Homeຂ່າວພາຍ​ໃນສັ່ງໃຫ້ຢຸດໂຈະຊົ່ວຄາວຮ້ານເກັບຊື້-ຂາຍເຫຼັກເສດ-ເສດໂລຫະໃນທົ່ວແຂວງສະຫວັນະເຂດ

ສັ່ງໃຫ້ຢຸດໂຈະຊົ່ວຄາວຮ້ານເກັບຊື້-ຂາຍເຫຼັກເສດ-ເສດໂລຫະໃນທົ່ວແຂວງສະຫວັນະເຂດ

Published on

ໂດຍປະຕິບັດຕາມມະຕິຕົກ ລົງຂອງຄະນະປະຈຳພັກແຂວງ ສະຫວັນນະເຂດ ສະໄໝສາມັນ ຄັ້ງທີ 4 ປະຈຳເດືອນມີນາ 2023 ກ່ຽວກັບການຄຸ້ມຄອງການດຳ ເນີນທຸລະກິດເກັບຊື້-ຂາຍເຫຼັກ ເສດ-ເສດໂລຫະໃຫ້ເຂົ້າສູ່ລະ ບຽບກົດໝາຍ, ພ້ອມກັນນັ້ນ ເພື່ອເປັນການສະກັດກັ້ນປະກົດ ການຫຍໍ້ທໍ້ ຂີ້ລັກງັດແງະວັດຖຸສິ່ງ ຂອງຂອງລັດ, ບຸກຄົນ ແລະນິຕິ ບຸກຄົນເປັນຕົ້ນ: ເຫຼັກເສດ, ເສດ ໂລຫະຕ່າງໆທີ່ມີການຊື້-ຂາຍ ແບບຊະຊາຍ.

ດັ່ງນັ້ນ, ມາໃນວັນທີ 2 ພຶດສະພາ 2023 ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກ ອຸດສາຫະກຳ-ການຄ້າແຂວງສະ ຫວັນນະເຂດ ພ້ອມດ້ວຍວິຊາ ການຈາກພະແນກການທີ່ກ່ຽວ ຂ້ອງ ແລະເຈົ້າໜ້າທີ່ ປກສ ແຂວງ ກໍ່ໄດ້ລົງເຄື່ອນໄຫວສົມທົບກັບ ອຳນາດການປົກຄອງບ້ານ, ໃນ ການລົງເຮັດບົດບັນທຶກກັບຮ້ານ ທີ່ດຳເນີນທຸລະກິດເກັບຊື້ເຫຼັກ ເສດ-ເສດໂລຫະໃນເທສະບານ ນະຄອນໄກສອນພົມວິຫານ, ເຊິ່ງ ມີຈຳນວນ 46 ຮ້ານ, ໃນນັ້ນ ຫຼາຍ ກວ່າໝູ່ແມ່ນເຂດບ້ານສະໜາມ ໄຊ ມີທັງໝົດ 15 ຮ້ານ.

ດັ່ງນັ້ນ, ທາງວິຊາການພະແນກການຄ້າ ແຂວງ, ສົມທົບກັບພະແນກໂຍທາ ທິການ ແລະຂົນສົ່ງແຂວງ, ພະ ແນກແຮງງານ ແລະສະຫວັດດີ ການ ສັງຄົມແຂວງ, ກອງບັນ ຊາການ ປກສ ແຂວງ, ນະຄອນ, ກຸ່ມບ້ານ, ອຳນາດການປົກຄອງ ບ້ານກໍ່ໄດ້ ພ້ອມກັນລົງເຮັດບົດບັນ ທຶກ. ໂດຍປະຕິບັດຕາມແຈ້ງການ ຂອງທ່ານ ຫົວໜ້າພະແນກອຸດສາ ຫະກຳ-ການຄ້າແຂວງສະບັບ ເລກທີ 1859/ພອຄ, ລົງວັນທີ 12 ເມສາ 2023 ເຊິ່ງມີລາຍລະ ອຽດດັ່ງນີ້: ໃຫ້ຢຸດໂຈະຊົ່ວຄາວ ການດຳເນີນທຸລະກິດການເກັບ ຊື້ເຫຼັກເສດ, ເສດໂລຫະທີ່ເຄື່ອນ ໄຫວຢູ່ບັນດາເມືອງ-ນະຄອນ ເພື່ອຈະໄດ້ມີການກວດກາດັດສົມ ຄືນບັນດາຮ້ານດັ່ງກ່າວມານັ້ນ ທີ່ດຳເນີນທຸລະກິດບໍ່ຖືກຕ້ອງ ແລະບໍ່ສອດຄ່ອງກັບລະບຽບ ກົດໝາຍເປັນຕົ້ນແມ່ນມາດຕາ 212-213 ຂອງກົດໝາຍວ່າດ້ວຍ ວິສາຫະກິດ ແລະຄຳສັ່ງເລກທີ 62/ນຍ, ລົງວັນທີ 13/11/2015, ກ່ຽວກັບການອຳນວຍຄວາມສະດວກ ໃຫ້ຄວາມຮ່ວມມືໃນການ ຂຶ້ນທະບຽນ ແລະການອອກບັດ ເຄື່ອນໄຫວຊົ່ວຄາວໃຫ້ຊາວຕ່າງ ປະເທດ; ໃນໄລຍະຢຸດໂຈະຊົ່ວ ຄາວແມ່ນຫ້າມເດັດຂາດບໍ່ໃຫ້ ມີການເກັບຊື້-ຂາຍເຫຼັກເສດ, ເສດໂລຫະຈົນກວ່າຄະນະກຳມະ ການຂັ້ນແຂວງທຳການກວດກາ ແລະດັດສົມສຳເລັດ; ເມື່ອສຳເລັດ ຈາກການກວດກາ, ດັດສົມຂອງ ຄະນະກຳມະການຂັ້ນແຂວງ ແລ້ວ, ຖ້າເອກະສານຖືກຕ້ອງ ຄົບຖ້ວນຕາມລະບຽບກົດໝາຍ, ທາງຄະນະກຳມະການ ຈຶ່ງຈະ ອະນຸຍາດໃຫ້ເຄື່ອນໄຫວດຳເນີນ ທຸລະກິດຕໍ່ໄດ້. ທັງນີ້ກໍ່ ເພື່ອເປັນ ການຫັນທຸລະກິດການເກັບຊື້ເຫຼັກ ເສດ, ເສດໂລຫະໃຫ້ຫັນເຂົ້າສູ່ລະ ບຽບກົດໝາຍ ແລະຖືກວັດຖຸປະ ສົງຂອງການດຳເນີນທຸລະກິດໃນ ດ້ານນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...