spot_img
Homeຂ່າວພາຍ​ໃນບຸນປີໃໝ່ລາວປີນີ້ມີຫຼາຍກິດຈະກຳຈັດຂຶ້ນຢ່າງຍິ່ງໃຫຍ່

ບຸນປີໃໝ່ລາວປີນີ້ມີຫຼາຍກິດຈະກຳຈັດຂຶ້ນຢ່າງຍິ່ງໃຫຍ່

Published on

ເພື່ອເປັນການອະນຸລັກຮັກສາ ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ ທັງເປັນການສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວຢູ່ນະຄອນຫຼວງວຽງຈັນ (ນວ) ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ, ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຕິດພັນກັບວຽກງານຟື້ນຟູເສດຖະກິດ, ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ມາທ່ອງທ່ຽວຢູ່ ນວ ໃນໂອກາດບຸນປີໃໝ່ລາວໃຫ້ຫຼາຍຂຶ້ນ, ເພື່ອຫຼຸດຜ່ອນໃຫ້ຄົນໃນຕົວເມືອງເດີນທາງອອກໄປທ່ຽວຕ່າງແຂວງ ແລະ ຕ່າງປະເທດໃຫ້ໜ້ອຍລົງ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງ ໄດ້ກ່າວວ່າ: ບຸນປີໃໝ່ລາວ ພ.ສ 2566 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-15-16 ເມສາ 2023 ເພື່ອກໍານົດຈຸດຫຼິ້ນບຸນກຸດສົງການປີໃໝ່ລາວຂອງ ນວ (ເຂດຄຸ້ມຕົວເມືອງເກົ່າກາຍເປັນຈຸດເດັ່ນທີ່ນັກທ່ອງທ່ຽວຮູ້ຈັກ) ທີ່ຕິດພັນກັບວັດທະນະທຳ ແລະ ຖືກຈັດເຂົ້າໃນປະຕິທິນການທ່ອງທ່ຽວໃນແຕ່ລະປີ ແລະ ຮັກສາໄດ້ການຫຼິ້ນບຸນປີໃໝ່ລາວດ້ວຍບັນຍາກາດເບີກບານມ່ວນຊື່ນ, ຖືກຕ້ອງສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ, ຮັກສາໄດ້ຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມປາສະຈາກຂີ້ເຫຍື້ອ, ສິ່ງເສດເຫຼືອ, ຕາມນາມມະຍົດເມືອງທ່ອງທ່ຽວສະອາດອາຊຽນ ແລະ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມຢູ່ ນະຄອນຫຼວງວຽງຈັນ ໃນ 3 ວັນໃຫ້ໄດ້ 25% ຂອງໂຕເລກຄາດໝາຍນັກທ່ອງທ່ຽວ ປີ 2023 ພາຍໃຕ້ຄຳຂວັນ ”ນະຄອນຫຼວງວຽງຈັນສະຫຼອງບຸນປີໃໝ່ລາວ ກ້າວສູ່ເມືອງວັດທະນະທຳອາຊຽນ ປະກອບມີ 3 ເນື້ອໃນຄຳສັ່ງ ແລະ ແຜນຈັດກິດຈະກໍາບຸນປີໃໝ່ລາວ ພ.ສ 2566 ຢູ່ ນະຄອນຫຼວງວຽງຈັນ”.

ການກຳນົດຈຸດສູນກາງທີ່ມີກິດຈະກຳລວມສູນເຂດຄຸ້ມເມືອງເກົ່າວັດຈັນ ເມືອງຈັນທະບູລີ ແຜນກິດຈະກຳແມ່ນໄດ້ແບ່ງອອກເປັນ 2 ກິດຈະກໍາຫຼັກຄື ກິດຈະກໍາທາງສາສະໜາ ແລະ ກິດຈະກຳການທ່ອງທ່ຽວ ລາຍລະອຽດຂອງກິດຈະກຳມີດັ່ງນີ້:

  1. ກິດຈະກຳທາງສາສະໜາ ໄດ້ອັງເຊີນພະພຸດທະຮູບລົງຫົດສົງ,
  2. ຂະບວນແຫ່ພະພຸດທະຮູບມິ່ງເມືອງ,
  3. ໃສ່ບາດ,
  4. ຕົບພະທາດຊາຍ (ຢູ່ຕາມວັດວາອາຮາມ)
  5. ຫຼິ້ນນ້ຳຢູ່ຖະໜົນເສດຖາທິລາດ (ສ່ວນຕະຫຼາດນັດນໍ້າພຸ).

