Homeຂ່າວພາຍ​ໃນປະກາດແຕ່ງຕັ້ງກຳມະການຄະນະພັກ ກົມໃຫຍ່ການເມືອງ ປກສ

ປະກາດແຕ່ງຕັ້ງກຳມະການຄະນະພັກ ກົມໃຫຍ່ການເມືອງ ປກສ

Published on

ພິທີປະກາດມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກຂອງອົງຄະນະກົມໃຫຍ່ການເມືອງ ປກສ ຈັດຂຶ້ນໃນວັນທີ 7 ເມສາ 2023, ເປັນປະທານໂດຍ ສະຫາຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາໜ່ວຍພັກຮາກຖານຫ້ອງ, ກົມ, ໂຮງຮຽນ ທີ່ຂຶ້ນກັບເຂົ້າຮ່ວມ.

ໃນນີ້, ຄະນະພັກກະຊວງ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັອ ວັນນະເລດ ບຸດຕະວົງ ແລະ ສະຫາຍ ພັອ ປອ ວຽງໄຊ ທໍາມະສິດ ເປັນກຳມະການຄະນະພັກກົມໃຫຍ່ການເມືອງ ປກສ ຕາມມະຕິຕົກລົງຂອງຄະນະພັກກະຊວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກຂອງອົງຄະນະພັກກົມໃຫຍ່ການເມືອງ ປກສ ສະບັບເລກທີ 83/ຄພປກສ ລົງວັນທີ 22 ມີນາ 2023.

ໃນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປກສ ວ່າດ້ວຍການອະນຸມັດສ້າງຕັ້ງ ພະແນກປະກັນສັງຄົມ, ໜ່ວຍງານປະກັນສັງຄົມຂຶ້ນກັບບັນດາກົມໃຫຍ່, ຫ້ອງວ່າການ, ກົມ, ກອງບັນຊາການ, ວິທະຍາຄານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງວຽງຈັນ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...