Homeຂ່າວພາຍ​ໃນກັກຕົວ ຍິງ 1 ຄົນ ພ້ອມຢາສູບໄຟຟ້າ ຈຳນວນ 870 ອັນ ມາດຳເນີນຄະດີ

ກັກຕົວ ຍິງ 1 ຄົນ ພ້ອມຢາສູບໄຟຟ້າ ຈຳນວນ 870 ອັນ ມາດຳເນີນຄະດີ

Published on

ໃນວັນທີ 19 ເມສາ 2023 ທາງເຈົ້າຫນ້າທີ່ພະແນກຕໍາຫຼວດ ສະກັດກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈໍານວນຫນຶ່ງຈະມີການຊື້-ຂາຍ ຢາເສບຕິດ ປະເພດ ຢາສູບໄຟຟ້າ ຢູ່ເຂດບ້ານ ໜອງບົວຄຳ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ເມື່ອໄດ້ຮັບການລາຍງານຄືແນວນັ້ນທາງເຈົ້າຫນ້າທີ່ວິຊາສະເພາະ ຈື່ງໄດ້ລົງຕິດຕາມກວດກາສະຖານທີ່ດັ່ງກ່າວ ຜ່ານການກວດກາຕິດຕາມເຫັນວ່າ ມີມູນຄວາມຈິງ.

อาจเป็นรูปภาพของ 1 คน และ ข้อความ

ພໍຮອດເວລາ 21 ໂມງ ຂອງວັນດຽວກັນ ທາງເຈົ້າຫນ້າທີ່ວິຊາສະເພາະຈື່ງໄດ້ສະແດງຕົວເຂົ້າຈັບກຸມເປົ້າຫມາຍສາມາດກັກຕົວເປົ້າຫມາຍໄດ້ຈໍານວນ 01 ຄົນ ພາຍຫຼັງກັກຕົວຜູ້ຖືກຫາ ໄດ້ແລ້ວ ທາງເຈົ້າໜ້າທີ່ວິຊາສະເພາະກໍ່ໄດ້ຂະຫຍາຍຜົນປະສານສົມທົບກັບອຳນາດການປົກຄອງບ້ານໜອງບົວຄຳ ເມືອງທ່າແຂກ ທີ່ຜູ້ກ່ຽວໄດ້ເອົາຢາສູບໄຟຟ້າໄປຝາກໄວ້ (ເຊິ່ງເປັນເຮືອນຄົນຮູ້ຈັກ) ຜ່ານການກວດຄົ້ນເຮືອນຫຼັງດັ້ງກ່າວ ເຈົ້າຫນ້າທີ່ ໄດ້ພົບເຫັນ ຂອງກາງຢາເສບຕິດປະເພດຢາສູບໄຟຟ້າ ຈຳນວນ 4 ແກັດ ກັບ 7 ກັບ ເທົ່າກັບ 870 ອັນ. ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຈື່ງຮູ້ວ່າ ຜູ້ຖືກຫາຊື່ ນາງ ວິສຸດາ ສູນດາລາ ອາຍຸ 28 ປີ,ເປັນປະຊາຊົນຢູ່ບ້ານປາກຊິມັງ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ຜູ່ກ່ຽວໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ ຢາເສບຕິດ ປະເພດຢາສູບໄຟຟ້າຈຳນວນດັ່ງກ່າວເປັນຂອງຜູ່ກ່ຽວແທ້ໂດຍສັ່ງຊື້ນຳຄົນຮູ້ຈັກຜ່ານທາງ ເຟດບຸກ ຈຳນວນ 870 ອັນ ໃນລາຄາ ອັນລະ 60,000 ກີບ ເທົ່າກັບ 52,200,000 ກີບ ພາຍຫຼັງຕົກລົງຊື້ຂາຍກັນແມ່ນໄດ້ຂົນສົ່ງຜ່ານບໍລິສັດຂົນສົງແຫ່ງໜຶ່ງ ຫຼັງຈາກໄດ້ຮັບຢາເສບຕິດ ປະເພດຢາສູບໄຟຟ້າ ຜູ້ກ່ຽວໄດ້ເອົາໄປຝາກໄວ້ເຮືອນ (ນ້ອງຮັກ) ຢູ້ບ້ານ ໜອງບົວຄຳ ເມືອງ ທ່າແຂກເພື່ອຈະນຳໄປຂາຍຕໍ່ໃຫ້ໄວລຸ້ນພາຍໃນເທດສະບານເມືອງທ່າແຂກ ໃນລາຄາອັນລະ 80,000 ກີບ – 120,000 ກີບແຕ່ບໍ່ທັນໄດ້ຈຳໜ່າຍກໍ່ຖືກເຈົ້າຫນ້າທີ່ກັກຕົວມາດຳເນີນຄະດີກ່ອນ ປະຈຸບັນເຈົ້າໜ້າທີ່ພວມສືບຕໍ່ ຂະຫຍາຍຜົນຫາກຸ່ມແກ່ງຜູ່ຮ່ວມຂະບວນການ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ ປກສ ແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...