງໂຄງການນີ້ ແມ່ນ 3 ລ້ານໂດລາອົດສະຕຣາລີ (ປະມານ 2 ລ້ານໂດລາ ສະຫະລັດ).

ໂຄງການ ໄດ້ມີການຈັດຕັ້ງປະຕິບັດບາງກິດຈະກຳເບື້ອງຕົ້ນ ໂດຍສືບເນື່ອງຈາການຮ່ວມມືທີ່ມີຢູ່ອັນຍາວນານ ແລະ ທັງເປັນການສ້າງພື້ນຖານທີ່ເຂັ້ມແຂງສໍາລັບການຮ່ວມ ໃນໂຄງການນີ້, ທັງນີ້ມັນຍັງເປັນການສະທ້ອນໃຫ້ເຫັນຄຳໝັ້ນສັນຍາ ຂອງພວກເຮົາທີ່ມີຮ່ວມກັນ ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ. ການໄປຢ້ຽມຢາມ ອົດສະຕຣາລີ ຫວ່າງບໍ່ດົນນີ້ ແລະ ການເຮັດບົດສຶກສາຄົ້ນຄ້ວາທີ່ກຳລັງດຳເນີນຢູ່ ຕໍ່ກັບທ່າແຮງ ໃນການພັດທະນາ ອຸດສະຫະກຳໄຮໂດຣເຈນ ຂອງ ສປປ ລາວ. ໃນປີ 2022, ພວກເຮົາ ໄດ້ຈັດກອງປະຊຸມໂຕະມົນດ້ານພະລັງງານ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ກັບ ໜ່ວຍງານຄຸ້ມຄອງພະລັງງານ ຂອງອົດສະຕຣາລີ ລວມເຖິງ ການໄປຢ້ຽມຢາມປະເທດໄທ ໃນຫົວຂໍ້ກ່ຽວກັບ ການພັດທະນາພະລັງງານແບບຍືນຍົງ. ນອກຈາກນີ້, ໂຄງການດັ່ງກ່າວ ຍັງໄດ້ສະໜັບສະໜູນ ມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ ໃນການຈັດການຝຶກອົບຮົມໄລຍະສັ້ນ ເປັນເວລາ 5 ອາທິດ ໃຫ້ແກ່ພະນັກງານພາກລັດ ຂອງ ສປປ ລາວ ໃນຫົວຂໍ້ ກ່ຽວກັບການເຊື່ອມໂຍງຕາຂ່າຍໄຟຟ້າຂອງພະລັງງານທົດແທນ.

ກ້າວໄປສູ່ ການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ, ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ຈະຊ່ວຍເສີມສ້າງຄຳໝັ້ນສັນຍາທີ່ມີຢູ່ຮ່ວມກັນ ຂອງສອງປະເທດຂອງພວກເຮົາ ເພື່ອສະໜັບສະໜູນວາລະ ພະລັງງານສະອາດ ແລະ ດິນຟ້າອາກາດ ຂອງອາຊຽນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...