spot_img
Homeຂ່າວພາຍ​ໃນມີໂຄງການຜະລິດໄຟຟ້າຈາກລົມແຫ່ງທຳອິດ ແລະ ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ຢູ່ໃນລາວ

ມີໂຄງການຜະລິດໄຟຟ້າຈາກລົມແຫ່ງທຳອິດ ແລະ ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ຢູ່ໃນລາວ

Published on

ລາວກໍາລັງຈະສ້າງ ແຫຼ່ງຜະລິດພະລັງງານໄຟຟ້າຈາກລົມແຫ່ງທໍາອິດ ແລະ ໃຫຍ່ທີ່ສຸດ ຢູ່ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ໂດຍຄາດກັນວ່າໂຄງການສາມາດກໍ່ສ້າງສໍາເລັດ ແລະ ເປີດຜະລິດກະແສໄຟຟ້າ ໃນປີ 2025 ເພື່ອສົ່ງອອກໄປຂາຍໃຫ້ຫວຽດນາມໃນທ້າຍປີ 2025.

ແຫຼ່ງຜະລິດພະລັງງານລົມຢູ່ເທິງຝັ່ງ ທີ່ມີຊື່ວ່າ Monsoon Wind Power ທີ່ມີກໍາລັງຕິດຕັ້ງ 600 ເມກາວັດ ກຳລັງເລີ່ມລົງມືກໍ່ສ້າງ ຢູ່ໃນເມືອງດັກຈຶງ ແຂວງເຊກອງ ແລະ ເມືອງສະໜາມໄຊ ແຂວງອັດຕະປື ທາງຕາເວັນອອກສຽງໃຕ້ຂອງລາວ ໂດຍບໍລິສັດ Impact Energy Asia Development ທີ່ຕັ້ງຢູ່ໄທ.

ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຈາກບໍລິສັດລັດວິສາຫະກິດໄຟຟ້າລາວ ປະຈໍາຢູ່ເຂດພາກໃຕ້ ກ່າວວ່າ: ເອກະຊົນໄທເຂົ້າມາລົງທຶນ ດຽວນີ້ກໍາລັງເຮັດ feasibility ໄລຍະກໍ່ສ້າງ ສຶກສາສິ່ງແວດລ້ອມຜົນກະທົບແລ້ວ ແລະ ກະກຽມລົງໄປສະໜາມຕັ້ງແຄ້ມ ແລະ ກໍາລັງກະກຽມລົງກໍ່ສ້າງ”.

ໂຄງການທີ່ມີມູນຄ່າ 950 ລ້ານໂດລານີ້ ຕັ້ງຢູ່ຫ່າງຈາກຕົວເມືອງເຊກອງ 48 ກິໂລແມັດ ແລະ ຫ່າງຈາກຊາຍແດນລາວ-ຫວຽດນາມ ພຽງແຕ່ 22 ກິໂລແມັດ. ມັນເປັນໂຄງການພະລັງງານລົມ ແຫ່ງທຳອິດຂອງລາວ, ເປັນແຫຼ່ງພະລັງງານລົມຢູ່ເທິງ​ຝັ່ງໃຫຍ່ທີ່ສຸດໃນຂົງເຂດ ແລະ ກໍເປັນໂຄງການພະລັງງານທົດແທນຂ້າມຊາຍແດນແຫ່ງທຳອິດໃນເຂດອາຊີຕາເວັນອອກສຽງໃຕ້, ອີງຕາມເວັບໄຊ ຂອງທະນາຄານພັດທະະນາອາຊີ ຫຼື ADB ທີ່ໃຫ້ທຶນກູ້ຢືມແກ່ໂຄງການນີ້ ໃນຈໍານວນ 692 ລ້ານກວ່າໂດລາ. ມັນຖືກສ້າງຕັ້ງຂຶ້ນມາໂດຍກຸ່ມບໍລິສັດ Mitsubishi ຜ່ານບໍລິສັດຍ່ອຍ Diamond Generating Asia, ACEN Renewables International, Impact Electron Siam (IES), STP&I, BCPG ແລະບໍລິສັດທີ່ປຶກສາ SMP ຂອງລາວ ແລະ ຈະເລີ່ມຜະລິດພະລັງ ງານໃນທ້າຍປີ 2025 ເພື່ອສົ່ງໄປຫາພາກກາງຫວຽດນາມຕາມສັນຍາ ທີ່ໄດ້ເຊັນກັບບໍລິສັດລັດວິສາຫະະກິດໄຟຟ້າຫວຽດນາມ ຫຼື Vietnam Electricity (EVN) ເປັນເວລາ 25 ປີ.

