spot_img
Homeຂ່າວພາຍ​ໃນປີ 2023 ກະຊວງກະສິກຳຈະສູ້ຊົນຜະລິດເຂົ້າລວມໃຫ້ໄດ້ 3,8 ລ້ານກວ່າໂຕນ

ປີ 2023 ກະຊວງກະສິກຳຈະສູ້ຊົນຜະລິດເຂົ້າລວມໃຫ້ໄດ້ 3,8 ລ້ານກວ່າໂຕນ

Published on

ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ກົມປູກຝັງ ວາງຄາດໝາຍໃນປີ 2023 ໃນທົ່ວປະເທດ ໃຫ້ສາມາດຜະລິດເຂົ້າຕາມລະດູການ ໃຫ້ໄດ້ 3.810.000ໂຕນ, (ເຂົ້ານາແຊງ, ເຂົ້ານາປີ, ເຂົ້າໄຮ່) ເພື່ອສາມາດຮັບປະກັນໄດ້ ການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ, ໃນຂະນະທີ່ ປີ 2022 ສາມາດຜະລິດເຂົ້າໄດ້ປະມານ 3.781.580 ໂຕນ, ແຜນການທີ່ວາງໄວ້ 3.701.300 ໂຕນ (ລື່ນແຜນການ), ຢ່າງໃດກໍຕາມ ປັດຈຸບັນແມ່ນກຳລັງຢູ່ໃນໄລຍະການຜະລິດເຂົ້ານາແຊງ ເຊິ່ງໄດ້ວາງຄາດໝາຍຜະລິດເຂົ້ານາແຊງ ໃຫ້ໄດ້ 441.850 ໂຕນ, ຄຽງຄູ່ການຜະລິດດັ່ງກ່າວ, ທາງລັດຖະບານ ໄດ້ມີຫລາຍໆນະໂຍບາຍທີ່ສໍາຄັນ ເພື່ອຊຸກຍູ້, ສົ່ງເສີມ ແລະ ຕິດຕາມ, ກວດກາແຕ່ລະພາກສ່ວນ ທີ່ກ່ຽວຂ້ອງ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ.

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 3 ພຶດສະພາ 2023 ຜ່ານມານີ້ວ່າ: ໃນປີ 2023 ກະຊວງກະສິກຳ ແລະ ປ່າໄມ້ ຈະສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ 3.810.000 ໂຕນ. ໃນນັ້ນ, ເຂົ້ານາປີ 3.189.950 ໂຕນ, ເຂົ້ານາ ແຊງ 441.850 ໂຕນ ແລະ ເຂົ້າໄຮ່ 178.200 ໂຕນ ໂດຍສຸມໃສ່ 10 ແຂວງ ທີ່ເປັນເປົ້າໝາຍ ໂດຍສະເພາະ ແມ່ນ ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ແມ່ນເລັ່ງໃສ່ຜະລິດ ເພື່ອຄໍ້າປະກັນ ໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ. ສຳລັບ ແຂວງໄຊຍະບູລີ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ແມ່ນເລັ່ງໃສ່ ຜະລິດເຂົ້າ ເພື່ອສະໜອງໃຫ້ແກ່ ບັນດາແຂວງພາກເໜືອ, ສ່ວນນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ແກ່ ນະຄອນຫລວງວຽງຈັນ ແລະ ບັນດາແຂວງພາກເໜືອຈຳນວນໜຶ່ງ ລວມທັງເປັນສິນຄ້າສົ່ງອອກ.

ສຳລັບ ແຜນການການຜະລິດພືດສະບຽງອາຫານ ແລະ ຜະລິດພືດສິນຄ້າ ເພື່ອບໍລິໂພກພາຍໃນ, ປ້ອນໂຮງງານອຸດສະຫະກຳປຸງແຕ່ງ ແລະ ສົ່ງອອກຕ່າງປະເທດ ໃນລະດູແລ້ງປີນີ້, ແມ່ນໄດ້ວາງແຜນການເນື້ອທີ່ປູກ ທັງໝົດ 158.280 ເຮັກຕາ ແລະ ຄາດຄະເນຜົນຜະລິດ 1.251.000 ໂຕນ, ຜ່ານການຕິດຕາມການຈັດຕັ້ງປະຕິບັດຂອງກະສິກອນໃນຂອບເຂດທົ່ວປະເທດ, ມາຮອດປັດຈຸບັນ ສາມມາດປູກໄດ້ປະມານ 105.991 ເຮັກຕາ. ໃນນັ້ນ, ພືດສິນຄ້າ 45.382 ເຮັກຕາ ແລະ ພືດສະບຽງປະຕິບັດໄດ້ 60.609 ເຮັກຕາ.

ແຫຼ່ງຂ່າວຈາກ ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...