spot_img
Homeແຈ້ງການທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວໃນການແລກປ່ຽນເງິນຕາ

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວໃນການແລກປ່ຽນເງິນຕາ

Published on

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວໃນການແລກປ່ຽນເງິນຕານໍາບຸກຄົນ ແລະ ນິຕິບຸກຄົນ ທີ່ບໍ່ໄດ້ຮັບອະນຸຍາດແລກປ່ຽນເງິນຕາຈາກ ທະນາຄານແຫ່ງ ສປປ ລາວ.
ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ
2018;
ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15 /ສພຊ, ລົງວັນທີ
07 ກໍລະກົດ 2022;
ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ
2022;
ອີງຕາມແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນ ຂອງທະນາຄານທຸລະກິດ ສະບັບເລກທີ 01/ທຫລ, ລົງວັນທີ 13 ມັງກອນ 2023.

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ ແລະ ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວ ປະເທດ ຊາບວ່າ: ໃນໄລຍະຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງຢຸດຕິການອະນຸຍາດດໍາເນີນທຸລະກິດ ແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດ ທັງຫມົດ 419 ຮ້ານ ຫມາຍວ່າ ສປປ ລາວ ແມ່ນບໍ່ມີ ການອະນຸຍາດດໍາເນີນທຸລະກິດຮ້ານແລກປ່ຽນເງິນຕາແລ້ວ. ຜ່ານການຕິດຕາມກວດກາ ເຫັນວ່າ ມີບຸກຄົນ ຫຼື ນິຕິບຸກ ຄົນຈໍານວນຫນຶ່ງ ຍັງມີການສວຍໃຊ້ຄວາມຊິນເຄີຍກັບລູກຄ້າຂອງຕົນ ແລະ ມີການໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ໄດ້ ຮັບອະນຸຍາດໃຫ້ແກ່ສັງຄົມ.

ຕໍ່ກັບບັນຫາດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ໄດ້ມີການລົງຕິດຕາມກວດກາ ແລະ ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ໃນການປະຕິບັດມາດຕະການທາງກົດຫມາຍຕໍ່ຫົວຫນ່ວຍທຸລະກິດທີ່ ໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງດັ່ງກ່າວແຕ່ລະໄລຍະ.

ເຖິງຢ່າງໃດກໍຕາມ, ເພື່ອປະຕິບັດໃຫ້ສອດຄ່ອງຕາມກົດຫມາຍ ແລະ ລະບຽບການ, ບໍ່ເປັນການຊຸກຍູ້ສົ່ງເສີມ ການແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງ ແລະ ປ້ອງກັນຄວາມສ່ຽງຈາກປະກົດການຫຍໍ້ທໍ້ຂອງສັງຄົມ ທະນາຄານແຫ່ງ ສປປ ລາວ ຂໍຄວາມຮ່ວມມືມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ ແລະ ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ນໍາໃຊ້ບໍລິການປ່ຽນ ເງິນຕານາ ທະນາຄານທຸລະກິດ, ຫນ່ວຍບໍລິການ ແລະ ຫນ່ວຍແລກປ່ຽນເງິນຕາ ຂອງທະນາຄານທຸລະກິດ ທີ່ໄດ້ຮັບ ອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ເທົ່ານັ້ນ ຫຼີກລ່ຽງການໃຊ້ບໍລິການແລກປ່ຽນເງິນຕານໍາ ບຸກຄົນ ຫຼື ນິຕິບຸກຄົນ ທີ່ບໍ່ໄດ້ຮັບອະນຸຍາດ ລວມທັງຜູ້ທີ່ມີການໂຄສະນາແລກປ່ຽນເງິນຕາຜ່ານສື່ ແລະ ຊ່ອງທາງອອນລາຍຕ່າງໆ ຊຶ່ງຖືວ່າບໍ່ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກ ງານ, ທະຫານ ແລະ ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ເພື່ອຊາບ ແລະ ມີສະຕິ ໃນການແລກປ່ຽນເງິນຕາ.

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...