spot_img
Homeຂ່າວພາຍ​ໃນກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ

Published on

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃນວັນທີ 6-7 ເມສາ 2023 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກ ຈາກບັນດາກົມ, ສະຖາບັນ ແລະ ຫ້ອງການກະຊວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ເຂົ້າຮ່ວມ ເພື່ອສະຫລຸບຜົນງານພົ້ນເດັ່ນຕາມ 5 ແຜນງານ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງຂະແໜງ ອຸດສາຫະກຳ ແລະ ການຄ້າ, ລົງເລິກບາງໜ້າທີ່ວຽກງານ ທີ່ສັງຄົມໃຫ້ຄວາມສົນໃຈ ກໍຄື ສິ່ງທີ່ລັດໃຫ້ຄວາມສຳຄັນ ເປັນຕົ້ນ ການຄຸ້ມຄອງ ແລະ ການສະໜອງນໍ້າມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ, ການຄຸ້ມຄອງສິນຄ້ານຳເຂົ້າ ແລະ ສົ່ງອອກ, ການສົ່ງເສີມຜະລິດເປັນສິນຄ່າ ເພື່ອທົດແທນ ການນຳເຂົ້າ, ການເຂົ້າເຖິງແຫລ່ງ ທຶນ MSME. ພ້ອມນີ້, ກອງປະຊຸມຍັງໄດ້ລົງເລິກ ທັງດ້ານດີ-ດ້ານອ່ອນ, ປຶກສາຫາລື ຖາມ-ຕອບ ໃນບບັນຫາຕ່າງໆ ທີ່ຕ້ອງມີຄວາມກະຈ່າງແຈ້ງ, ພ້ອມທັງເອົາໃຈໃສ່ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ ໃນຂະແໜງ ອຸດສາຫະກຳ ແລະ ການຄ້າ.

ທ່ານ ມະໄລທອງ ກົມມະສິດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາສາມາດສະຫລຸບການຈັດຕັ້ງປະຕິບັດ ພົ້ນເດັ່ນຄື ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສາມາດບັນລຸໄດ້ 13.210 ຕື້ກີບ, ເທົ່າກັບ 101,56% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 11, 21%, ມູນຄ່າການບໍລິການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ແມ່ນສາມາດບັນລຸໄດ້ 72. 622 ຕື້ກີບ, ເທົ່າກັບ 107% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18,87%, ມູນຄ່ານຳເຂົ້າ-ສົ່ງອອກບັນລຸໄດ້ 15.006 ລ້ານໂດລາສາຫະລັດ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 11 % ແລະ ບັນລຸໄດ້ ທັງໝົດ 110 % ຂອງແຜນການປີ 2022 ໃນນີ້ ມູນຄ່າສົ່ງອອກ ປະຕິບັດໄດ້ 8.198 ລ້ານໂດລາສາຫະລັດ, ເພີ່ມຂຶ້ນ 7,5% ແລະ ບັນລຸໄດ້ 107,87% ຂອງແຜນການປີ, ມູນຄ່ານຳເຂົ້າ ປະຕິບັດໄດ້ 6.808 ລ້ານໂດລາສາຫະລັດ, ເພີ່ມຂຶ້ນ 15,6% ເທົ່າກັບ112,53% ຂອງແຜນການປີ. ຈາກຕົວເລກດັ່ງກ່າວເຫັນວ່າ, ມູນຄ່າການຄ້າແມ່ນເກີນດຸນ1. 390 ລ້ານໂດລາສາຫະລັດ ຖ້າບໍ່ລວມບໍ່ລວມຕົວເລກນຳເຂົ້າ ແລະ ສົ່ງອອກໄຟຟ້າກໍ່ຍັງຂາດດຸນການຄ້າຢູ່ປະມານ 928 ລ້ານໂດລາສາຫະລັດ.

