spot_img
Homeຂ່າວພາຍ​ໃນສວນປູກໄມ້ວິກໄດ້ຮັບຜົນກະທົບເກືອບ 300 ເຮັກຕາຈາກເຫດການໄຟໄໝ້ລາມປ່າ

ສວນປູກໄມ້ວິກໄດ້ຮັບຜົນກະທົບເກືອບ 300 ເຮັກຕາຈາກເຫດການໄຟໄໝ້ລາມປ່າ

Published on

ສວນປູກໄມ້ວິກ ຂອງບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ ຈໍາກັດໄດ້ຮັບຜົນກະທົບເກືອບ 300 ເຮັກຕາຈາກເຫດ ການໄຟໄໝ້ລາມປ່າ ຢູ່ເມືອງຫີນເຫີບ ແຂວງວຽງຈັນ, ຄິດເປັນມູນຄ່າຄວາມເສຍຫາຍທັງໝົດຫລາຍກວ່າ 10 ຕື້ກີບ.

ນັບແຕ່ຕົ້ນເດືອນເມສາ ເກີດສະພາບໄຟໄໝ້ລາມປ່າ ຢູ່ເມືອງຫີນເຫີບ ແຂວງວຽງຈັນ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ສວນປູກໄມ້ວິກຂອງບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ ຈໍາ ກັດເກືອບ 300 ເຮັກຕາ, ໃນນີ້ ຢູ່ບ້ານ ໂພນມ່ວງເສຍຫາຍ 10.000 ກວ່າເຮັກຕາ ແລະ ບ້ານໂພນ ເງິນຫລາຍກວ່າ 257.000 ເຮັກຕາ ມູນຄ່າຄວາມເສຍຫາຍຫລາຍກວ່າ 10 ຕື້ກີບ.

อาจเป็นรูปภาพของ ต้นไม้

ທ່ານ ນາງ ໄພວັນ ທ່ຽງຈັນໄຊ ຮອງຜູ້ອໍານວຍການ ບໍລິສັດບົວລະພາກະສິກໍາ ແລະ ປ່າໄມ້ ຈໍາກັດໃຫ້ສໍາພາດວ່າ: ສາເຫດທີ່ເຮັດໃຫ້ໄຟໄໝ້ແລ້ວລາມໄປໃສ່ສວນໄມ້ວິກຍ້ອນການຈູດປ່າເພື່ອເຮັດໄຮ່, ສວນທໍາການຜະລິດຂອງປະຊາຊົນດ້ວຍ ຄວາມປະມາດ ແລະ ບໍ່ມີການປ້ອງກັນແລວໄຟ, ປັດຈຸບັນ ທາງບໍລິສັດໄດ້ຮີບຮ້ອນຕັດໄມ້ອອກຈາກພື້ນທີ່ ທີ່ໄດ້ຮັບຄວາມເສຍຫາຍ ເຊິ່ງທາງບໍລິສັດຈໍາເປັນຈະຕ້ອງໄດ້ຂຶ້ນແຜນປູກໄມ້ ວິກທົດແທນເນື້ອທີ່ ທີ່ໄດ້ຮັບຄວາມເສຍຫາຍດັ່ງກ່າວ ເພື່ອບໍ່ໃຫ້ປະເນື້ອທີ່ໄວ້ໄປດົນ ເພາະມັນຈະສ້າງຄວາມເສຍຫາຍຕໍ່ສິ່ງແວດ ລ້ອມໃນໄລຍະຍາວ ພ້ອມທັງຈະເປັນເພີ່ມງົບປະມານສູງຕື່ມອີກຂອງບໍລິສັດຮອງຜູ້ອໍານວຍການ ບໍລິສັດບົວລະພາກະສິກໍາ ແລະ ປ່າໄມ້ ຈໍາກັດໃຫ້ຮູ້ຕື່ມວ່າ: ຜ່ານມາ ທາງບໍ ລິສັດບົວລະພາກະສິກໍາ ແລະ ປ່າໄມ້ຈໍາກັດໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງສະພາບໄຟ ໄໝ້ ລາມປ່າ ເປັນປົກກະຕິ ໂດຍໄດ້ສົ່ງພະນັກງານວິຊາການລົງໄປປະສານງານກັບອົງການປົກຄອງທີ່ກ່ຽວຂ້ອງເປັນ ປະຈໍາ ພ້ອມທັງແຈ້ງເຕື່ອນໃຫ້ປະຊາຊົນທີ່ເຮັດໄຮ່ ເຮັດສວນອ້ອມຂ້າງບໍລິເວນສວນດັ່ງກ່າວໃນເວ ລາຈູດສວນຂອງຕົນຄວນແຈ້ງໃຫ້ທາງບໍລິສັດໄດ້ຮັບຮູ້ ແຕ່ຍ້ອນຄວາມຮັບຮູ້ ເຂົ້າໃຈ ແລະ ການຂາດ ສະຕິຂອງປະຊາຊົນຈິ່ງພາໃຫ້ເກີດເຫດການດັ່ງກ່າວນີ້ຂຶ້ນ.

อาจเป็นรูปภาพของ หมอก และ ต้นไม้

ສະນັ້ນ, ຈິ່ງຮຽກຮ້ອງໃຫ້ອົງການປົກເມືອງຫີນເຫີບ ກໍ່ຄືອົງການປົກຄອງບ້ານ ໂພນມ່ວງ ແລະ ບ້ານໂພນເງິນ ເພີ່ມຄວາມເອົາໃຈໃສ່ເຜີຍແຜ່ບັນ ດານິຕິກໍາ, ລະບຽບກົດໝາຍກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນປະຊາຊົນທີ່ທໍາການຜະລິດຢູ່ອ້ອມຂ້າງສວນປູກໄມ້ວິກຂອງບໍລິສັດບົວ ລະພາກະສິກໍາ ແລະ ປ່າໄມ້ຈໍາກັດໄດ້ຮັບຮູ້ ເຂົ້າໃຈ ແລະ ມີຄວາມຮັບຜິດຊອບຫລາຍຂຶ້ນ.

อาจเป็นรูปภาพของ ลานเก็บไม้ขาย

ທີ່ມາ Lao National Radio

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...