spot_img
Homeຂ່າວພາຍ​ໃນຊາຍໜຸ່ມໄວ 24 ປີ ກໍ່ເຫດລັກຊັບຖືກຈັບດໍາເນີນຄະດີ

ຊາຍໜຸ່ມໄວ 24 ປີ ກໍ່ເຫດລັກຊັບຖືກຈັບດໍາເນີນຄະດີ

Published on

ເຈົ້າໜ້າທີ່ຕໍາຫຼວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 29 ເດືອນ ມີນາ 2023 ໄດ້ຮັບແຈ້ງຄວາມຈາກ ນາງ ອອນ ຢູ່ບ້ານ ນໍ້າຢ້າງ ເມືອງ ວຽງທອງ ຜູ້ຖືກເສຍຫາຍ ວ່າມີຄົນຮ້າຍມາງັດເຮືອນຂອງຕົນ ແລະ ໄດ້ງັດຕູ້ເຊັບ ພ້ອມທັງເກັບເອົາວັດຖຸເຄື່ອງຂອງມີຄ່າໄປຈົນໝົດ, ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຮີບຮ້ອນລົງເກັບກໍາຂໍ້ມູນ, ຊັນນະສູດ, ກວດກາສະຖານທີ່ເກີດເຫດຢ່າງຮີບດ່ວນ ຈຶ່ງຮູ້ວ່າຄົນຮ້າຍໄດ້ປີນຂື້ນທາງຫຼັງຄາເຮືອນແລ້ວດຶງເອົາກະເບື້ອງອອກສອງແຜ່ນ ເຂົ້າໄປທາງເທິງເພດານເຮືອນ ແລ້ວໃຊ້ສາຍໄຟຟ້າຍາວປະມານ 05 ແມັດ ມັດຢ່ອນລົງມາຫາຫ້ອງນອນ ແລ້ວງັດຕູ້ເຊັບເກັບເອົາວັດຖຸມີຄ່າໄປຈົນໝົດ, ຈາກການໃຫ້ການໃນເບື້ອງຕົ້ນຂອງເຈົ້າຂອງຊັບໃຫ້ຮູ້ວ່າ: ເຄື່ອງທີ່ຖືກລັກໄປມີເງິນ ຈໍານວນ 33,000,000 ກີບ, ເງິນບາດ 17,000 ບາດ, 300 ໂດລ່າ, ເງິນກີບຫົວໜາມ 02 ກີບ, ເງິນຂັນ 02 ຂັນ, ເງິນສ້ຽນ 03 ສ້ຽນ, ສາຍຄໍສີເຫຼືອງຄ້າຍຄືຄໍາ 01 ເສັ້ນພ້ອມກີ້ ນໍ້າໜັກ 03 ບາດເຄິ່ງ, ສາຍຄໍສີເຫຼືອງຄ້າຍຄືຄໍາ 01 ເສັ້ນໜັກ 01 ບາດ , ແຫວນສີເຫຼືອງຄ້າຍຄືຄໍາ 01 ວົງ, ນໍ້າໜັກ 02 ສະຫຼຶງ.

