spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມທົ່ວປະເທດຕ້ອງການເລືອດໃຫ້ຄົນ ເຈັບສູງເຖິງ 60 ພັນຖົງ!

ທົ່ວປະເທດຕ້ອງການເລືອດໃຫ້ຄົນ ເຈັບສູງເຖິງ 60 ພັນຖົງ!

Published on

bed302b553f2dcc623e3778356c79048

 

ເລືອດ​ມີ​ຄວາມ​ສຳ­ຄັນ ແລະ ຈຳ­ເປັນ​ຕໍ່​ຄົນ​ເຈັບ ແຕ່​ລະ​ປີ​ຄວາມ​ຕ້ອງ­ການ​ຊົມ­ໃຊ້​ເລືອດ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​

ສູງ​ເຖິງ 60 ພັນ​ຖົງ ແຕ່​ການ​ສະ­ໜອງ​ຕົວ​ຈິງ​ໄດ້​ພຽງ​ແຕ່​ເຄິ່ງ​ໜຶ່ງ ຂະ­ນະ​ທີ່​ອົງ­ການ​ກາ­ແດງ​ລາວ​ຮຽກ­ຮ້ອງ​ທຸກ​ຊັ້ນ​

ຄົນ​ທີ່​ມີ​ອາ­ຍຸ 17 ປີ ນ້ຳ­ໜັກ 45 ກິ​ໂລ​ຂຶ້ນ​ໄປ​ຂໍ​ໃຫ້​ຕື່ນ​ຕົວ​ບໍ­ລິ­ຈາກ​ເລືອດ​ປະ­ກອບ­ສ່ວນ​ຊ່ວຍ​ຊີ­ວິດ​ ຄົນ​ເຈັບ ຫຼ້າ​ສຸດ

​ວານ​ນີ້ ທີ່​ໂຮງ­ຮຽນ​ວຽງ​ຈັນ-ໂຮ່​ຈິ​ມິນ ກໍ​ໄດ້​ຈັດ​ກິດ­ຈະ­ກຳ​ບໍ­ລິ­ຈາກ​ເລືອດ ຊຶ່ງ​ມີ​ຜູ້​ບໍ­ລິ­ຈາກ 300 ກວ່າ​ຄົນ.

 

ທ່ານ ແພງ​ທອງ ບານ​ຈັນ­ທະ​ວົງ ຫົວ­ໜ້າ​ພະ​ແນກ​ປຸກ­ລະ­ດົມ ແລະ ບໍ​ລິຈາກ​ເລືອດ​ອົງ­ການ​ກາ­ແດງ​ລາວ​ໃຫ້​ສຳພາດ

​ຕໍ່​ສື່​ພວກ​ເຮົາ​ວ່າ: ປະ­ຈຸ​ບັນ​ກຳ­ລັງ​ເລັ່ງ​ຈັດ​ກິດ­ຈະ­ກຳ​ການ​ບໍ­ລິ­ຈາກ​ເລືອດ​ຖີ່​ຂຶ້ນ​ເພື່ອ​ ໃຫ້​ໄດ້​ເລືອດ​ສະ­ໜອງ​ແກ່​ຄົນ​

ເຈັບ​ທີ່​ກຳ­ລັງ​ນອນ​ປິ່ນ­ປົວ​ຕາມ​ໂຮງ­ໝໍ​ ຕ່າງໆ​ຢ່າງ​ພຽງ­ພໍ, ສະ­ເພາະ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ ມື້­ໜຶ່ງ​ຕ້ອງ­ການ​ໃຊ້

​ເລືອດ​ໃນ​ລະ­ດັບ 100 ກວ່າ​ຖົງ ແລະ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຕ້ອງ­ການ​ໃນ​ລະ­ດັບ 2-3 ພັນ​ຖົງ​ຕໍ່​ວັນ ສະ­ນັ້ນ ເພື່ອ​

ສະ­ໜອງ​ເລືອດ​ໃຫ້​ຄົນ​ເຈັບ​ຢ່າງ​ພຽງ­ພໍ​ພວກ​ເຮົາ​ພະ­ຍາ­ຍາມ​ ປຸກ­ລະ­ດົມ​ການ​ບໍ­ລິ­ຈາກ​ເລືອດ​ໃຫ້​ໄດ້ 60 ພັນ​ຖົງ​ຕໍ່​ປີ.

 

ຢ່າງ­ໃດ​ກໍ​ຕາມ ຜ່ານ​ການ​ລະ­ດົມ​ບໍ­ລິ­ຈາກ​ເລືອດ​ຕົວ​ຈິງ​ສະ­ຖິ­ຕິ​ສູງ​ສຸດ​ປີ​ໜຶ່ງ​ໄດ້​ພຽງ ​ແຕ່ 30 ພັນ​ຖົງ ແຕ່​ກໍ​ຍັງ​ບໍ່​ພຽງ

­ພໍ​ກັບ​ຄວາມ​ຕ້ອງ­ການ ດັ່ງ­ນັ້ນ ທາງ​ອົງ­ການ​ກາ­ແດງ​ຈິ່ງ​ຈັດ​ກິດ­ຈະ­ກຳ​ຖີ່​ຂຶ້ນ ເພື່ອ​ໃຫ້​ບັນ­ລຸ​ຕາມ​ຄວາມ​ຕ້ອງ­ການ,

ຜ່ານ​ມາ​ການ​ໃຫ້​ບໍ­ລິ­ຈາກ​ເລືອດ​ເຫັນ​ວ່າ​ຄົນ​ມີ​ຄວາມ​ຕື່ນ​ຕົວ​ຫຼາຍ​ຂຶ້ນ ໂດຍ​ສະ­ເພາະ​ຜູ້​ຄົນ​ຢູ່​ໃນ​ຕົວ​ເມືອງ ແຕ່​ສະ­

ຖານ­ທີ່​ໃຫ້­ການ​ບໍ​ຈາກ​ຍັງ​ຈຳ­ກັດ​ອາ­ໄສ​ຕາມ​ໂຮງ­ຮຽນ​ຕ່າງໆ ແລະ ພະ­ນັກ­ງານ​ບໍ­ລິ­ການ​ບໍ­ລິ­ຈາກ​ເລືອດ​ມີ​ໜ້ອຍ ເມື່ອ​

ຄົນ​ມາ​ບໍ­ລິ­ຈາກ​ຫຼາຍ​ກໍ​ບໍ່​ສາ­ມາດ​ບໍ­ລິ­ການ​ໄດ້​ທັນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...