Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບເລຂາທິການໃຫຍ່ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ

ນາຍົກລັດຖະມົນຕີ ຕ້ອນຮັບເລຂາທິການໃຫຍ່ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ

Published on

ໃນວັນທີ 21 ເມສາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່າຮັບຂອງ ທ່ານ ກໍດອນ ຮຸກ ເລຂາທິການໃຫຍ່ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ພ້ອມດ້ວຍຄະນະປະເມີນສາກົນ ທີ່ເດີນທາງມາເຮັດວຽກຮ່ວມກັບ ສປປ ລາວ ກ່ຽວກັບຮ່າງບົດລາຍງານການປະເມີນຜົນຂອງ ສປປ ລາວ (ສະບັບທີ 2) ກ່ອນທີ່ຈະນຳເອົາບົດດັ່ງກ່າວ ເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມປະຈຳປີ ຂອງອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ໃນເດືອນກໍລະກົດນີ້.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີຄາລາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຖືເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ, ພ້ອມນີ້ຍັງສະແດງຄວາມຂອບໃຈ ແລະ ຊົມເຊີຍ ທີ່ຄະນະປະເມີນສາກົນໄດ້ເອົາໃຈໃສ່ ແລະ ຕັ້ງໜ້າເຮັດວຽກຮ່ວມກັບ ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງຝ່າຍລາວ ໃນການເກັບກຳຂໍ້ມູນ, ວິເຄາະສະພາບ ແລະ ບັນຫາຕ່າງໆ ໃນໄລຍະຜ່ານມາ ດ້ວຍຄວາມຮັບຜິດຊອບສູງ. ລັດຖະບານລາວ ໄດ້ຖືສຳຄັນວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ໄລຍະຜ່ານມາ ສປປ ລາວ ໄດ້ອອກນິຕິກຳຫລາຍສະບັບ ຕິດພັນວຽກງານຕ້ານການຟອກເງິນ ເປັນຕົ້ນ ກົດໝາຍວ່າດ້ວຍການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນແກ່ການກໍ່ການຮ້າຍ, ດຳລັດວ່າດ້ວຍການຟອກເງິນ ແລະ ອື່ນໆ.

ໂອກາດນີ້, ທ່ານ ກໍດອນ ຮຸກ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາຍົກລັດຖະມົນຕີ ທີ່ໄດ້ ໃຫ້ການຕ້ອນຮັບໃນຄັ້ງນີ້. ພ້ອມທັງຖືໂອກາດນີ້ ລາຍງານໂດຍຫຍໍ້ກ່ຽວກັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃຫ້ ສປປ ລາວ ໃຫ້ທ່ານ ນາຍົກລັດຖະມົນຕີ ຮັບຊາບ.

ທີ່ມາ ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...