ຜ່ານການຊັນນະສູດສະຖານທີ່ເກີດເຫດ, ເກັບກໍາຂໍ້ມູນຫຼັກຖານຈຶ່ງສາມາດຄັດຈ້ອນຂື້ນບັນຊີເປົ້າໝາຍຕ້ອງສົງໄສທີ່ລົງມືລັກຊັບ ແລະ ໄດ້ຕິດຕາມການເຄື່ອນໄຫວຂອງເປົ້າໝາຍແບບປິດລັບ, ມາຮອດ ວັນທີ 18 ເມສາ 2023 ກໍ່ສາມາດກັກຕົວ ທ້າວ ຊັນນີ່ ອາຍຸ 24 ປີ, ເປັນປະຊາຊົນຢູ່ບ້ານ ນໍ້າຢ້າງ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ທີ່ເປັນຜູ້ກໍ່ເຫດລັກຊັບໃນຄັ້ງນີ້ມາດໍາເນີນການສືບສວນ-ສອບສວນຕາມກົດໝາຍ, ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ຕົນເປັນຄົນລົງມືລັກຊັບໃນຄັ້ງນີ້ແທ້ໂດຍໄດ້ວາງແຜນມາກ່ອນແລ້ວປະມານ 2-3 ມື້, ໄດ້ຕິດຕາມການເຄື່ອນໄຫວຂອງຜູ້ເສຍຫາຍຢ່າງໃກ້ຊິດ, ພໍຮອດເວລາ 16 ໂມງ ຂອງວັນທີ 29 ມີນາ 2023 ຈຶ່ງໄດ້ເອົາຄ້ອນຕີ 01 ອັນ, ເຫຼັກງັດ 01 ອັນ, ຊິ່ວ 01 ອັນ ທີ່ກຽມໄວ້ ແລ້ວຍ່າງເຂົ້າໄປໃນເຮືອນຮ້າງຫຼັງໜຶ່ງທີ່ບໍ່ມີຄົນຢູ່ ທີ່ຕິດກັບເຮືອນຂອງຜູ້ເສຍຫາຍ, ຂື້ນໄປເທິງຊັ້ນສອງແລ້ວປິນຂ້າມໄປໃສ່ຫຼັງຄາເຮືອນຂອງຜູ້ເສຍຫາຍ, ໄດ້ດຶງເອົາກະເບື້ອງອອກ 02 ແຜ່ນຈາກນັ້ນກໍ່ເຂົ້າໄປເທິງເພດານແລ້ວເອົາສາຍໄຟມັດຢ້ອນລົງເຂົ້າໄປໃນເຮືອນເຫັນວ່າຫ້ອງນອນບໍ່ໄດ້ລັອກຈຶ່ງໄດ້ລົງມືງັດຕູ້ເຊັບໂດຍເອົາເຫຼັກງັດແຍ່ເຂົ້າໄປງັດກ່ອນແລ້ວເອົາພ້າງັດຕື່ມ, ພໍຝາຕູ້ເຊັບງະອອກຈຶ່ງໃຊ້ຊິ່ວແຍ່ເຂົ້າໄປ ແລະ ໃຊ້ຄ້ອນຕີຕອກ ໃຊ້ເວລາປະມານ 01 ຊົ່ວໂມງຈຶ່ງເປີດຕູ້ເຊັບອອກໄດ້ ແລ້ວຈັບເອົາເງິນ 30 ລ້ານກ່ວາກີບ, 300 ໂດລາ, 17,000 ບາດ, ເງິນກີບຫົວໜາມ 02 ກີບ, ເງິນຂັນ 02 ຂັນ, ເງິນສ້ຽນ 03 ສ້ຽນ, ສາຍຄໍສີເຫຼືອງຄ້າຍຄືຄໍາ 01 ເສັ້ນພ້ອມກີ້, ນໍ້າໜັກ 03 ບາດເຄິ່ງ, ສາຍຄໍສີເຫຼືອງຄ້າຍຄືຄໍາ 01 ເສັ້ນໜັກ 01 ບາດ, ແຫວນສີເຫຼືອງຄ້າຍຄືຄໍາ 01 ວົງ, ນໍ້າໜັກ 02 ສະຫຼຶງ, ເມື່ອໄດ້ເຄື່ອງຂອງມີຄ່າແລ້ວກໍ່ຮີບຟ້າວໄຂປະຕູປ່ອງຢ້ຽມປີນອອກໄປລີ້ຊ່ອນຢູ່ເຮືອນຂອງຕົນ ເອົາເງິນກີບຫົວໜາມ ແລະ ເງິນຂັນຊຸກເຊື່ອງໄວ້ຢູ່ກ້ອງຕູ້, ຮອດເວລາ 20 ໂມງຂອງວັນດຽວກັນກໍ່ໄດ້ອອກໄປກິນເບຍກັບໝູ່ຜູ້ໜຶ່ງຢູ່ບ້ານ ນໍ້າຢ້າງ ເມືອງ ວຽງທອງ ໝົດເງິນປະມານ 1,500,000 