spot_img
Homeຂ່າວຢາເສບຕິດລົດຂົນຢາໄອຣ໌ ຜ່າດ່ານກວດ ສຸດທ້າຍຖິ້ມລົດແລ້ວລົບໜີ

ລົດຂົນຢາໄອຣ໌ ຜ່າດ່ານກວດ ສຸດທ້າຍຖິ້ມລົດແລ້ວລົບໜີ

Published on

ໃນວັນທີ 10 ພຶດສະພາ 2023 ຜ່ານມາ, ທາງຄະນະພັກ, ຄະນະກອງບັນຊາການ ປກສ ເມືອງ ຫ້ວຍຊາຍ ໄດ້ຊີ້ນຳ ອ້າຍ-ນ້ອງ ວິຊາສະເພາະພະແນກຕຳຫຼວດ ລົງໄປຕັ້ງຈຸດກວດກາຊົ່ວຄາວເພື່ອແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນຕົວ ເມືອງ ຫ້ວຍຊາຍ, ໄດ້ລົງຕັ້ງຈຸດກວດກາ ຕາມຂອບເຂດທີ່ກອງບັນຊາການ ປກສ ແຂວງ ໄດ້ກໍາໜົດໃຫ້ຄຶ: ຈຸດບ້ານ ດອນ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ມີພະນັກງານລົງປະຕິບັດໜ້າທີ່ ຄັ້ງນີ້ 06 ສະຫາຍ ເລີ່ມຕັ້ງຈຸດກວດກາແຕ່ 06 ໂມງ, 30 ນາທີ ຂອງວັນທີ 10 ພຶດສະພາ 2023.

ຈົນຮອດເວລາ 03 ໂມງ , 45 ນາທີຕອນເຊົ້າ , ຂອງວັນທີ 11 ພຶດສະພາ 2023 , ແມ່ນໄດ້ມີລົດຮຸນໄດ່ ຈຳນວນ 01 ຄັນ, ສີປອນເງິນ , ບໍ່ໄດ້ຕິດປ້າຍທະບຽນ ແລ່ນມາດ້ວຍຄວາມໄວມາຈາກທາງຫ້ວຍຊາຍ ມຸ່ງໜ້າລົງໄປທາງບ້ານດ່ານ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ , ທາງເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວເພື່ອກວດກາຕາມປົກກະຕິ ໂດຍລຸກຂຶ້ນສົ່ງສັນຍານລົດໃຫ້ຈອດພ້ອມທັງເປົ່າໝາກຫວີດ , ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ແລ້ວແລ່ນກາຍຈຸດກວດກາດ້ວຍຄວາມໄວ.

ດັ່ງນັ້ນ ທາງເຈົ້າໜ້າທີ່ພວກເຮົາ ຈຶ່ງໄດ້ຂີ່ລົດນຳລົດຮຸນໄດ່ຄັນດັ່ງກ່າວ, ຈາກຈຸດກວດກາມາຮອດຈຸດລະເບີດຫີນ ກ້ອງ ບ້ານ ດອນ ປະມານ 02 ຫຼັກ , ແມ່ນໄດ້ເຫັນ ລົດຮຸນໄດ່ ຄັນດັ່ງກ່າວຫຼຸດໂຄ້ງ ຕົກຮ່ອງຂ້າງທາງເບື້ອງຊ້າຍມື ໃນສະພາບທີ່ມອດຈັກລົດ ແລະ ໄຂປະຕູເບື້ອງຄົນຂັບປະໄວ້, ແຕ່ບໍ່ເຫັນຜູ້ຂັບຂີ່, ທາງເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສ່ອງເບິ່ງລົດຄັນດັ່ງກ່າວ ເຫັນວ່າມີເປົາລາຍຢູ່ທາງຫຼັງກະບະລົດ ຈຳນວນ 02 ເປົາ , ເຫັນມີເປົາຢູ່ໃນຫ້ອງຄົນຂັບ ຈຳນວນ 06 ເປົາ ແລະ ບາໂຫຼ້ ທະຫານຈຳນວນ 02 ໜ່ວຍ , ລວມທັງໝົດ 08 ເປົາ , 02 ບາໂຫຼ້ ທະຫານ ສົງໃສແມ່ນຢາເສບຕິດ.

ຈາກນັ້ນໄດ້ລາຍງານຂໍທິດຊີ້ນຳຈາກ ປກສ ເມືອງຫ້ວຍຊາຍ ແລະ ປະສານຫາຮາກຖານປະຈຳຢູ່ບ້ານ ດອນ ໃນຄະນະດຽວກັນນັ້ນ ແມ່ນໄດ້ມີ ທະຫານຄໍ 123 ລາດຕະເວນມາພໍດີ ຈຶ່ງໄດ້ພ້ອມກັນຄວບຄຸມພື້ນທີ່ດັ່ງກ່າວໄວ້ລໍຖ້າຄະນະກອງ ລົງກວດກາຕົວຈິງ ແລ້ວກໍໄດ້ພາກັນຍູ້ລົດ ຂຶ້ນມາເສັ້ນທາງເພື່ອກວດກາ ເຫັນວ່າແມ່ນຢາເສບຕິດ ປະເພດ ຢາໄອ໌ສແທ້, ຈາກນັ້ນຈຶ່ງໄດ້ນຳລົດຄັນດັ່ງກ່າວ ພ້ອມດ້ວຍຂອງກາງ ຂຶ້ນກອງບັນຊາການ ປກສ ເມືອງ ພ້ອມກວດກາ, ຜ່ານການກວດກາແມ່ນສາມາດພົບເຫັນຢາເສັບຕິດປະເພດ (ຢາໄອ໌ສ) ຈຳນວນ 150 ຫໍ່, ດັ່ງນັ້ນທາງກອງບັນຊາການ ປກສ ເມືອງ ຫ້ວຍຊາຍ ຈຶ່ງໄດ້ສ້າງບົດບັນທຶກ ມອບຢາເສບຕິດດັ່ງກ່າວ ພ້ອມກັບລົດໃຫຍ່ ຮຸນໄດ່ 01 ຄັນ , ໃຫ້ພະແນກສະກັດກັ້ນ ແລະ ຕ້ານ ຢາເສບຕິດ ປກສ ແຂວງ ບໍ່ແກ້ວ ໄປເກັບຮັກສາ ແລະ ສືບຕໍ່ດຳເນີນຄະດີ ເພື່່ອຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...