spot_img
Homeຂ່າວຕ່າງປະເທດຢ້ານໃບຫວຍເສຍ ເລີຍຂຶ້ນໄປນອນຢູເທິງສາຍໄຟ

ຢ້ານໃບຫວຍເສຍ ເລີຍຂຶ້ນໄປນອນຢູເທິງສາຍໄຟ

Published on

ໃນວັນທີ 2 ເມສາ 2023 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງເຫດວ່າ: ມີປະຊາຊົນພົບເຫັນ ຜູ້ຊາຍຄົນໜຶ່ງປີນຂຶ້ນໄປນອນຢູ່ເທິງສາຍສື່ສານ ໜ້າປາກຮ່ອມໄຜ່ສິງໂຕ ຖະໜົນພະຮາມ 4 ທີ່ປະເທດໄທ, ຈາກນັ້ນເຈົ້າໜ້າທີ່ຕຳຫຼວດທອງຫຼໍ່ ແລະ ເຈົ້າໜ້າທີ່ການໄຟຟ້າໄດ້ພາໂຕລົງມາເພາະອາດຖືກໄຟຟ້າຊ໋ອດ ເຊິ່ງອັນຕະລາຍເຖິງຊີວິດໄດ້.

ເຈົ້າໜ້າທີ່ລາຍງານວ່າ: ຊາຍຄົນດັ່ງກ່າວຍັງມີຊີວິດຢູ່ ແລະ ມີສະພາບມຶນເມົາ ໂດຍຍອມຮັບວ່າຕົນເອງຖືກຫວຍ ໃນງວດວັນທີ 1 ເມສາ 2023 ເລກໜ້າສາມໂຕ 111 ໄດ້ຮັບເງິນລາງງວັນ 4 ພັນບາດ (2 ລ້ານກີບ) ເລີຍມານຳມາຂຶ້ນລາງວັນທີ່ຄອງເຕີຍ ໂດຍເດີນທາງມາຈາກແຂວງສາລະຄາມ ຫຼັງໄດ້ຮັບເງິນລາງວັນແລ້ວກໍໄປດື່ມສະຫຼອງຈົນມຶນເມົາ ກ່ອນຂຶ້ນມານອນຢູ່ເຖິງສາຍສື່ສານຕັ້ງແຕ່ວັນທີ 1 ເມສາ 2023 ຜ່ານມາ ເພາະຢ້ານຖືກລັກໃບຫວຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...