Homeຂ່າວການຮ່ວມມືລາວ-ຫວຽດນາມ ສືບບຕໍ່ຊຸກຍູ້ ແລະ ຈັດຕັ້ງຜັນຂະຫຍາຍການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ສືບບຕໍ່ຊຸກຍູ້ ແລະ ຈັດຕັ້ງຜັນຂະຫຍາຍການຮ່ວມມືຮອບດ້ານ

Published on

ໃນວັນທີ 5 ເມສາ 2023 ຜ່ານມາ, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງ ມາເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ຢູ່ ນະຄອນຫລວງວຽງຈັນ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມດີໃຈ ທີ່ໄດ້ພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກຄັ້ງ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະ ໃນເດືອນມັງກອນ 2023 ຜ່ານມາ.

ສອງຝ່າຍ ໄດ້ທົບທວນຄືນຜົນການຢ້ຽມຢາມ ໃນເດືອນມັງກອນຜ່ານມາ ແລະ ເຫັນດີສືບຕໍ່ຊຸກຍູ້ ແລະ ຈັດຕັ້ງຜັນຂະຫຍາຍບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆຂອງສອງລັດຖະບານ ລາວ ແລະ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນກອງປະຊຸມ ຄັ້ງທີ 45 ກໍຄື ເນື້ອໃນບົດບັນທຶກ ແລະ ແຜນການຮ່ວມມື ປະຈໍາປີ 2023 ໃຫ້ປະກົດຜົນເປັນຈິງ, ພ້ອມທັງສືບຕໍ່ຊຸກຍູ້ບັນດາໂຄງການຮ່ວມມື ແລະ ໂຄງການລົງທຶນຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ຂອງ ສປປ ລາວ ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...