spot_img
Homeຂ່າວພາຍ​ໃນສະຫຼອງປີໃໝ່ລາວ ບໍ່ແກ້ວ ມີອຸບັດຕິເຫດ 8 ເລື່ອງ ມີຜູ້ເສຍຊິວິດ 3 ຄົນ

ສະຫຼອງປີໃໝ່ລາວ ບໍ່ແກ້ວ ມີອຸບັດຕິເຫດ 8 ເລື່ອງ ມີຜູ້ເສຍຊິວິດ 3 ຄົນ

Published on

ຕາມການລາຍງານຂໍ້ມູນຈາກເຈົ້າໜ້າທີ່ຈາລະຈອນ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 ປີ 2023 ໃນລະຫວ່າງວັນທີ 11 ຫາ 17 ເມສາ 2023 ມີອຸປະຕິເຫດຢູ່ຕາມທ້ອງຖະໜົນຫຼວງ 8 ເລື່ອງ, ມີພາຫະນະເປເພ່ ເລັກນ້ອຍ 6 ຄັນ ໃຊ້ການບໍ່ໄດ້ 1 ຄັນ, ມີຄົນເຈັບເລັກນ້ອຍ 7 ຄົນ, ເຈັບສົມຄວນ 11 ຄົນ, ສາຫັດ 1 ຄົນ ແລະ ມີຜູ້ເສຍຊິວິດ 3 ຄົນ.

  1. ໃນນີ້ ຢູ່ເມືອງຫ້ວຍຊາຍມີ 1 ເລື່ອງ: ມີລົດຈັກຕໍາລົດຈັກ ມີພາຫະນະເປເພ່ສົມຄວນ 2 ຄັນ, ມີຄົນໄດ້ຮັບບາດເຈັບສົມຄວນ 2 ຄົນ.
  2. ເມືອງປາກທາ 1 ເລື່ອງ: ມີລົດຈັກຕໍາຄົນຍ່າງ, ມີພາຫະນະເປເພ່ ເລັກນ້ອຍ 1 ຄັນ, ມີຄົນໄດ້ຮັບບາດເຈັບເລັກນ້ອຍ 2 ຄົນ, ສາຫັດ 1 ຄົນ;
  3. ເມືອງຜາອຸດົມ 3 ເລື່ອງ: ມີລົດຈັກຕໍາລົດຈັກ ມີພາຫະນະເປເພ່ເລັກນ້ອຍ 1ຄັນ, ສົມຄວນ 3 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ມີຄົນໄດ້ຮັບບາດເຈັບເລັກນ້ອຍ 3 ຄົນ, ເຈັບສົມຄວນ 5 ຄົນ;
  4. ເມືອງຕົ້ນເຜິ້ງ 3 ເລື່ອງ: ມີລົດເກັງ ຕໍາລົດເກັງ, ລົດເສຍຫຼັກຕໍາຕົ້ນໄມ້ ແລະ ລົດກະບະວິໂກ ຕໍາລົດຖີບໄຟຟ້າ
  5. ຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ 1ລາຍ ມີພາຫະນະເປເພ່ເລັກນ້ອຍ 3 ຄັນ, ສົມຄວນ 4 ຄັນ, ມີຜູ້ທີ່ໄດ້ຮັບບາດເຈັບເລັດໜ້ອຍ 4 ຄົນ ແລະ ມີຜູ້ເສຍຊິວິດ 3 ຄົນ.

ທີ່ມາ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...