ເນື່ອງຈາກວ່າ ມັນເປັນໂຄງການທີ່ມີການສຶກສາຄວາມເປັນໄປໄດ້ ມາໄດ້ 10 ປີແລ້ວ ແລະ ກໍເປັນການຜະລິດພະລັງງານທົດແທນ ມັນຈຶ່ງມີຄວາມສ່ຽງໜ້ອຍໃນການສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງບໍລິສັດລັດວິສາຫະກິດໄຟຟ້າລາວ ທີ່ກ່າວມາຂ້າງເທິງນັ້ນ ອະທິບາຍວ່າ:

“ໃນໂຄງການມີຄວາມສ່ຽງໜ້ອຍ ເພາະບໍ່ໄດ້ກັງວົນວ່າເຂື່ອນຈະແຕກ ແລະ ໄດ້ສຶກສາວ່າລົມມັນມີຕະຫຼອດປີມັນກະເປັນແຫຼ່ງເຊື້ອເພີງ ລົມພັດມາຍາມໃດກໍສາມາດຜະລິດພະລັງງານໄດ້ຕະຫຼອດ ຍາມມີລົມແຮງຜິດປົກກະຕິກໍຈະມິວິທີການພັດຕ້ານ ນອກນີ້ຍັງມີການສຶກສາວ່າລົມຢູ່ສັນພູຫຼວງຈະມີຕະຫຼອດ ສັນພູລະຫວ່າງ ແຂວງເຊກອງໄປຫາແຂວງອັດຕະປື ຕໍ່ໃສ່ໃກ້ໆກັບຊາຍແດນຫວຽດນາມ”.

ອີງຕາມເວັບໄຊຂອງໂຄງການດັ່ງກ່າວ ທີ່ມີສໍານັກງານໃຫຍ່ຕັ້ງຢູ່ບາງກອກ ໄດ້ລາຍງານວ່າ: ໂຄງການ Monsoon Wind Power ນີ້ຄາດວ່າ ຈະສາມາດຜະລິດພະລັງງານທົດແທນໄດ້ 1,700 GWh ຕໍ່ປີ ແລະ ຈະຊົດເຊີຍການປ່ອຍອາຍກາກບອນລົງໄດ້ ຫຼາຍກ່ວາ 35 ໂຕນ ແລະ ມັນຈະກວມເອົາເນື້ອ​ທີ່​ກວ້າງກວ່າ 708 ກິ​ໂລ​ແມັດ​ມົນ​ທົນ ຫຼື ປະມານ 1 ພັນ​ເຮັກຕາ.

ສ່ວນທຶນໃນການກໍ່ສ້າງນັ້ນ ນອກຈາກ ADB ເປັນຜູ້ໃຫ້ກູ້ລາຍໃຫຍ່ແລ້ວ ກໍຍັງມີ 100 ລ້ານໂດລາຈາກທະນາຄານການຄ້າສະຫຍາມ (Siam Commercial Bank) ແລະ ສ່ວນທີ່ເຫຼືອແມ່ນມາຈາກ Sumitomo Mitsui Banking Corporation ແລະ ແຫຼ່ງການເງິນອື່ນໆອີກ.

ລາວ ເປັນປະເທດທີ່ສົ່ງອອກພະລັງງານໄຟຟ້ານໍ້າຕົກທີ່ໃຫຍ່ທີ່ສຸດໃນຂົງເຂດອາຊີ ປະມານ 80% ຂອງໄຟຟ້າທີ່ຜະລິດຢູ່ລາວ ແມ່ນຂາຍໃຫ້ປະເທດເພື່ອນບ້ານກໍຄື ໄທ ແລະ ຫວຽດນາມ ຊຶ່ງກວມເອົາ 30% ຂອງມູນຄ່າການສົ່ງອອກທັງໝົດຂອງປະເທດ.

ລາວເລີ່ມສົ່ງກະແສໄຟຟ້າໄປສິງກະໂປໃນປີ 2022 ແລະ ເລີ່ມກໍ່ສ້າງພື້ນຖານໂຄງລ່າງສາຍສົ່ງ ໃນເດືອນມັງກອນປີນີ້ ເພື່ອຂາຍໄຟຟ້າໃຫ້ກຳປູເຈຍ. ໄຟຟ້າທີ່ຜະລິດຈາກເຂື່ອນແມ່ນກວມ 70% ຂອງການຜະລິດທັງໝົດໃນລາວ. ​ແຕ່ວ່າການຜະລິດໄຟຟ້າໃນລະດູແລ້ງຫຼຸດລົງ ແລະ ການ​ຄວບ​ຄຸມນໍ້າ​ຂອງ​ຈີນຢູ່ໃນສ່ວນເທິງ​ແມ່​ນ້ຳຂອງ ກໍສ້າງ​ຄວາມ​ສ່ຽງ​ຕໍ່​ການ​ປ່ຽນ​ແປງ​ຂອງ​ລະ​ດັບ​ນ້ຳ​ຢ່າງ​ກະ​ທັນ​ຫັນ ຊຶ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ກະ​ສິ​ກຳ ​ແລະ​ ການ​ປະ​ມົງ​ໃນເຂດລຸ່ມແມ່ນໍ້າຂອງອີກ. ສະນັ້ນໂຄງການພະລັງງານລົມນີ້ ຈຶ່ງເປັນທາງເລືອກທີ່ດີສໍາລັບລາວ ແລະ ປະເທດເພື່ອນບ້ານ.

ທີ່ມາ VOA

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...