Homeຂ່າວຕ່າງປະເທດເຂົ້າສາຍພັນໃໝ່ ທີ່ສາມາດທົນທານຕໍ່ສະພາບອາກາດ

ເຂົ້າສາຍພັນໃໝ່ ທີ່ສາມາດທົນທານຕໍ່ສະພາບອາກາດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງມະນິລາ ປະເທດຟິລິປິນ ເມື່ອວັນທີ 23 ເມສາ 12023 ທີ່ຜ່ານມາ, ຄະນະນັກວິໄຈຈາກສະຖາບັນວິໄຈເຂົ້າ ແຫ່ງຊາດຂອງ ຟິລິປິນ ລາຍງານກ່ຽວກັບຄວາມຄືບໜ້າຂອງການສຶກສາ ໃນການພັດທະນາເຂົ້າເຊິ່ງມີຄຸນນະສົມບັດ ທີ່ທົນທານຕໍ່ສະພາບອາກາດ ແລະ ສາມາດປັບຕົວຕໍ່ສະພາບອາກາດ ເຊັ່ນ: ໄພແຫ້ງແລ້ງ, ນ້ຳຖ້ວມ ແລະ ລະດັບນ້ຳທະເລທີ່ເພີ່ມສູງຂຶ້ນ.

ທັງນີ້ ທີມຜູ້ຊ່ຽວຊານກຳລັງທົດລອງການປູກເຂົ້າສາຍພັນດັ່ງກ່າວ ທີ່ຍັງຢູ່ລະຫວ່າງການທົດລອງໂດຍມີການປ່ອຍນ້ຳເຂົ້າໃນນາໃຫ້ນ້ຳຖ້ວມ ຕາມພຶ້ນທີ່ຫຼາຍແຫ່ງຂອງຟິລິປິນ ເພື່ອການວິເຄາະຂໍ້ມູນຈາກສະພາບດິນທີ່ແຕກຕ່າງກັນ  ແລະ ມີການທົດລອງປູູກໃນອິນເດຍ ແລະ ເນປານ.

ເບື້ອງຕົ້ນຄະນະຜູ້ຊ່ຽວຊານກ່າວວ່າ: ເຂົ້າສາຍພັນນີ້ສາມາດລອດຊີວິດ ທ່າມກາງສະພາບແວດລ້ອມນ້ຳຖ້ວມ ໄດ້ດົນກວ່າເຂົ້າສາຍພັນປົກກະຕິປະມານ 2 ອາທິດ, ນອກຈາກນັ້ນ ທີມງານກຳລັງສຶກສາຄົ້ນຄວ້າ ແລະ ພັດທະນາສາຍພັນເຂົ້າທີ່ສາມາດມີຊີວິດຢູ່ລອດຢູ່ໃນສະພາບນາເກືອອີກດ້ວຍ.

ທີ່ມາ: REUTERS

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...