Homeຂ່າວພາຍ​ໃນອຸດົມໄຊ ປະກອບສ່ວນສໍາຄັນຕໍ່ການແກ້ໄຂປະກົດການຫຍໍ້ທໍ້ໃນໂຄງການລົດໄຟລາວ-ຈີນ

ອຸດົມໄຊ ປະກອບສ່ວນສໍາຄັນຕໍ່ການແກ້ໄຂປະກົດການຫຍໍ້ທໍ້ໃນໂຄງການລົດໄຟລາວ-ຈີນ

Published on

ອຸດົມໄຊ ແມ່ນແຂວງໃຈກາງ ຫຼື ແຂວງທາງຜ່ານຂອງບັນດາແຂວງພາກເໜືອຂອງລາວ ແລະ ແມ່ນແຂວງທີ່ມີໄລຍະເສັ້ນທາງລົດໄຟລາວ-ຈີນ ຜ່ານຍາວກວ່າໝູ່ໃນຈໍານວນ 5 ແຂວງຂອງ ສປປ ລາວ ທີ່ມີລົດໄຟດັ່ງກ່າວຜ່ານ ເຊີ່ງມີຄວາມຍາວທັງໝົດ 120 ກວ່າກິໂລແມັດ, ປະກອບມີ 9 ສະຖານີ, ແຕ່ໃນໄລຍະທໍາອິດແມ່ນກໍ່ສ້າງພຽງ 3 ສະຖານີ ຄື: ສະຖານີເມືອງໄຊ, ສະຖານີເມືອງນາໝໍ້, ແລະ ສະຖາ ນີເມືອງງາ, ມີ 30 ກວ່າອຸບມົງ.

อาจเป็นรูปภาพของ 1 คน

ນັບຕັ້ງແຕ່ມື້ເລີ່ມຕົ້ນລົງມືກໍ່ສ້າງລົດໄຟລາວ-ຈີນ ເປັນຕົ້ນມາ ກໍໄດ້ຈັດຕັ້ງໜ່ວຍລາດຕະເວນ ແລະ ໜ່ວຍເຄື່ອນໄຫວໂຄສະນາເພື່ອໃຫ້ປະຊາຊົນຢູ່ບັນດາບ້ານທີ່ຢູ່ຕາມແລວທາງລົດໄຟພາຍ ໃນແຂວງຮັບຮູ້ ແລະ ປົກປັກຮັກສາເສັ້ນເສັ້ນທາງລົດໄຟຮ່ວມກັນຢ່າງຕໍ່ເນື່ອງ ນອກຈາກນີ້ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາ ແລະ ສັ່ງຍຸບຮ້ານເກັບຊື້ເຫຼັກເສດທີ່ເຄື່ອນໄຫວບໍ່ຖືກຕ້ອງຈໍານວນໜຶ່ງ, ພ້ອມທັງໄດ້ເຮັດບົດບັນທຶກກັບເຈົ້າຂອງຮ້ານເກັບຊື້ເຫຼັກເສດທີ່ມີພາຍໃນແຂວງປັດຈຸບັນ 10 ກວ່າຮ້ານບໍ່ໃຫ້ເກັບຊື້ເຫຼັກເສດທີ່ບໍ່ຖືກຕ້ອງຈາກກຸ່ມຄົນບໍ່ດີທີ່ລັກລອບມາຂາຍໃຫ້ ແລະ ອື່ນໆ.

ພົນຈັດຕະວາ ສີວອນ ໄຊຍະວົງ, ຫົວໜ້າກອງບັນຊາ ການ ປກສ ແຂວງອຸດົມໄຊ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ຜ່ານການເຄື່ອນໄຫວປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງລົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາ ພົບເຫັນປະກົດການຫຍໍ້ທໍ້ເກີດຂຶ້ນຈໍານວນໜຶ່ງທີ່ເກີດຂຶ້ນກ່ຽວກັບໂຄງການລົດໄຟລາວ-ຈີນຢູ່ແຂວງອຸດົມໄຊ ໂດຍສະເພາະໃນໄລຍະເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການ ຍ້ອນມີກຸ່ມຄົນບໍ່ດີຈໍານວນໜຶ່ງມາລັກສາຍໄຟ ແລະ ຫຼັກຮົ້້ວຂອງໂຄງການ ເຊີ່ງເຈົ້າໜ້າທີ່ຈັບໄດ້ ແລະ ດໍາເນີນການຈາມລະບຽບກົດໝາຍ ແຕ່ພາຍຫຼັງເປີດນໍາໃຊ້ໂຄງການດັ່ງກ່າວຈົນມາຮອດປັດຈຸບັນ ປະກົດການດັ່ງກ່າວ ຫຼື ປະກົດການຫຍໍ້ທໍ້ອື່ນໆ ແມ່ນບໍ່ປະກົດເຫັນອີກແລ້ວ.

