spot_img
Homeຂ່າວພາຍ​ໃນບັນຫາການຈ້າງເຂົ້າເປັນຕຳຫຼວດນີ້ແມ່ນຄວາມຈິງຫຼືບໍ່?

ບັນຫາການຈ້າງເຂົ້າເປັນຕຳຫຼວດນີ້ແມ່ນຄວາມຈິງຫຼືບໍ່?

Published on

ຈາກເຫດການທີ່ມີຜູ້ໃຊ້ເຟສບຸດທ່ານໜຶ່ງ ໄດ້ໂພສວ່າ “ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ” ຈຶ່ງເຮັດໃຫ້ມີຫາງສຽງທາງທີ່ບໍ່ດີຕໍ່ພັກລັດເປັນຈຳນວນຫຼາຍ ແລະ ເຮັດໃຫ້ທາງ ປກສ ອອກມາສືບສວນສອບສວນ ເພື່ອຫາຂໍ້ເທັດຈິງ.

ໃນວັນທີ 30 ມີນາ 2023 ກົມສື່ມວນຊົນ ປກສ ໄດ້ອອກມາລາຍງານວ່າ: ຜູ້ໃຊ້ເຟສບຸກ ຊື່ ແອນນາ ສຸລິຍະ ໄດ້ເຜີຍແຜ່ລົງເຟສ ວ່າ: “ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ” ຄວາມຈິງແລ້ວເຮັດເພື່ອເອົາຍອດວິວ ແລະ ຍອດແຊຣ໌.

ພັກ-ລັດ, ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ເວລາໃດກໍ່ເອົາໃຈໃສ່ ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບເລ່ຫຼຽມກົນອຸບາຍ ການເຄື່ອນໄຫວແອບອ້າງແລ່ນເອົາຄົນເຂົ້າເຮັດວຽກ ນຳລັດ, ເຂົ້າທະຫານ, ເຂົ້າຕຳຫຼວດ ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນເປັນຈຳນວນຫຼວງຫຼາຍ ແລະ ສ້າງຄວາມເສື່ອມເສຍໃຫ້ແກ່ພາບພົດບົດບາດການນໍາພາຂອງພັກ-ລັດ, ສ້າງຄວາມບໍ່ສະຫງົບພາຍໃນສັງຄົມ; ໃນໄລຍະຜ່ານມາ ເຈົ້າໜ້າທີ່ກໍ່ໄດ້ດຳເນີນຄະດີ ຕໍ່ບຸກຄົນ ແລະ ກຸ່ມຄົນດັ່ງກ່າວຕາມກົດໝາຍຢ່າງເດັດຂາດ, ແຕ່ກໍ່ມີບາງເຫດການ ທີ່ເປັນການສ້າງກະແສຂຶ້ນມາຂອງຜູ້ຮູ້ເທົ່າບໍ່ເຖິງການ ແລະ ກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ສວຍໃຊ້ໂອກາດດັ່ງກ່າວໂຈມຕີ-ໃສ່ຮ້າຍປ້າຍສີ ຕໍ່ແນວທາງຂອງພັກ-ລັດ, ຫວັງສ້າງຄວາມເສື່ອມເສຍໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ, ດັ່ງເຫດການທີ່ມີຜູ້ໃຊ້ເຟດບຸກສ່ວນຕົວ ຊື່ Anna suriya ໄດ້ເຜີຍແຜ່ລົງ ໃນວັນທີ 17 ມີນາ 2023 ວ່າ: ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ.

ຫຼັງຈາກນັ້ນ, ກໍ່ໄດ້ມີຜູ້ໃຊ້ເຟສບຸກຈຳນວນຫຼາຍແຊຕໍ່ໆກັນ ເຮັດໃຫ້ ຜູ້ໃຊ້ສື່ສັງຄົມອອນລາຍເຂົ້າໃຈຜິດ ແລະ ສະແດງ ຄວາມຄິດເຫັນຕ່າງໆ ນາໆ ເຊິ່ງສ່ວນຫຼາຍແມ່ນຕໍານິ-ວິຈານ ຕໍ່ພັກ-ລັດ ແລະ ກໍາລັງປ້ອງກັນ ຄວາມສະຫງົບ.

