spot_img
Homeຂ່າວພາຍ​ໃນສອງອົງການແນວໂຮມລາວ-ຫວຽດນາມ ພ້ອມກັນສຸມໃສ່ການປະຕິບັດອີກ 3 ຂໍ້ ໃນ 10 ຂໍ້ທີ່ຕ້ອງເຮັດຮ່ວມກັນ

ສອງອົງການແນວໂຮມລາວ-ຫວຽດນາມ ພ້ອມກັນສຸມໃສ່ການປະຕິບັດອີກ 3 ຂໍ້ ໃນ 10 ຂໍ້ທີ່ຕ້ອງເຮັດຮ່ວມກັນ

Published on

ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມພົບປະ ທ່ານ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ສສ ຫວຽດນາມ ຢູ່ທີ່ສຳນັກງານນາຍົກລັດ ຖະມົນຕີໃນວັນທີ 26 ເມສາ 2023.

อาจเป็นรูปภาพของ 10 คน และ แท่นบรรยาย

ການເຂົ້າຢ້ຽມຢາມພົບປະຄັ້ງນີ້ ການນຳຂັ້ນສູງຂອງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ-ສອງລັດ ກໍ່ຄືສອງຊາດ ລາວ-ຫວຽດນາມ ໃນຕົ້ນປີນີ້ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມ ເຮັດວຽກຢູ່ ສປປ ລາວ ເຖິງ 2 ຄັ້ງ ເຊິ່ງສະແດງເຖິງຄວາມພິເສດທີ່ສຸດ ພ້ອມນີ້ ປະທານ ສນຊ ໄດ້ລາຍງານໃນການພົບປະປຶກສາກັບຄະນະປະຈຳສູນກາງແນວໂຮມ ປະເທດຊາດຫວຽດນາມ ເຫັນວ່າມີ ບັນຍາກາດດີຫຼາຍສອງຝ່າຍໄດ້ປະຕິບັດທິດຊີ້ນຳຂອງ 2 ກົມການເມືອງ ແລະ ລັດຖະບານ ສຳລັບການຈັດຕັ້ງປະຕິບັດບົດບັນທຶກຮ່ວມມືທີ່ສອງຝ່າຍ ໄດ້ເຊັນກັນໃນ ເດືອນກໍລະກົດ 2022 ນັ້ນໄດ້ສຳເລັດ 4 ໃນ 10 ຂໍ້ທີ່ຕ້ອງເຮັດຮ່ວມກັນ ແລະ ໄດ້ພ້ອມກັນສຸມໃສ່ການປະຕິບັດອີກ 3 ຂໍ້ ພາຍໃນປີ 2023 ນີ້.

อาจเป็นรูปภาพของ 12 คน และ แท่นบรรยาย

ຜ່ານການພົບປະສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນບົດຮຽນບັນດາຫົວຂໍ້ທີ່ສອງຝ່າຍມີຄວາມສົນໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດເພີ່ມຕື່ມຈຳນວນໜຶ່ງ ແຕ່ຕ້ອງມີການປະສານສົບທົບ ວາງແຜນການລະອຽດ ແລະຂໍທິດຊີ້ນຳຈາກການນຳຂອງສອງປະເທດ ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຜົນສຳເລັດໃນອານາຄົດ.

อาจเป็นรูปภาพของ 2 คน, ห้องข่าว, แท่นบรรยาย, ห้องทำงานรูปไข่ของประธานาธิบดี และ ข้อความ

ທີ່ມາ VientianeMai

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...