spot_img
Homeຂ່າວພາຍ​ໃນພິທີເປີດຊ້ອມຮົບຮ່ວມລາວ-ຈີນ "ໂລ້ກໍາບັງມິດຕະພາບ 2023"

ພິທີເປີດຊ້ອມຮົບຮ່ວມລາວ-ຈີນ “ໂລ້ກໍາບັງມິດຕະພາບ 2023”

Published on

ໃນວັນທີ 11 ພຶດສະພາ 2023 ນີ້, ຄະນະຮັບຜິດຊອບການຊ້ອມຮົບຮ່ວມລາວ-ຈີນ ໃນຫົວຂໍ້ “ໂລ້ກໍາບັງມິດຕະພາບ 2023” ໄດ້ຈັດພິທີເປີດການຊ້ອມຮົບຮ່ວມລາວ-ຈີນ ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຈີນ “ໂລ້ກໍາບັງ ມິດຕະພາບ 2023” ມີທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ພົນຕີ ຢາງເຫວີນຫລີນ ຮອງຫົວໜ້າແມ່ທັບ 75 ເຂດສູ້ຮົບພາກໃຕ້ ສປ ຈີນ, ພ້ອມດ້ວຍແຂກ, ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ, ບັນດາສະຫາຍນາຍ ແລະ ພົນທະຫານກອງທັບປົດປ່ອຍປະຊາຊົນຈີນ ທີ່ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ກ່າວວ່າ: ການເຄື່ອນໄຫວຊ້ອມຮົບ “ໂລ້ກໍາບັງມິດຕະພາບ -2023” ຈັດຂຶ້ນຢູ່ທີ່ ສປປ ລາວ ຄັ້ງນີ້ ໂດຍມີຈຸດປະສົງແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງພັກ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ, ໃຫ້ນັບມື້ເພິ່ມທະວີຄວາມໜັກແໜ້ນ, ໝັ້ນຄົງທະນົງແກ່ນຍິ່ງໆຂື້ນ. ໂດຍສະເພາະແມ່ນການຮ່ວມມືທາງດ້ານການທະຫານ, ສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ. ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານປ້ອງກັນຊາດ, ຍົກສູງບົດບາດອະທິປະໄຕສ້າງຄວາມເຂັ້ມແຂງໝັ້ນຄົງ ໃຫ້ແກ່ສອງປະເທດຢູ່ໃນຂົງເຂດພາກພື້ນອາຊີ ແລະ ໃນໂລກ ໂດຍສະເພາະແມ່ນຄວາມໝັ້ນຄົງຂອງ ສປປ ລາວ ແລະ ສປ ຈີນ ສະນັ້ນການຊ້ອມຮົບ “ໂລ້ກຳບັງມິດຕະພາບ-2023” ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຢ່າງຍິ່ງ ເປັນການຍົກລະດັບການພັດທະນາກຳລັງເພີ່ມທະວີຄວາມເຂັ້ມແຂງ ຮອບດ້ານໃຫ້ແກ່ກອງທັບປະຊາຊົນລາວກ້າວຂື້ນ ຕາມທິດສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນທີ່ທັນສະໄໝ ຄຽງຄູ່ກັບການຫັດແອບດັ່ງກ່າວ ກໍາລັງທັງສອງຝ່າຍກອງທັບລາວ-ຈີນ, ຈີນ-ລາວ ຍັງມີການເຄື່ອນໄຫວໃນຂົງເຂດວຽກງານການເມືອງ-ນໍາພາແນວຄິດ, ເປັນຕົ້ນແມ່ນການແລກປ່ຽນວັດທະນາທຳ, ສີລະປະວັນນະຄະດີ, ກິລາ ແລະ ການເຄືອນໄຫວກິດຈະກຳຕ່າງໆ ຮ່ວມກັນໃນຮູບແບບເພື່ອນສາມັກຄີເພື່ອນ ມິດຕະພາບເຊິ່ງກັນ ແລະ ກັນ” ຕະຫຼອດຮອດການດໍາລົງຊີວິດປະຈຳວັນ ການແລກປຽ່ນຂໍ້ມູນຂ່າວສານ, ການສື່ສານ ການແລກປ່ຽນພາສາຄຳເວົ້າ ໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງນາຍ ແລະ ພົນທະຫານສອງກອງທັບ ລາວ-ຈີນ, ຈີນ-ລາວ ໃຫ້ມີຄວາມສຳພັນ ແລະ ເຂົ້າໃຈກັນຢ່າງເລິກເຊິ່ງ. ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ຮຽກຮ້ອງມາຍັງບັນດາເພື່ອນສະຫາຍ ນາຍ ແລະ ພົນທະຫານ ຂອງສອງກອງທັບ ລາວ-ຈີນ, ຈີນ-ລາວ ຈົ່ງພ້ອມກັນຍົກສູງນ້ຳໃຈຄວາມເປັນເຈົ້າການ ໃນການຮັບຜິດຊອບໜ້າທີ່ຂອງຕົນ, ປະຕິບັດຂໍ້ກຳນົດກົດລະບຽບການເຄື່ອນໄຫວຢ່າງເຂັ້ມງວດ, ຮັກສາແໜ້ນຄວາມສາມັກຄີ ເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ບົນຈິດໃຈເພິ່ມພູນຄູນສ້າງ ແລະ ສົ່ງເສີມສາຍພົວພັນໄມຕີຈິດມິດຕະພາບຂອງສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂື້ນໄປ.

ສອງກອງທັບ ລາວ-ຈີນ ກໍ່ຄືປະຊາຊົນສອງຊາດ ລາວ-ຈີນ ກຳລັງມີຄວາມພາກພູມໃຈ ແລະ ກຽມຕ້ອນຮັບຜົນງານ ແຫ່ງໄຊຊະນະຂອງ “ໂລ້ກຳບັງມິດຕະພາບ 2023” ຢ່າງເປັນຂະບວນຟົດຟື້ນ ພິເສດຕະຫຼອດໄລຍະຫັດແອບ ຕ້ອງຮັບປະກັນຄວາມປອດໄຟ 100%. ໂອກາດນີ້ ພົນຕີ ຢາງເຫວີນຫລີນ ກໍ່ໄດ້ກ່າວວ່າ: ການຊ້ອມຮົບຮ່ວມຈີນ-ລາວຄັ້ງນີ້, ບໍ່ພຽງແຕ່ແມ່ນເວທີທີ່ສໍາຄັນເພື່ອໃນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ມັນຍັງເປັນການເສີມຂະຫຍາຍການພົວພັນຮ່ວມມືທາງດ້ານການທະຫານລະຫວ່າງສອງກອງທັບ ຈີນ-ລາວ, ລາວ-ຈີນ,ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ສືບຕໍ່ຮ່ວມມືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຢ່າງເລີກເຊີ່ງກວ່າເກົ່າອີກດ້ວຍ, ທັງເປັນການຮ່ວມມື ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊະຕາກໍາທີ່ມີມາດຕະຖານສູງ, ຄຸນນະພາບ ແລະ ລະດັບສູງຂອງ ລາວ-ຈີນ. ເຊິ່ງໃນການຊ້ອມຮົບຮ່ວມ ຈີນ-ລາວ “ໂລ້ກຳບັງມິດຕະພາບ 2023” ຈະໄດ້ດໍາເນີນເປັນເວລາ 20 ວັນ, ນັບຕັ້ງແຕ່ 5-25 ພຶດສະພາ 2023 ຈຶ່ງສໍາເລັດ.

ແຫຼ່ງຂ່າວ Lao people’s Army News

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...