Homeຂ່າວອຸບັດຕິເຫດເຫດປືນລັ່ນໃສ່ກັນ ເສຍຊີວິດ

ເຫດປືນລັ່ນໃສ່ກັນ ເສຍຊີວິດ

Published on

ອີງຕາມ ສະຖານີວິທະຍຸກະຈາຍສຽງ ເມືອງສິງ ແຂວງຫຼວງນໍ້າທາ ລາຍງານເມື່ອບໍ່ດົນມານີ້ວ່າ: ເກີດເຫດສອງສ່ຽວໄປລ່າສັດປ່າແຕ່ເຮັດປືນແກັບລັ່ນໃສ່ກັນ ຢູ່ເຂດຫົວນໍ້າສ໋ອກໃຫ່ຍ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ຊື່ທ້າວ ຊໍແພວ ອາຍຸ 21 ປີ ອາຊີບ ຊາວສວນ, ຊົນເຜົ່າ ອາຄາ ຢູ່ບ້ານ ຫ້ວຍ ນ້ຳແດງ ເມືອງສິງ ແຂວງ ຫຼວງນ້ຳທາ ແລະ ຜູ້ເຮັດປືນດັ່ງກ່າວລັ່ນນັ້ນ ຊື່ ທ້າວ ຄອງຊື ອາຍຸ 26 ປີ, ອາຊີບ ຊາວສວນ, ຊົນເຜົ່າ ອາຄາ ຢູ່ບ້ານ ດຽວກັນກັບຜູ້ເສຍຊີວິດ.

ທ້າວ ຄອງຊື ຫຼື ຜູ້ເຮັດປືນລັ່ນໄດ້ກ່າວຕໍ່ເຈົ້າຫນ້າທີ່ວ່າ: ກ່ອນເກີດເຫດ, ຜູ້ກ່ຽວ ໄດ້ໄປຊວນ ທ້າວ ຊໍແພວ ( ຜູ້ເສຍຊີວິດ), ທ້າວ ຊໍເຄີ ແລະ ທ້າວ ພໍໂຊ ໄປເລາະປ່າ ລ່າສັດ ຈາກນັ້ນພວກກ່ຽວ ທັງ 4 ຄົນໄດ້ຕົກລົງໄປນໍາກັນພາກັນກະກຽມເຄື່ອງທີ່ ຈໍາເປັນກໍ່ຄືປືນແກັບຄົນລະ 1 ກະບອກ, ຮອດເວລາປະມານ 13 ໂມງ 30 ນາທີ ຜູ້ກ່ຽວໄດ້ຂີ່ລົດຈັກຄົນລະຄັນອອກຈາກເຮືອນໄປ ໃນເມື່ອໄປຮອດຟາມງົວຂອງ ຊາວ ບ້ານ ກາງໂພນສິງ ຢູ່ເຂດຫົວນ້ໍາຊ໋ອກໃຫ່ຍ ແລ້ວເອົາລົດຈັກປະໄວ້ຢູ່ຟາມ ແລະ ໄດ້ພາກັນຍ່າງເຂົ້າໄປປ່າປະມານ 2 ຊົ່ວໂມງຈຶ່ງໄປຮອດຈຸດເລາະປ່າ, ຮອດ ເວລາປະມານ 17 ໂມງ ຜູ້ກ່ຽວກັບ ທ້າວ ຊໍແພວ ໄດ້ໄປນໍາກັນໂດຍແມ່ນ ທ້າວ ຊໍ ແພວ ຍ່າງໄປກ່ອນ ຜູ້ກ່ຽວຍ່າງນໍາຫຼັງ ຍ່າງອອກໄປໄດ້ປະມານ 20 ນາທີ ຮອດ ບ່ອນປ່າຫຍ້າຍຸງຕຶບ ລັກສະນະເປັນພູພຽງຫ່າງກັນປະມານ 10 ແມັດ ທ້າວ ຄອງຊື ໃຊ້ມືເບື້ອງຂວາຈັບປືນແກັບເຮັດໃຫ້ປືນເກາະໃສ່ຫຍ້າຍຸງແລ້ວເຮັດໃຫ້ປືນ ລັ່ນຖືກ ທ້າວ ຊໍແພວ ລົ້ມລົງ ຜູ້ກ່ຽວຈຶ່ງຟ້າວແລ່ນໄປອູ້ມເອົາ ທ້າວ ຊໍແພວ ເຫັນ ມີເລືອດໄຫຼ່ອອກຕາມຮ່າງກາຍ ຫຼັງຈາກນັ້ນຈຶ່ງແລ່ນໄປເອີ້ນ ທ້າວ ພໍໂຊ ກັບ ທ້າວ ຊໍເຄີ ມາຊ່ວຍ ແຕ່ທ້າວ ຊໍແພວ ໄດ້ເສຍຊີວິດແລ້ວ.

ຜ່ານການສັນລະສູດສົບຂອງ ເຈົ້າຫນ້າທີ່ພົບເຫັນມີຮ່ອງຮອຍປືນລູກຫວ່ານ ຖືກບໍລິເວນສັນຫຼັງຈໍານວນ 48 ລູກ (ຝັງໃນ) ແລະ ມີລູກໂດດຈໍານວນ 1ລູກຍິງ ຖືກສັນຫຼັງຢູ່ຂ້າງບໍລິເວນຫົວນົມເບື້ອງຊ້າຍ. ປັດຈຸບັນບັນເຈົ້າຫນ້າທີ່ສືບສວນ-ສອບສວນຄະດີອາຍາ ປກສ ເມືອງ ສິງ ໄດ້ສົ່ງຜູ້ເຮັດປືນລັ່ນໃຫ້ກອງບັນຊາການ ປກສ ແຂວງ ສືບຕໍ່ດໍາເນີນຄະດີຕາມລະບຽບກົດຫມາຍ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...