spot_img
Homeຂ່າວພາຍ​ໃນປັບປຸງຕະຫຼາດຂົວດິນ ໃຫ້ກາຍເປັນຕະຫຼາດແບບຢ່າງທີ່ທັນສະໄໝ

ປັບປຸງຕະຫຼາດຂົວດິນ ໃຫ້ກາຍເປັນຕະຫຼາດແບບຢ່າງທີ່ທັນສະໄໝ

Published on

ພິທີຖະແຫຼງຂ່າວກ່ຽວກັບການປັບປຸງຕະຫຼາດຂົວດິນ ທີ່ຈະເລີ່ມແຕ່ວັນທີ 25 ເມສາ 2023 ນີ້, ເພື່ອເປັນການພັດທະ ນາການກໍ່ສ້າງຕະຫຼາດຂົວດິນໃໝ່ ໃຫ້ກາຍເປັນຕະ ຫຼາດແບບຢ່າງທີ່ທັນສະໄໝ ສົ່ງເສີມເອກະລັກຄວາມເປັນລາວ. ແຕ່ຍັງຄົງຮັກສາຮູບແບບການຄ້າຂາຍຄືເກົ່າ ໃນວັນທີ 6 ເມສາ 2023 ທີ່ໂຮງແຮມລາວພຣາຊາ, ໂດຍມີທ່ານ ວິລິດ ແສງດາລາ ຜູ້ອຳນວຍການ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ, ທ່ານ ນາງ ມະນັນພັດ ທະນັດທັນນາລົມ ທີ່ປຶກສາ ບໍລິສັດ ປັນຍາຊັບ ບິວດິ້ງ ໂຊລູເຊິນ ຈຳກັດ ແລະ ທ່ານ ເທີດສິດທິ ຫໍປະສາດສຸກ ຜູ້ຈັດການບໍລິສັດ ເວີທູອາກ ຈຳກັດ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ບັນດາສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

อาจเป็นรูปภาพของ 6 คน, ผู้คนกำลังยืน และ ข้อความ

ທ່ານ ວິລິດ ແສງດາລາ ກ່າວວ່າ: ກ່ຽວກັບການປັບປຸງຕະຫຼາດຂົວດິນ ເຊິ່ງຈະເລີ່ມຕົ້ນປັບປຸງໃນວັນທີ່ 25 ເມສາ 2023, ໂດຍອີງຕາມການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ແນວທາງທິດຊີ້ນໍາຂອງພັກ-ລັດ ທີ່ວາງອອກ. ຜ່ານການຄົ້ນຄວ້າ ແລະ ສໍາຫຼວດ ເຫັນວ່າປັດຈຸບັນຕະຫຼາດຂອງພວກເຮົາມີສະພາບທີ່ເກົ່າ ແລະ ບໍ່ທັນສະໄໝ ເນື່ອງຈາກຖືກນໍາໃຊ້ເປັນເວລາຫຼາຍສິບປີ ( ປະ ມານ 40 ປີ ) ຈຶ່ງເປັນທີ່ມາໃນການປັບປຸງຕະຫຼາດໃນຄັ້ງນີ້.

ສະນັ້ນ, ທາງບໍລິສັດ ຈຶ່ງໃຫ້ຄວາມສຳຄັນຕໍ່ການພັດທະນາການກໍ່ສ້າງຕະຫຼາດຂົວດິນໃໝ່ ໃຫ້ກາຍເປັນຕະຫຼາດແບບ ຢ່າງທີ່ທັນສະໄໝ, ສະດວກ, ສະອາດ, ປອດໄພ, ການບໍລິການທີ່ດີ ແລະ ເປັນຕະຫຼາດທາງດ້ານວັດທະນະທໍາ, ສົ່ງເສີມເອກະລັກຄວາມເປັນລາວ. ແຕ່ຍັງຄົງຮັກສາຮູບແບບການຄ້າຂາຍຄືເກົ່າ ຍັງຄົງເປັນຕະຫຼາດສົດ, ຕະຫຼາດຂາຍສົ່ງ-ຂາຍ ຍ່ອຍ ແລະ ມີສິນຄ້າຫຼາກຫຼາຍຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ ໃນປີ 2024 ນີ້.

ກ່ອນໜ້ານີີ້, ຫ້ອງການຈັດສັນຕະຫຼາດ ໄດ້ຈັດກອງປະຊຸມປຶກສາຫາລືກັບຊາວຄ້າ ຂາຍ ໂດຍໄດ້ຕົກລົງເຫັນດີຍົກຍ້າຍອອກທັງໝົດ ເພື່ອອຳນວຍຄວາມສະດວກໃນການກໍ່ສ້າງໃຫ້ສຳເລັດຕາມກຳນົດເວລາ ແລະ ຊາວຄ້າຂາຍເຫັນດີຊອກຫາພື້ນທີ່ຄ້າຂາຍດ້ວຍຕົນເອງຊົ່ວຄາວ.

ການລົງທຶນໃນການພັດທະນາ ແລະ ກໍ່ສ້າງໃນຄັ້ງນີ້ແມ່ນ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ເປັນຜູ້ລົງທຶນທັງໝົດ 100% ບໍ່ໄດ້ຂາຍຮຸ້ນ ຫຼື ຮ່ວມທຶນກັບບໍລິສັດຕ່າງປະເທດ; ເຊິ່ງຍັງເປັນເຈົ້າກຳມະສິດເດີມ 100%, ລວມມູນຄ່າການລົງທຶນ 200 ຕື້ກວ່າກີບ, ເຊິ່ງໄດ້ຮັບການອະນຸມັັດແລ້ວຈາກທະນາຄານພັດທະນາລາວ ທີ່ສະໜອງທຶນໃນໂຄງການດັ່ງກ່າວ.

ການດຳເນີນໂຄງການກໍ່ສ້າງຕະຫຼາດຂົວດິນ ຄາດວ່າຈະໃຊ້ເວລາການກໍ່ສ້າງປະມານ 11 ເດືອນ; ເຊິ່ງຈະເລີ່ມແຕ່ວັນທີ 1 ພຶດສະພາ 2023 ແລະ ຈະເປີດນໍາໃຊ້ຕະຫຼາດໃໝ່ໃນເດືອນ ມີນາ ປີ 2024. ພາຍຫຼັງສຳເລັດການກໍ່ສ້າງແມ່ນຈະເປີດໃຫ້ມີການຄ້າ ຂາຍຢ່າງເປັນປົກກະຕິ; ຖ້າບັນດາທ່ານຜູ້ປະກອບການ, ຊາວຄ້າຂາຍ ແລະ ປະຊາ ຊົນ ມີຄວາມສົນ ໃຈໃນການຈັດຕັ້ງປະຕິບັດໂຄງການ ຂໍໃຫ້ປະສານໄດ້ນໍາຫ້ອງການຈັດສັນຕະຫຼາດຂົວດິນໄດ້ທຸກເວລາ ແລະ ຕ້ອງຂໍອາໄພໃນຄວາມບໍ່ສະດວກໃນໄລຍະການປັບປຸງ.

อาจเป็นรูปภาพของ 10 คน และ กลางแจ้ง

ແຫຼ່ງຂາ່ວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...