Homeແຈ້ງການສານປະຊາຊົນສູງສຸດ ອອກແຈ້ງການຮັບສະມັກລັດຖະກອນໃໝ່

ສານປະຊາຊົນສູງສຸດ ອອກແຈ້ງການຮັບສະມັກລັດຖະກອນໃໝ່

Published on

ສານປະຊາຊົນສູງສຸດ ກົມຈັດຕັ້ງ-ພະນັກງານ ອອກແຈ້ງການປະກາດຮັບສະຫມັກລັດຖະກອນໃຫມ່ຂອງສານປະຊາຊົນສູງສຸດ ປະຈໍາປີ 2023.

ອີງຕາມ ຂໍ້ຕົກລົງ ຂອງປະທານສານປະຊາຊົນສູງສຸດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມຈັດຕັ້ງ-ພະນັກງານ ສະບັບເລກທີ 868/ສປສສ, ລົງວັນທີ 22 ທັນວາ 2022; ອີງຕາມ ຄໍາແນະນໍາ ສະບັບເລກທີ 08/ພນ, ລົງວັນທີ 07 ກຸມພາ 2023 ຂອງລັດຖະມົນຕີກະຊວງພາຍ ໃນ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ການແບ່ງຕົວເລກລັດຖະກອນໃຫມ່ ປະຈໍາປີ 2023; ອີງຕາມ ຄໍາແນະນໍາ ສະບັບເລກທີ 11/ພນ, ລົງວັນທີ 07 ກັນຍາ 2016 ຂອງລັດຖະມົນຕີກະຊວງ ພາຍໃນ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ການສອບເສັງເຂົ້າເປັນລັດຖະກອນ.

ກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ຂໍແຈ້ງມາຍັງ ບັນດານັກສຶກສາທີ່ຮຽນຈົບ ວິຊາສະເພາະ ຊັ້ນສູງຂຶ້ນໄປ ທີ່ມີຄວາມສົນໃຈ ຕ້ອງການສະຫມັກເຂົ້າເຮັດວຽກ ຢູ່ສານປະຊາຊົນສູງສຸດ ປະຈໍາປີ 2023 (ຈໍາ ນວນ 02 ຕໍາແຫນ່ງ), ເຊິ່ງມີລາຍລະອຽດດັ່ງນີ້:
1. ຮຽນຈົບລະດັບວິຊາສະເພາະຊັ້ນສູງຂຶ້ນໄປທັງພາຍໃນແລະຕ່າງປະເທດ;
2. ມີປະຫວັດທີ່ຈະແຈ້ງ, ເປັນຄົນຖືສັນຊາດລາວ ແລະ ບໍ່ເຄີຍມີຄະດີມາກ່ອນ; 3. ອາຍຸກະສຽນ 18 ປີຂຶ້ນໄປ ແຕ່ບໍ່ເກີນ 35 ປີ;
4. ເປັນຜູ້ທີ່ດໍາລົງຊີວິດຢູ່ພາຍໃນນະຄອນຫຼວງວຽງຈັນ;
5. ສາມາດນໍາໃຊ້ຄອມພິວເຕີ້ Microsft word ແລະ Excel ໄດ້ເປັນຢ່າງດີ; 6. ມີສຸຂະພາບແຂງແຮງ ສາມາດໄປເຄື່ອນໄຫວວຽກງານຕ່າງໆ ຕາມການຈັດຕັ້ງມອບຫມາຍໃຫ້;
7. ເລີ່ມຂາຍແບບຟອມສະຫມັກສອບເສັງ ແຕ່ວັນທີ 05 ເມສາ 2023 ແລະ ປິດຮັບຄໍາຮ້ອງ ວັນທີ
12 ເມສາ 2023;
8. ສະຖານທີ່ ແລະ ວັນເວລາສອບເສັງ: ວັນທີ 24 ເມສາ 2023, ເວລາ 9:00-16:00 ( ຕອນເຊົ້າ: ພາກຂຽນ ແລະ ຕອນບ່າຍ: ພາກສໍາພາດ) ທີ່ຫ້ອງປະຊຸມຊັ້ນສີ່, ສໍານັກງານສານປະຊາຊົນສູງສຸດ; 9. ການປະກອບເອກະສານ ມີລາຍລະອຽດ ໃນແບບຟອມຄໍາຮ້ອງຂໍສະຫມັກເຮັດວຽກແລ້ວ.
ດັ່ງນັ້ນ, ຈິ່ງແຈ້ງມາຍັງຜູ້ທີ່ມີຄວາມສົນໃຈ ສາມາດພົວພັນເອົາຄໍາຮ້ອງ ນໍາກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ (ໃນໂມງລັດຖະການ).
ຫົວຫນ້າກົມຈັດຕັ້ງ-ພະນັກງານ ເປີໂທຕິດຕໍ່ປະສານງານ:
020 9955 2268 ທ່ານ ນາງ ແພງໃຈ ດວງຄໍາພັນ
020 5633 0008 ທ່ານ ນາງ ເພັດດາວັນ ສີສຸພັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...