spot_img
Homeຂ່າວຕ່າງປະເທດເຫດກາດຍິງໃນສູນການຄ້າ ໃນລັດເທັກຊັສ ເສຍຊີວິດ 9 ຄົນ

ເຫດກາດຍິງໃນສູນການຄ້າ ໃນລັດເທັກຊັສ ເສຍຊີວິດ 9 ຄົນ

Published on

ອີງຕາມສຳນັກຂ່າວ ຮອຍເຕີ ລາຍງານໃນວັນທີ 6 ເດືອນພຶດສະພາ 2023 ຜ່ານມາ, ເກີດເຫດກາດຍິງໃນສູນການຄ້າທີ່ມີຜູ້ຄົນໜາແໜ້ນ ຢູ່ທີ່ທາງພາກເໜືອຂອງເມືອງດໍລັດ (Dallas), ລັດເທັກຊັສ, ສະຫະລັດອາເມຣິກາ ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 8 ຄົນ ແລະ ບາດເຈັບອີກຫຼາຍຄົນ ສ່ວນຜູ້ກໍ່ເຫດຖືກເຈົ້າໜ້າທີ່ຕຳຫຼວດຍິງເສຍຊີວິດ.

ທ່ານ ໄບອັນ ຣາວີ ຜູ້ບັນຊາກາຍຕຳຫຼວດເມືອງອັນເລນ ກ່າວໃນງານຖະແຫຼງຂ່າວດຽວກັນວ່າ: ຄົນຮ້າຍໄດ້ຢ່າງມາຕາມທາງກ່ອນເປີດສາກກາດຍິງ ດ້ານນອກສູນການຄ້າ ແຕ່ເຈົ້າໜ້າທີ່ຍັງບໍ່ຊາບແຮງຈູງໃຈໃນການລົງມືຄັ້ງນີ້, ທາງໜ່ວຍກູ້ໄພນຳຜູ້ຖືກຍິງທີ່ໄດ້ຮັບບາດເຈັບຢ່າງນ້ອຍ 9 ຄົນ ສົ່ງໂຮງໝໍໃນຫຼາຍແຫ່ງໃນບໍລິເວນໃກ້ຄຽງກັບຈຸດເກີດເຫດ, ຕາມລາຍງານລະບຸຕື່ມອີກວ່າ: ຜູ້ບາດເຈັບ 2 ຄົນເສຍຊີວິດທີ່ໂຮງໝໍ, 3 ຄົນບາດເຈັບສາຫັດ ແລະ ອີກ 4 ຄົນ ແມ່ນອາການຄົງທີ່ແລ້ວ.

ຢ່າງໃດກໍຕາມເຫດການກາດຍິງຜູ້ຄົນຈຳນວນຫຼາຍກາຍເປັນເຫດການທີ່ພົບໄດ້ທົ່ວໄປໃນອາເມຣິກາສະເພາະໃນປີນີ້ເກີດຂຶ້ນຢ່າງນ້ອຍ 198 ຄັ້ງ ຊຶ່ງຖືວ່າຫຼາຍທີ່ສຸດໃນຊ່ວງເວລາດຽວກັນຂອງປີນັບຈາກປີ 2016.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...