spot_img
Homeຂ່າວພາຍ​ໃນທີມຊາດລາວ ອາຍຸບໍ່ເກີນ 22 ປີ ກຽມລຸຍຊີເກມຄັ້ງທີ 32

ທີມຊາດລາວ ອາຍຸບໍ່ເກີນ 22 ປີ ກຽມລຸຍຊີເກມຄັ້ງທີ 32

Published on

ອອກມາແລ້ວລາຍຊື່ທັບນັກກິລາທີມຊາດລາວ ອາຍຸບໍ່ເກີນ 22 ປີ 25 ຄົນ ກຽມຝຶກຊ້ອມຢູ່ທີ່ປະເທດ ຊາອຸດິ ອາຣັບເບຍ ໃນລະຫວ່າງວັນທີ 11-25 ເມສາ 2023 ເພື່ອກຽມຄວາມພ້ອມ ເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 32 ຢູ່ທີ່ ປະເທດ ກຳປູເຈຍ, ພາຍໃຕ້ການຄຸມທີມ ຂອງ ທ່ານ ໄມເຄີນ ໄວ໌ສ ໄດ້ປະກາດລາຍຊື່ນັກກີລາ ນັກກິລາ 25 ຄົນ ມີດັ່ງນີ້:
ຜູ້ຮັກປະຕູ
– ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນກິລາບານເຕະ ເອສະຣາ
– ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
– ສໍລະສັກ ທິລາວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

ກອງຫລັງ
– ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກ ລະດັບ ມະຫາວິທະຍາໄລ ຂອງອາເມຣິກາ)
– ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
– ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
– ອີນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ
– ເພັດດາວັນ ສົມສະນິດ ຈາກ ສະໂມສອນ Master7
– ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ
– ຂຸນວັງ ສູນດາລາ ຈາກ ສະໂມສອນ ນ້ຳທາ
– ພຸດທະລັກ ທອງສະນິດ ຈາກ ສະໂມສອນ ເອສະຣາ
– ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ

ກອງກາງ
– ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ4 ຂອງເຢຍລະມັນ)
– ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ
– ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
– ດາໝົດ ທອງຄຳສະຫວັດ ຈາກ ສະໂມສອນ ເອສະຣາ
– ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ
– ສອນໄຊ ພັນທະໄຊ ຈາກ ສະໂມສອນ Master7
– ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ

ກອງຫນ້າ
– ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ ສະໂມສອນ Montceau (ລີກ ລະດັບ4 ຂອງຝຣັ່ງ),
– ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
– ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ Master7
– ອາທິດ ຫລວງລາດ ຈາກ ສະໂມສອນ ເອສະຣາ
– ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ
– ທະນົງໄຊ ຣາມາງກຸນ ຈາກ ສະໂມສອນ ນ້ຳທາ
ສຳລັບການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– ວັນທີ 30/04/2023 ເວລາ 19:00 ຫວຽດນາມ ພົບ ລາວ
– ວັນທີ 03/05/2023 ເວລາ 19:00 ມາເລເຊຍ ພົບ ລາວ
– ວັນທີ 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ
– ວັນທີ 08/05/2023 ເວລາ 16:00 ລາວ ພົບ ໄທ
ທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Prince Stadium

ຂໍ້ມູນ: ສຕລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...