spot_img
Homeຂ່າວພາຍ​ໃນແຈ້ງການກ່ຽວກັບການຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ

ແຈ້ງການກ່ຽວກັບການຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ

Published on

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ຄົ້ນຄວ້າ ແລະ ປຶກສາຫາລື ພ້ອມອອກແຈ້ງການກ່ຽວກັບການຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ ລວມໄປເຖິງ ຫ້າມ​ນຳ​ສິນ​ຄ້າທີ່ໝົດອາຍຸ ແລະ ເສື່ອມຄຸນນະພາບ ອອກມາຂາຍ ໃນໄລຍະບຸນປີໃໝ່ລາວ ພ.,ສ 2566 ທີ່ຈະມາເຖິງ, ພ້ອມ​ທັງແນະນຳໃຫ້​ຜູ້​ປະ​ກອບ​ການ ແລະ ຊາວ​ຄ້າ​ຂາຍນຳເອົາສິນຄ້າດີ ມີຄຸນນະພາບ ມາວາງຂາຍເປັນປົກກະຕິ, ຂາຍຕາມລາຄາທີ່ລັດກຳນົດ ໂດຍສະເພາະປະເພດສິນຄ້າຄວບຄຸມ ເປັນຕົ້ນ ຊີ້ນໝູ, ໄກ່, ຊີ້ນງົວ ແລະ ເຂົ້າ.

ທ່ານ ນັນຕາ ສານຸວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ວ່າ: ມາດຕະການດັ່ງກ່າວ ແມ່ນພວກເຮົາເຄີຍປະຕິບັດກັນມາ ໃນແຕ່ລະປີ ຊຶ່ງໄດ້ແຈ້ງເຖິງບັນດາຜູ້ປະກອບການ, ຊາວຄ້າຂາຍທົ່ວໄປ ແລະ ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ໃຫ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິ ບັດ.

ນອກຈາກນີ້, ເພື່ອເຮັດໃຫ້ແຈ້ງການດັ່ງກ່າວ ມີຜົນສັກສິດ ພວກເຮົາກໍໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ໂດຍສົມທົບກັບເມືອງ ແລະ ຜູ້ຈັດສັນຕະຫຼາດ ລົງຕິດບັນດາຕະຫຼາດເມືອງໃນ ຂອງນະຄອນຫຼວງວຽງຈັນ ເພື່ອກວດກາລາຄາສິນຄ້າ ຖ້າພົບເຫັນມີການກັກຕຸນ ຫຼື ຂຶ້ນລາຄາ ແມ່ນຈະຖືກປັບໄໝຕາມລະບຽບກົດໝາຍ. ພ້ອມກັນນີ້, ໄດ້ເຊີນເອົາຜູ້ປະກອບການຕະຫຼາດ 12 ແຫ່ງເຂົ້າມາເຮັດບົດບັນທຶກ ເພື່ອຄ້ຳປະກັນທາງດ້ານການຕອບສະໜອງສິນຄ້າເຂົ້າຕະຫຼາດ ເຮັດແນວໃດບໍ່ໃຫ້ສິນຄ້າຂາດຕະຫລາດ ໃນໄລຍະບຸນປີໃໝ່ລາວ ໂດຍສະເພາະ ແຕ່ວັນທີ 14-20 ເມສາ ນີ້, ໄດ້ມີບັນທຶກກັບຊາວຄ້າຂາຍ ໂດຍສະເພາະ ຊາວຄ້າຂາຍຊີ້ນ, ປາ ໃຫ້ມີການຜັດປ່ຽນ ຫຼື ໝູນວຽນກັນໃຫ້ມີສິນຄ້າເຂົ້າມາຂາຍ ຢູ່ພາຍໃນຕະຫຼາດຕະ ຫຼອດເວລາ. ເພາະໃນໄລຍະຜ່ານມາພວກເຮົາໄດ້ມີບົດຮຽນ ໃກ້​ຈະຮອດປີໃໝ່ລາວ ຕອນແລງ ສິນຄ້າບໍ່ມີຂາຍຢູ່ຕະຫຼາດ.

ສຳລັບຊີ້ນໝູແຊ່ແຂງ ທີ່ນຳເຂົ້າຈາກຕ່າງປະເທດ ຜ່ານມາ ພວກເຮົາກໍໄດ້ມີແຈ້ງການ ຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການຫ້າມນຳເຂົ້າຊິ້ນສ່ວນ ເປັດ, ໄກ່ ຫຼື ຊີ້ນແຊ່ແຂງຈາກຕ່າງປະເທດ, ພ້ອມທັງມີການຕິດຕາມກວດກາຢູ່ໃນຕະຫຼາດ ແລະ ບັນດາຫ້າງຮ້ານຕ່າງໆ ຖ້າພົບເຫັນຢູ່ບ່ອນໃດຂາຍກໍຈະມີການຢຶດ ສິນຄ້າດັ່ງກ່າວທັນທີ ພ້ອມກັບປັບໄໝຕາມລະບຽບກົດໝາຍ.
ສະເພາະຢູ່ດ່ານແມ່ນພາກສ່ວນກະສິກຳ ແລະ ປ່າໄມ້ ແລະ ພາສີເປັນຜູ້ກວດກາການນຳເຂົ້າສິນຄ້າ, ແຕ່ກໍບໍ່ປາສະຈາກໄດ້ ເຊິ່ງໄລຍະຜ່ານມາ ຍັງການລັກລອບນຳເຂົ້າ ຊີ້ນປະເພດແຊ່ແຂງມາຂາຍຢູ່ຕະຫຼາດ. ຫາກຜູ້ບໍລິໂພກພົບເຫັນຢ່ສະຖານທີ່ໃດກໍຕາມ ໃຫ້ລາຍງານ ຫຼື ແຈ້ງຕໍ່ເຈົ້າໜ້າທີ່ຂອງພວກເຮົາ. ເນື່ອງຈາກວ່າຊີ້ນທີ່ລັກລອບນຳເຂົ້າ ເປັນຊີ້ນທີ່ບໍ່ມີຄຸນນະພາບ, ຊີ້ນເສຍຄຸນ, ບາງປະເທດມີພະຍາດອະຫິວາໝູລະບາດ ຖ້າຊື້ມາບໍລິໂພກ ກໍຈະຕິດພະຍາດດັ່ງ​ກ່າວໄດ້.

ນອກຈາກນີ້ ພວກເຮົາກໍໄດ້ແຈ້ງໃຫ້ບັນດາປ້ຳນ້ຳມັນ ບໍ່ໃຫ້ປິດບໍລິການ ໃນໄລຍະປີໃໝ່ລາວ, ໃຫ້ສົມທົບກັນເປີດພາກເຊົ້າ ແລະ ເປີດພາກແລງໂດຍໃຫ້ແຈ້ງ ຫຼື ຕິດປະກາດຢູ່ໃນປ້ຳຂອງຕົນ ເພື່ອໃຫ້ມວນຊົນຮັບຮູ້, ຫ້າມບໍ່ໃຫ້ປິດພ້ອມກັນ ຊຶ່ງມັນຈະເຮັດ​ໃຫ້​ປະ​ຊາ​ຊົນອັບປະໂຫຍດ.
ຂ່າວ: ຂ​ປ​ລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...