Homeຂ່າວຕ່າງປະເທດລົດໄຟໂດຍສານຕໍາກັບເຄື່ອງຈັກອຸປະກອນກໍ່ສ້າງຂະໜາດໃຫຍ່

ລົດໄຟໂດຍສານຕໍາກັບເຄື່ອງຈັກອຸປະກອນກໍ່ສ້າງຂະໜາດໃຫຍ່

Published on

ໃນວັນທີ 4 ເມສາ 2023 ຜ່ານມາ, ເກີດເຫດລົດໄຟໂດຍສານຂອງປະເທດໂຮນລັງ ຕໍາກັບເຄື່ອງຈັກອຸປະກອນກໍ່ສ້າງຂະໜາດໃຫຍ່ ແລະ ລົດໄຟໂດຍສານຕົກລາງໃກລ້ກຸງເຮກ ເຮັດໃຫ້ມມຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບປະມານ 30 ຄົນ.

ສຳນັກຂ່າວ AFP ລາຍງານວ່າ: ລົດໄຟຂະບວນດັ່ງກ່າວໄດ້ເດີນທາງມາຈາກເມືອງໄລເດນ ໄປກຸງເຮກ ແຕ່ເກີດເຫດຕຳກັບ ລົດເຄນຢູ່ເທິງລາງໃກ້ໝູ່ບ້ານ ວໍສະໂຄເທນ ເຊິ່ງລົດໄຟບັນທຸກສິນຄ້າອີກຂະບວນໜຶ່ງຕຳເຂົ້າກັບເຄື່ອງຈັກດັ່ງກ່າວເຊັ່ນກັນ.

ເຈົ້າໜ້າທີ່ລົດໄຟໄດ້ລະບຸວ່າ: ແຮງຂຂອງການຕຳກັນເຮັດໃຫ້ຕູ້ໂດຍສານທັງ 2 ຊັ້ນດ້ານໜ້າລົງໄປນອນພິກຢູ່ຂ້າງລາງ, ເຊິ່ງຕູ້ໜຶ່ງພິກຄວ້ຳ ຂະນະທີ່ອີກຕູ້ເກີດເຫດໄຟໄໝ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...