spot_img
Homeຂ່າວຕ່າງປະເທດພະນັກງານຍິງໃນຈີນ ນັ່ງລົດຫຼູເພື່ອເດີນທາງໄປເຮັດວຽກລ້າງຈານ

ພະນັກງານຍິງໃນຈີນ ນັ່ງລົດຫຼູເພື່ອເດີນທາງໄປເຮັດວຽກລ້າງຈານ

Published on

ຖືວ່າເປັນເລື່ອງລາວທີ່ໄດ້ຮັບຄວາມໜ້າສົນໃຈຫຼາຍໃນອາທິດທີ່ຜ່ານມາ, ຫຼັງມີຜູ້ຄົນໂພສຄລິບວີດີໂອ ຜູ້ຍິງຊາວຈີນລາຍໜຶ່ງລົງຈາກລົດຫຼູ ເພື່ອເຂົ້າຮ້ານອາຫານໄປເຮັດວຽກລ້າງຈານ.

ອີງຕາມການລາຍງານຂອງເວັບໄຊ້ news.tvbs ໄດ້ແຊຣ์ວີດີໂອພະນັກງານລ້າງຈານ ທີ່ຮ້ານອາຫານແຫ່ງໜຶ່ງໃນເຂດເສຊວນ ຂອງຈີນ ຜູ້ຍິງຄົນນີ້ແຕ່ງໂຕດ້ວຍເສື້ອຍຶດ ໂສ້ງຂາຍາວທຳມະດາ ແຕ່ສິ່ງທີ່ບໍ່ທຳມະດາຄື: ລາວເດີນທາງໄປ-ກັບ ດ້ວຍລົດ ເບ້ນລີ້ (Bentley) ມູນຄ່າເກືອບ 5 ແສນໂດລາ.

ຜູ້ຍິງຄົນດັ່ງກ່າວເປີດເຜີຍວ່າ: ຄົນທີ່ມາຮັບ-ສົ່ງລາວທຸກມື້ແມ່ນລູກຂອງລາວ ແລະ ລາວເຮັດວຽກໃນຮ້ານອາຫານບໍ່ໄດ້ຫວັງເງິນ, ລາວພຽງແຕ່ຮູ້ສຶກເບື່ອທີ່ໄດ້ຢູ່ບ້ານ ແລະ ຮູ້ສຶກອຶດອັດຖ້າຫາກມື້ໃດບໍ່ໄດ້ລ້າງຈານ.

ສື່ສັງຄົມຈີນຄອມເມັ້ນຊົມເຊີຍ ຍິງສາວຄົນນີ້ທີ່ເປັນຄົນລວຍແລ້ວແຕ່ຍັງດຸໝັ່ນໃນການເຮັດວຽກ ເຊິ່ງເປັນທັດສະນະຄະຕິທີ່ດີຫຼາຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...