spot_img
Homeຂ່າວຕ່າງປະເທດຝູງເຜິ້ງລຸມຕອດເສຍຊີວິດ 6 ຄົນທີ່ປະເທດນິກາຣາກົວ

ຝູງເຜິ້ງລຸມຕອດເສຍຊີວິດ 6 ຄົນທີ່ປະເທດນິກາຣາກົວ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 11 ພຶດສະພາ 2023 ນີ້ວ່າ, ເມື່ອຊ່ວງຕົ້ນອາທິດຜ່ານມາເກີດເຫດການ ລົດເມບັນທຸກຜູ້ໂດຍສານກວ່າ 60 ຄົນ  ເສຍຫຼັກຕົກລົງໃນພູເຂົາເລິກກວ່າ 50 ແມັດ ທີ່ປະເທດນິກາຣາກົວ ໃນຂະນະກຳລັງເດີນທາງຈາກເມືອງຈິໂນເຕກາ ໄປຫາ ເມືອງຊານ ເຊບາສຕຽນ ເດ ຍາລີ.

ເຫດການດັ່ງກ່າວ, ຜູ້ໂດຍສານທຸກຄົນລອດຊີວິດຈາກເຫດເຂົາຕົກຈາກພູເຂົາມາໄດ້, ແຕ່ໂຊກຮ້າຍເນື່ອງຈາກລົດເມໄດ້ຕົກລົງໄປໃນໄຮ່ກາເຟ ເຊິ່ງເປັນທີ່ຢູ່ຂອງເຜິ້ງນ້ຳຫວານ ອາຟຣິກາ (Africanized honey bee) ຈຳນວນຫຼວງຫຼາຍ, ເຮັດໃຫ້ຝູງເຜິ້ງຈຳນວນຫຼາຍລຸມຕອດຜູ້ໂດຍສານ ຈົນມີຜູ້ເສຍຊີວິດ 6 ຄົນ, 1 ໃນນັ້ນມີເດັກນ້ອຍຜູ້ຍິງອາຍຸ 8 ປີ.

ທັງນີ້ ເຜິ້ງນ້ຳຫວານ ອາຟຣິກາ ຮູ້ຈັກກັນໃນຊື່ ເຜິ້ງເພັດຊະຄາດ ເປັນລູກປະສົມລະຫວ່າງ ເຜິ້ງນ້ຳຫວານຕາເວັນຕົກ (Apis mellifera) ກັບ ເຜິ້ງນ້ຳຫວານ ອາຟຣິກາຕາເວັນອອກ (A. m. scutellata) ທີ່ເກີດຂຶ້ນໃນການທົດລອງ ທີ່ປະເທດບຣາຊິວ ເມື່ອຫຼາຍ 10 ປີກ່ອນ ເພື່ອເພີ່ມການຜະລິດນ້ຳເຜິ້ງ, ແຕ່ເຜິ້ງເພັດຊະຄາດ 26 ຝູງຫຼຸດຈາກສະຖານທີ່ກັກກັນໃນບຣາຊິວເມື່ອປີ 1957 ນັບແຕ່ນັ້ນມາພວກມັນກໍແຜ່ກະຈາຍໄປທົ່ວອາເມຣິກາໃຕ້ ກ່ອນເດີນທາງໄປຮອດ ອາເມຣິກາເໜືອ ໃນປີ 1985 ແລະ ຖືກພົບໃນສະຫະລັດເປັນຄັ້ງທຳອິດໃນອີກ 5 ປີຕໍ່ມາ.

ທີ່ມາ: foxnews

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...