ພ້ອມນີ້, ຍັງໄດ້ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟ, ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາດ້ວຍຫລາຍ ມາດຕະການ ເລີ່ມຈາກການແຕ່ງຕັ້ງຄະນະສະເພາະກິດລະດັບສູນກາງ ເພື່ອຊີ້ນໍາຢ່າງໃກ້ຊິດ ຕາມທິດຊີ້ນຳ ບໍ່ໃຫ້ນໍ້າ ມັນເຊື້ອໄຟຂາດແຄນ ແລະ ໄດ້ປັບປຸງການອອກແຈ້ງການປັບລາຄານໍ້າມັນເຊື້ອໄຟ ພາຍຫລັງປໍ້ານໍ້າມັນປິດ ເພື່ອແກ້ ໄຂບັນຫາການຍາດແຍ່ງໃສ່ນໍ້າມັນ ກ່ອນມີການປັບລາຄາຂຶ້ນ; ໄດ້ເອົາໃຈ ໃສ່ໃນວຽກງານກໍານົດໂຄງປະກອບລາຄາ, ການກໍານົດລາຄາສູງສຸດ ຫລື ຂອບເຂດລາຄາ ແລະ ຄວບຄຸມສິນຄ້າໃນຄັງແຮສໍາຮອງ ເຮັດໃຫ້ບາງລາຍການສິນຄ້າ ມີລາຄາສະທ້ອນເຖິງຕົ້ນທຶນການຜະລິດ/ການນຳເຂົ້າຕົວຈິງ, ບາງລາຍການສິນຄ້າ ມີລາຄາຕໍ່າກວ່າ ປະເທດໃກ້ຄຽງຂອງ ສປປ ລາວ; ໄດ້ຮອງຮັບເອົາຍຸດທະສາດ ວຽກຍຸດທະສາດການສົ່ງອອກເຂົ້າ ຊຶ່ງໄດ້ລາຍງານການນໍາກະຊວງ, ທະນາຄານ ໂລກກ່ຽວກັບການປັບປຸງດັ່ງກ່າວ ໄດ້ຍົກລະດັບຄວາມສາມາດແຂ່ງຂັນ-ສົ່ງເສີມການຜະລິດ, ນໍາໃຊ້ຜົນຜະລິດອຸດສາ ຫະກຳພາຍໃນ, ປະຕິບັດເປົ້າໝາຍການເຕີບໂຕສີຂຽວແຫ່ງຊາດ, ສົ່ງເສີມການພັດທະນາອຸດສາຫະກຳປຸງແຕ່ງແບບຍືນ ຍົງ, ການສ້າງມູນຄ່າເພີ່ມ-ຍົກລະດັບຜະລິດຕະພາບ ສືບຕໍ່ຄົ້ນຄວ້າ ແລະ ສ້າງແຜນວຽກ, ກົນໄກການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ອາຊຽນຂອງ ສປປ ລາວ, ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ແລະ ຂອບອື່ນໆ ທີ່ກ່ຽວຂ້ອງ, ໄດ້ແກ້ໄຂ ບັນຫາ ລົດຂົນສົ່ງສິນຄ້າ ທີ່ແອອັດໃຫ້ ສາມາດສົ່ງອອກໄປ ສປ ຈີນ ຫລາຍຂຶ້ນ, ປັບປຸງກົນໄກ, ຫລຸດຜ່ອນຂັ້ນຕອນ ແລະ ໄລຍະເວລາການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ເລກປະຈໍາຕົວຜູ້ ເສຍອາກອນ ສາມາດຫລຸດຂັ້ນ ຕອນ ແລະ ໄລຍະເວລາການເລີ່ມຕົ້ນທຸລະກິດ ຈາກ 9 ຂັ້ນຕອນ ມາເປັນ 2 ຂັ້ນຕອນ, ຊຸກຍູ້ SME ທີ່ໄດ້ຮັບ ສິນເຊື່ອບ້ວງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ບ້ວງ 3% ສາມາດຖືບັນຊີໄດ້ 130 ຫົວໜ່ວຍ, ສົ່ງເສີມຄວາມສາມາດໃນການແຂ່ງຂັນທຸລະກິດໃຫ້ແກ່ສະມາຄົມສົ່ງເສີມຖິ່ນກໍາເນີດ ກາເຟບໍລະເວນ ແລະ ຊາປາກຊ່ອງ ຮ່ວມກັບອົງການຊັບສິນທາງປັນຍາໂລກ (WIPO) ສາມາດຢັ້ງຢືນຜະລິດຕະພັນ ແລະ ສິນຄ້າ ເພື່ອດໍາເນີນການຂໍອະນຸ ຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ແລະ ໄດ້ພັດທະນາເວັບໄຊ ເອີ້ນວ່າ: ໂຄງການສົ່ງເສີມ ແລະ ພັດທະນາ ລະບົບການຄ້າຜ່ານທາງເອເລັກໂຕຣນິກ E-commerce ສໍາລັບຜະລິດຕະພັນກະສິກໍາ ແລະ ສິນຄ້າ ສປປ ລາວ ເພື່ອສົ່ງອອກໄປຕະຫລາດຕ່າງປະເທດ ແລະ ຊື້-ຂາຍພາຍໃນ ຊຶ່ງທັງໝົດແມ່ນໝາກຜົນທີ່ຍາດມາໄດ້ໃນ 1 ປີທີ່ຜ່ານມາ.

ໃນກອງປະຊຸມ, ໄດ້ກຳນົດຕົວເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2023 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເຊິ່ງປະກອບມີ: ດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳຄາດຄະເນ ໃຫ້ບັນລຸ 14.029,09 ຕື້ກີບ; ດ້ານການຄ້າພາຍໃນ: ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ (ຂາຍົກ-ຂາຍ່ອຍ ແລະ ຄ່າບໍລິການສ້ອມແປງ) ຄາດຄະເນໃຫ້ບັນລຸ 73.541,08 ຕື້ກີບ; ດ້ານການຄ້າຕ່າງປະເທດ: ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 15.325 ລ້ານໂດລາສາຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 8. 225 ລ້ານໂດລາສາຫະລັດ ແລະ ມູນຄ່ານຳເຂົ້າ 7.100 ລ້ານໂດລາສາຫະລັດ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...