Homeຂ່າວຕ່າງປະເທດກາແດງສາກົນ ປະກາດຮ້ອງຂໍເງິນບໍລິຈາກ 1,6 ຕື້ໂດລາ ໃນປີໜ້າ ຊ່ວຍຜູ້ເຄາະຮ້າຍທົ່ວໂລກ

ກາແດງສາກົນ ປະກາດຮ້ອງຂໍເງິນບໍລິຈາກ 1,6 ຕື້ໂດລາ ໃນປີໜ້າ ຊ່ວຍຜູ້ເຄາະຮ້າຍທົ່ວໂລກ

Published on

557000014164902

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 28 ພະຈິກນີ້ວ່າ ຄະນະກຳມະການກາແດງສາກົນ (ICRC) ຮຽກຮ້ອງຂໍເງິນ

ບໍລິຈາກໃນວັນພະຫັດ (27 ພະຈິກ) ຜ່ານມານີ້ ຈຳນວນ 1,6 ຕື້ໂດລາ ໃນປີໜ້າ ເພື່ອຊ່ວຍເຫລືອຜູ້ຄົນໃນທົ່ວໂລກທີ່ປະ

ສົບເຄາະຮ້າຍຈາກການສູ້ຮົບ ແລະ ຄວາມຂັດແຍ່ງໃນພູມີພາກຕ່າງໆ, ນັບເປັນການຮ້ອງຂໍຮັບເງິນບໍລິຈາກຄັ້ງໃຫຍ່ທີ່

ສຸດໃນປະຫວັດສາດ ນັບຕັ້ງແຕ່ອົງການກາແດງໄດ້ສ້າງຕັ້ງຂຶ້ນ ໃນປີ 1863 ເປັນຕົ້ນມາ ແລະ ຍັງຖືເປັນຍອດເງິນທີ່ສູງ

ກ່ວາງົບປະມານປັດຈຸບັນຂອງອົງການກາແດງສາກົນເຖິງ 25%.

 

ທ່ານ ປີເຕີ ເມົາເຣີ ປະມານຄະນະກຳມະການກາແດງສາກົນ ໄດ້ເປີດເຜີຍວ່າ ການປະກາດຂໍຮັບເງິນບໍລິຈາກຈຳນວນ

ດັ່ງກ່າວນີ້ ສະທ້ອນໃຫ້ເຫັນເຖິງຄວາມຈຳເປັນຂອງຜູ້ຄົນ ທີ່ຕ້ອງໄດ້ປະເຊີນກັບຄວາມທຸກຍາກຈາກທຳມະຊາດປ່ຽນ

ແປງ, ຈາກຄວາມຂັດແຍ່ງທາງດ້ານການສູ້ຮົບ ຕະຫລອດຮອດເຫດຮຸນແຮງໃນຮູບແບບອື່ນໆອີກ.

 

ທັງນີ້ ຄະນະກຳມະການກາແດງສາກົນ ມີທີ່ຕັ້ງຢູ່ໃນນະຄອນເຊີແນວ ເຊິ່ງຖືເປັນໜຶ່ງໃນອົງການມະນຸດສະທຳທີ່ມີຂະ

ໜາດໃຫຍ່ຂອງໂລກ.

 

SSUDAN-UNREST-REFUGEES

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...