ພ້ອມນີ້ ທ່ານໄດ້ຕີລາຄາວ່າ: ຜ່ານການປະຕິບັດໜ້າທີ່ຂອງກໍາລັງ ປກສ ແຂວງອຸດົມໄຊ ໃນໂຄງການລົດໄຟລາວ -ຈີນ ມາຮອດປັດຈຸບັນ ເຖີງວ່າວຽກງານນີ້ເປັນວຽກງານໃໝ່ ແຕ່ຍ້ອນການຊີ້ນໍາຢ່າງໃກ້ຊິດຂອງຂັ້ນເທີງ ກໍຄືກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຈັດສັນງົບປະມານ, ພາຫະນະ ແລະ ອຸປະກອນທີ່ຈໍາເປັນພຽງພໍໂດຍພື້ນຖານ, ບວກມີບັນດານິຕິກໍາທີ່ກ່ຽວຂ້ອງເປັນເຄື່ອງມື ແລະ ບ່ອນອີງສໍາຄັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ລວມເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນພາຍໃນແຂວງ ໂດຍສະເພາະປະຊາຊົນທີ່ອາໃສຢູ່ຕາມລຽບເສັ້ນ ທາງລົດໄຟລາວ-ຈີນ ໃຫ້ການຮ່ວມມືຈັດຕັ້ງປະຕິບັດຕາມລະບຽບການທີ່ໂຄງການວາງອອກ ກໍຄື ຂັ້ນເທີງວາງອອກ ຈຶ່ງເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານທຸກວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງ ປກສ ແຂວງ ໄດ້ຮັບຜົນສໍາເລັດຕະຫຼອດມາ ແລະ ປະກອບສ່ວນສໍາຄັນເຮັດໃຫ້ການບໍລິການລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ໃນປັດຈຸບັນນີ້ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບ ຮ້ອຍດີ.

ເພື່ອເຮັດໃຫ້ການບໍລິການລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ນັບມື້ໄດ້ຮັບຜົນສໍາເລັດ, ທັງຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ດ້ານຕ່າງໆ ເກີດຂຶ້ນ, ກໍາລັງ ປກສ ແຂວງ ຈະສືບຕໍ່ຈັດຕັ້ງປະຕິບັດຕາມການຊີ້ນໍາຂອງຂັ້ນເທີງ ກໍຄື ບັນດາໜ້າທີ່ຈຸດສຸມທີ່ກໍານົດໄວ້ກ່ຽວກັບລົດໄຟລາວ-ຈີນ ຢ່າງເຂັ້ມງວດແລະ ໄດ້ຮັບຜົນສໍາເລັດຕາມທີ່ຄາດໝາຍໄວ້. ຢ່າງໃດກໍຕາມ, ບັນດາໜ້າວຽກທັງໝົດຈະໄດ້ຮັບຜົນສໍາເລັດໄດ້ ມັນຮຽກ ຮ້ອງໃຫ້ທຸກພາກສ່ວນພາຍໃນແຂວງມີສ່ວນຮ່ວມ ແລະ ເປັນເຈົ້າການຮ່ວມກັນ ໂດຍສະເພາະບັນດາປະຊາຊົນທີ່ອາໃສຢູ່ລຽບຕາມແລວທາງລົດໄຟລາວ-ຈີນ ພາຍໃນແຂວງ ຕ້ອງເປັນເຈົ້າການສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ໄປລັກອຸປະກອນຕ່າງໆ ຂອງໂຄງການລົດໄຟ, ລວມເຖີງບໍ່ເອົາສັດປະເພດຕ່າງໆ ເຂົ້າໄປລ້ຽງໃນເຂດແລວເສັ້ນທາງລົດໄຟລາວ- ຈີນ. ພ້ອມນີ້ ບັນດາຜູ້ປະກອບການຮັບຊື້ເຫຼັກເສດຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດດ້ວຍການບໍ່ຊື້ເຫຼັກເສດຈາກກຸ່ມຄົນບໍ່ດີນໍາໄປຂາຍໃຫ້ຢ່າງເດັດຂາດ.

ທີ່ມາ LNR

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...