spot_img
Homeຂ່າວພາຍ​ໃນລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023

Published on

ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ທ່ານ ຫວັງ ໜິງ, ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອມີຜົນສຳເລັດອັນໃຫມ່ໃຫຍ່ຫຼວງກວ່າເກົ່າ, ໃນນັ້ນ ສອງຝ່າຍ ໄດ້ປຶກສາຫາລືກັນໃນບາງດ້ານທີ່ຄວນເອົາໃຈໃສ່ໃນຕໍ່ໜ້າເຊັ່ນ: ດ້ານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງດ່ວນຈາກ ລາວໄປຈີນ ໃນສ່ວນທີ່ຢູ່ໃນແຜນການ ໃຫ້ມີຄວາມຄືບຫນ້າໄວ, ດ້ານການທ່ອງທ່ຽວ ການເປີດເສັ້ນທາງລົດໄຟສາກົນ ລາວ-ຈີນ, ວຽງຈັນ-ຄຸນມິງ, ດ້ານການອຳນວຍຄວາມສະດວກໃນການຜ່ານດ່ານ ແລະ ການຂົນສົ່ງທາງລົດໄຟ ໃຫ້ມີຜົນປະໂຫຍດຕໍ່ສອງຝ່າຍຫຼາຍຂຶ້ນ, ດ້ານກະສິກຳ ເພື່ອຮ່ວມມືກັນຜະລິດສິນຄ້າສົ່ງໄປຕະຫຼາດຈີນ, ການຮ່ວມມືໃນຂະແໜງບໍ່ແຮ່, ການປຸງແຕ່ງແຮ່ທາດ ແລະ ການຜະລິດສິນຄ້າ, ການລົງທຶນຂອງວິສາຫະກິດຈີນຢູ່ລາວ, ການສຶກສາ, ພະລັງງານ, ການແລກປ່ຽນຄະນະຜູຸ້ແທນນຳກັນ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ.

ພິເສດ, ສອງຝ່າຍ ໄດ້ເຫັນດີນຳກັນຕໍ່ການກະກຽມເປີດຖ້ຽວລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ໃນວັນທີ 13 ເມສາ 2023 ນີ້, ເຊິ່ງຈະມີພິທີຮັບຕ້ອນນັກທ່ອງທ່ຽວຈີນ ຊຸດທຳອິດຢູ່ເບື້ອງດິນລາວ.

ໃນຂະນະດຽວກັນ, ທ່ານ ຫວັງ ໜິງກໍ່ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມ ກັນໃຫ້ຫຼາຍຂຶ້ນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ທີ່ການນຳຂັ້ນສູງຂອງສອງປະເທດເຫັນດີເປັນເອກະພາບກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ, ນຳຄວາມເອົາຮຸ່ງເຮືອງສີວິໄລມາສູ່ສອງປະເທດ ສປ ຈີນ ແລະ ສປປ ລາວ, ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອນີ້ ໃຫ້ຫມັ້ນຄົງຂະຫນົງແກ່ນຕະຫຼອດກາລະນານ.

ແຫຼ່ງຂ່າວ ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...