ຕໍ່ກັບເຫດການດັ່ງກ່າວ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ໄດ້ມີທິດຊີ້ນໍາໃຫ້ ກົມໃຫຍ່ການເມືອງ ກະຊວງ ປກສ ສົມທົບກັບກອງບັນຊາການ ປກສ ແຂວງຫົວພັນ ລົງກວດກາ ແລະ ເກັບກຳຂໍ້ມູນຄວາມຈິງ ນ. ແອນນາ ສຸລິຍະ ເຊິ່ງຜູ້ກ່ຽວໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: “ຕົນເອງເປັນຄົນເຜີຍແຜ່ຂໍ້ມູນດັ່ງກ່າວແທ້ ເຫດຜົນທີ່ເຜີຍແຜ່ນັ້ນ ແມ່ນເຮັດ ເພື່ອຢາກໄດ້ຍອດຜູ້ເຂົ້າຊົມ ແລະ ຍອດຄັອມເມັນ, ໃນຄວາມຈິງແລ້ວຕົນເອງກໍ່ຢາກເຂົ້າເປັນພະນັກງານຕຳຫຼວດ ແຕ່ບໍ່ທັນໄດ້ສະໝັກ-ບໍ່ທັນຍື່ນຄຳຮ້ອງເທື່ອ ແລະ ບໍ່ເຄີຍຈ້າງເງິນເຂົ້າຕຳຫຼວດ 95 ລ້ານກີບແຕ່ຢ່າງໃດ”.

ທ່ານ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ກ່າວວ່າ: ຕໍ່ກັບເຫດການທີ່ມີການເຜີຍແຜ່ລົງເຟສບຸກ ເຊິ່ງສ້າງຄວາມເສື່ອມເສຍໃຫ້ແກ່ກຳລັງ ປກສ ແຂວງຫົວພັນ ເວົ້າລວມກໍຄືກຳລັງປ້ອງກັນຄວາມສະຫງົບ. ດັ່ງນັ້ນ, ພວກເຮົາຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ກໍ່ໄດ້ຮີບຮ້ອນລົງສົມທົບກັບ ປກສ ເມືອງແອດ ເພື່ອເກັບກຳຂໍ້ມູນລະອຽດ ຫາກພະນັກງານຄົນໃດມີການຮຽກເອົາເງິນ ຫຼື ສວຍໃຊ້ໜ້າທີ່ແອບອ້າງສໍ້ໂກງຊັບຂອງພົນລະເມືອງ ກໍ່ຈະໄດ້ປະຕິບັດວິໄນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ທ່ານ ພັອ ເພັດສອນ ອິນສຸພັນ ຍັງໄດ້ກ່າວຕື່ມວ່າ: ການບັນຈຸບຸກຄະລະກອນເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ແມ່ນມີຫຼາຍຂັ້ນຕອນ, ມີການກວດກາຢ່າງລະອຽດ, ໂດຍບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ພາກສ່ວນໃດກໍ່ຕາມແລ່ນຮັບຈ້າງ ເພື່ອເອົາຄົນມາເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ຢ່າງເດັດຂາດ ຖ້າຫາກພໍ່ແມ່ປະຊາຊົນພົບເຫັນ ບຸກຄົນໃດ, ກຸ່ມຄົນໃດ ບໍ່ວ່າຈະເປັນພະນັກງານ, ທະຫານ, ຕຳຫຼວດ ທີ່ມີການເຄື່ອນໄຫວສະເໜີແລ່ນເອົາຄົນເຂົ້າກຳລັງໂດຍຮຽກຮ້ອງຄ່າໃຊ້ຈ່າຍ ຂໍໃຫ້ຊ່ວຍແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງ, ປກສ ແຂວງ ຫຼື ເຈົ້າໜ້າທີ່ກ່ຽວຂ້ອງຢ່າງຮີບດ່ວນ ເພື່ອປ້ອງກັນ ແລະ ສະກັດກັ້ນ ຄວາມສູນເສຍທາງດ້ານຊັບສິນຂອງປະຊາຊົນ ໄດ້ທັນເວລາ, ພ້ອມທັງສາມາດປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ.

ສິ່ງສຳຄັນ, ພໍ່ແມ່ປະຊາຊົນ ທີ່ນຳໃຊ້ສື່ສັງຄົມອອນລາຍ ກໍ່ໃຫ້ມີສະຕິ, ຄິດລະອຽດກ່ອນເຜີຍແຜ່ ຖ້າຫາກເຜີຍແຜ່ຂໍ້ມູນທີ່ບໍ່ມີຄວາມຈິງ ອາດຈະເຮັດໃຫ້ຄົນບໍ່ດີນຳໄປສ້າງກະແສໃນທາງທີ່ບໍ່ດີ ເຊິ່ງຈະສົ່ງຜົນກະທົບຕໍ່ຕົນເອງ, ຕໍ່ຄອບຄົວ ແລະ ສ້າງຄວາມເສື່ອມເສຍຕໍ່ບົດບາດການນຳພາຂອງພັກ-ລັດ ແລະ ປະເທດຊາດ.

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...