spot_img
Homeຂ່າວພາຍ​ໃນກະຊວງສາທາລະນະສຸກໄດ້ອອກມາເຕືອນປະຊາຊົນກ່ຽວກັບເຝີເຮືອກາເລີຣົດ

ກະຊວງສາທາລະນະສຸກໄດ້ອອກມາເຕືອນປະຊາຊົນກ່ຽວກັບເຝີເຮືອກາເລີຣົດ

Published on

ຕາມແຈ້ງການຂອງ ກະຊວງສາທາລະນະສຸກ ກົມອາຫານ ແລະ ຢາ ເລກທີ 3865/ກອຢ ໃນວັນທີ 19 ເມສາ 2023 ໄດ້ອອກມາເຕືອນປະຊາຊົນເລື່ອງ ຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານ ເຝີເຮືອເຄິ່ງສໍາເລັດຮູບ (ກາເລີຣົດ).

ໂດຍຄະນະກໍາມະການຄຸ້ມ ຄອງອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທ ກວດພົບຜະລິດຕະພັນອາຫານບັນຈຸຖົງພາສຕິກສີແດງ ສະຫຼາກລະບຸ ເຝີເຮືອເຄີ່ງສໍາເລັດຮູບ (ກາເລີຣົດ) “Lerros Instant Boat Noodle” ເລກ ອ.ຢ ໄທ 12-2-01765-6-0002 ວັນ ທີ່ຜະລິດ 01.02.2023 ວັນຫມົດອາຍຸ 01.05.2023, ຜະລິດໂດຍ: ກ້ວຍຕຽວເລີຣົດ ເລກທີ 9/10 ຕໍາບົນບ້ານໃຫມ່ ຈັງຫວັດນົນທະບູລີ, ຈັດຈໍາຫນ່າຍໂດຍ: ບໍລິສັດ ເລີຣົດ ອິນເຕີຟຸດ ຈໍາກັດ ເລກທີ408/6 ຫມູ່ 7 ຕໍາບົນ ບາງປູໃຫມ່ ອໍາເພີ ເມືອງສະມຸດປາການ ປະເທດໄທ (ຕາມຮູບພາບທີ່ໄດ້ຕິດຄັດ) ມີການປົນເປື້ອນ ເຊື້ອຈຸລິນຊີ Bacillus cereus 6,600CFU/ກຣາມ ເກີນມາດຕະຖານກໍານົດ ຊື່ງສາມາດເຮັດໃຫ້ເກີດພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີຄວາມອັນຕະລາຍຕໍ່ສຸຂະພາບ.

ດັ່ງນັ້ນ, ກົມອາຫານ ແລະ ຢາ ຈື່ງຮຽນມາຍັງທ່ານເພື່ອພິຈາລະນະຊີ້ນໍາເຈົ້າຫນ້າທີ່ກວດກາອາຫານ ລົງຕິດຕາມ ແລະ ເຝົ້າລະວັງການນໍາເຂົ້າ ແລະ ຈໍລະຈອນຕາມທ້ອງຕະຫຼາດ ແລະ ແຈ້ງມາຍັງຜູ້ບໍລິໂພກ ຫ້າມຊື້, ຫ້າມບໍລິໂພກ, ຈໍາໜ່າຍ ແລະ ນໍາເຂົ້າ ຜະລິດຕະພັນດັ່ງກ່າວຕາມທີ່ໄດ້ກ່າວໄວ້ຂ້າງເທິງນີ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...