ການຈັດງານມື້ທີ 1 ວັນທີ 14 ເມສາ ເວລາ 12.30 – 13.30 ໂມງ ເລີ່ມເຕົ້າໂຮມຂະບວນ, ອັງເຊີນພະພຸດທະຮູບລົງຫົດສົງ ເວລາ 13.00 ໂມງ ທີ່ວັດອິນແປງ ເມືອງຈັນທະບູລີ (ເລີ່ມພິທີທາງສາສະໜາ) ເຊີນສະເພາະພະສົງ, ການຈັດຕັ້ງ, ເຖົ້າແກ່ແນວໂຮມ.ພິທີແຫ່ພະພຸດທະຮູບມິ່ງເມືອງ ເວລາ 14:00 ໂມງ ເລີ່ມຂະບວນແຫ່ທີ່ວັດອິນແປງຕາມຖະໜົນເສດຖາທິລາດ ຫາ ນ້ຳພຸ ແລ້ວຂຶ້ນມາທາງແຄມຂອງຫາວັດອິນແປງ.  (ກຳນົດຜູ້ເຂົ້າຮ່ວມທັງໝົດບໍ່ຫຼຸດ 500 ຄົນ) ກຳນົດກ້ອນແຫ່ປ້າຍຄໍາຂວັນ (ນະຄອນຫຼວງວຽງຈັນ ສະຫຼອງບຸນປີໃໝ່ລາວ ກ້າວສູ່ເມືອງວັດທະນະທຳອາຊຽນ) ມີພະສົງ 66 ອົງ, ແຫ່ພະພຸດທະຮູບ ມິ່ງເມືອງ, ຂະບວນການຈັດຕັ້ງ, ເຖົ້າແກ່ແນວໂຮມ ນວ, ເມືອງ, ບ້ານ, ລົດມະໂຫລີຂະບວນສິລະປະ ແລະ ກາຍະສິນ, ຂະບວນນັກກິລາ ທີ່ໄດ້ຮັບຫຼຽນຈາກການແຂ່ງຂັນກິລາຊຽງຂວາງເກມ, ກ້ອນອົງການຈັດຕັ້ງມະຫາຊົນ, ກ້ອນຂະບວນແຫ່ບ້ານວັດທະນະທໍານາຊາຍທອງ, ກ້ອນມວນຊົນທົ່ວໄປ ແລະ ລົດເຈົ້າ ໜ້າທີ່.

ສຳລັບກິດຈະກຳຢູ່ຕາມແຕ່ລະເມືອງ, ຕາມວັດວາອາຮາມຕ່າງໆ ມີພິທີຫົດສົງນໍ້າພະ, ສຳລັບຫາດຊາຍ ແລະ ກິດຈະກຳການທ່ອງທ່ຽວຕາມສະຖານທີ່ທ່ອງທ່ຽວຕ່າງໆດຳເນີນໄປເປັນປົກກະຕິ.

ພິເສດແມ່ນຢູ່ເມືອງສັງທອງຈະມີກິດຈະກຳເປີດຫາດຊາຍຢູ່ແຄມຂອງເຂດບ້ານອ່າງນ້ອຍ ເປັນຫາດຊາຍທີ່ສວຍງາມ, ສ່ວນການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານໄດ້ມີການລົງປະເມີນມາດຕະຖານເພື່ອໃຫ້ໄດ້ຄຸນນະພາບ ແລະ ແນະນຳໃຫ້ເປີດບໍລິການປົກກະຕິ ເພື່ອຮອງຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວ ໃຫ້ມີຄວາມສະດວກສະບາຍ ແລະ ພຽງພໍກັບຈຳນວນນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວ.

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...