ກີບ, ມື້ຕໍ່ມາກໍ່ໄດ້ໄປເລະຫຼິ້ນບຸນ ແລະ ໄດ້ໃຊ້ຈ່າຍເງິນຈົນໝົດ, ມາຮອດວັນທີ 11 ເມສາ 2023 ຜູ້ກ່ຽວໄດ້ຂັບຂີ່ລົດຈັກໄປເມືອງ ປາກຊັນ ເພື່ອເອົາຄໍາໄປຂາຍຢູ່ຕະຫຼາດປາກຊັນ, ເອົາສາຍຄໍຄໍາປ່ຽນເອົາແຫວນ 01 ວົງໜັກ 02 ສະຫຼຶງ, ສາຍແຂນ 01 ເສັ້ນ, ໜັກ 02 ສະຫຼຶງ, ສ່ວນທີ່ເຫຼືອແມ່ນຂາຍໄດ້ເງິນຈໍານວນ 32,500,000 ກີບ, ສ່ວນກີ້ແມ່ນບໍ່ໄດ້ຂາຍ, ຈາກນັ້ນກໍ່ເອົາສາຍແຂນໄປໃຫ້ຜູ້ສາວ ແລະ ໂອນເງິນເຂົ້າບັນຊີຜູ້ສາວເພື່ອຝາກໄວ້ ຈໍານວນ 30,000,000 ກີບ, ອີກຈໍານວນໜຶ່ງແມ່ນນໍາໄປໃຊ້ຈ່າຍຫຼິ້ນກິນຟູມເຟືອຍຈົນໝົດ, ສ່ວນສາຍຄໍສີເຫຼືອງຄ້າຍຄືຄໍາ 01 ເສັ້ນໜັກ 01 ບາດໄດ້ເອົາໄປຝາກແມ່ຂອງໝູ່ໄປຂາຍໃຫ້ໄດ້ເງິນ 9,200,000 ກີບ, ຮອດວັນທີ 18 ເມສາ 2023 ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວ ພ້ອມເກັບກູ້ເຄື່ອງຂອງກາງຄືນມາ ມີເງິນ 39,400,000 ກີບ, 4,900 ບາດແຫວນ 02 ວົງ, ໜັກ 03 ສະຫຼຶງ, ສາຍແຂນ 01 ເສັ້ນໜັກ 01 ສະຫຼຶງ, ກີ້ສາຍຄໍ 01 ອັນໜັກ 02 ສະຫຼຶງ, ເງິນກີບຫົວໜາມ 02 ກີບ, ເງິນຂັນ 02 ຂັນ, ເງິນສ້ຽນ 03 ສ້ຽນ ມາດໍາເນີນການສືບສວນ-ສອບສວນຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ເຫັນວ່າ ທ້າວ ຊັນນີ່ ມີເຈດຕະນາງັດແງະ, ມ້າງເພຕູ້ເພື່ອລັກຊັບຂອງຜູ້ອື່ນມາເປັນຂອງຕົນເອງ ເຊິ່ງການກະທໍາດັ່ງກ່າວເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ລະເມີດຕໍ່ກົດໝາຍອາຍາ ແຫ່ງ ສປປ ລາວ ມາດຕາ 231 ວ່າດ້ວຍການລັກຊັບ, ປະຈຸບັນທາງເຈົ້າໜ້າທີ່ໄດ້ສົ່ງສໍານວນຄະດີສົ່ງໃຫ້ອົງການໄອຍະການເພື່ອດໍາເນີນຄະດີ ແລະ ຟ້ອງສານຕັດສິນຕໍ່ຜູ້ກ່ຽວຕາມລະບຽບກົດໝາຍ, ສ່ວນບຸກຄົນທີ່ທ້າວ ຊັນນີ່ໄດ້ເອົາວັດຖຸມີຄ່າໄປຝາກໄວ້ນນໍານັ້ນ ເຈົ້າໜ້າທີ່ໄດ້ນໍາຕົວມາສືບສວນ-ສອບສວນ ເຫັນວ່າພວກກ່ຽວບໍ່ມີສ່ວນກ່ຽວຂ້ອງໃນການລັກຊັບໃນຄັ້ງນີ້ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ແລະ ໃຫ້ມີສະຕິໃນການຮັບຝາກເຄື່ອງຂອງຈາກບຸກຄົນອື່ນ ເພື່ອບໍ່ໃຫ້ຕົກເປັນຜູ້ກະທໍາຜິດໃນຂໍ້ຫາຮັບຝາກຊັບຜິດກົດໝາຍ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...