Homeຂ່າວພາຍ​ໃນອຸບັດຕິເຫດລົດພວງຕຳກັບລົດເມ ເຮັດໃຫ້ເສຍຊີວິດ 8 ຄົນ

ອຸບັດຕິເຫດລົດພວງຕຳກັບລົດເມ ເຮັດໃຫ້ເສຍຊີວິດ 8 ຄົນ

Published on

ເກີດເຫດເສົ້າສະຫຼົດໃຈ ລົດພວງຕຳກັບລົດເມ ເຮັດໃຫ້ເສຍຊີວິດ 8 ຄົນ ແລະ ບາດເຈັບຈຳນວນຫຼາຍ.

ໃນວັນທີ 1 ພຶດສະພາ 2023 ເວລາ 16:00 ນາທີ ລົດພວງຕໍາກັບລົດເມ ທີ່ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ພາຍໃນລົດເມມີຜູ້ໂດຍສານຫຼາຍກວ່າ 20 ຄົນ ໃນນັ້ນເສຍຊີວິດແລ້ວ 8 ຄົນ ເພດຊາຍ 7 ເພດຍິງ 1 ແລະ ມີຜູ້ໄດ້ຮັບບາດເຈັບໜັກຫຼາຍພໍສົມຄວນ.

ພາຍຫຼັງທີ່ເກີດເຫດ ເມື່ອໜ່ວຍກູ້ໄພເຖິງຈຸດເກີດເຫດ ກໍໄດ້ນຳສົ່ງຜູ້ບາດເຈັບໄປໂຮງໝໍເພື່ອປິນປົວ ແລະ ໃຊ້ເວລາຫຼາຍຊົ່ວໂມງເພື່ອນຳເອົາໂຕຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດອອກມາຈາກລົດເມ.

ປະຈຸບັນ ເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນ ແລະ ຍັງຫາສາເຫດຂອງການເກີດອຸບັດຕິເຫດໃນຄັ້ງນີ້.

ທີ່ມາ ຫນ່ວຍກູ້ໄພ ອາສາເພື່ອປະຊາຊົນ/Rescue Volunteer for People

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...