spot_img
Homeຂ່າວອຸບັດຕິເຫດອຸບັດຕິເຫດເຮັດໃຫ້ເດັກອາຍຸ 8 ປີ ເສຍຊິວິດຄາທີແລ້ວຂັບລົດຫຼົບໜີ

ອຸບັດຕິເຫດເຮັດໃຫ້ເດັກອາຍຸ 8 ປີ ເສຍຊິວິດຄາທີແລ້ວຂັບລົດຫຼົບໜີ

Published on

ເວລາປະມານ 23:54 ໂມງຂອງວັນທີ 29 ມີນາ 2023 ຜ່ານມາ, ເກີດອຸບັດຕິເຫດຕຳແລ້ວໜີ ຢູ່ເສັ້ນທາງເຂດບ້ານ ຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊິວິດ 1 ຄົນ.

ເຈົ້າໜ້າທີ່ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນວ່າ: ລົດເກັງ ສີຂາວ ຍີ້ຫໍ້ DYD ( ລົດໄຟຟ້າ ) ບໍ່ຕິດປ້າຍທະບຽນ, ຂັບຂີ່ໂດຍທ້າວ ພູນຊໍາ, ອາຍຸ 43 ປີ, ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ, ຜູ້ກ່ຽວໄດ້ຂັບຂີ່ລົດມາແຕ່ເສັ້ນທາງບ້ານພະຂາວ ຈຸດປະສົງຈະຂັບຂີ່ກັບບ້ານຂອງຕົນເອງ ແຕ່ພໍຂັບຂີ່ມາຮອດເສັ້ນທາງ 4 ແຍກ ( ໜ້າໂຮງແຮມຄອນປະສົງ ) ໄດ້ເກີດອຸບປະຕິເຫດ ຕໍາກັບລົດຈັກ ເວບ 100, ປ້າຍທະບຽນ ຈກ 3244 ກໍາແພງນະຄອນ ທີ່ຂັບຂີ່ມາແຕ່ເສັ້ນທາງບ້ານສີວິໄລ, ຜູ້ຂັບຂີ່ຊື່ທ້າວ ສາຍຝົນ, ອາຍຸ 41 ປີ, ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ໃນນັ້ນ ມີຜູ້ຊ້ອນທ້າຍ 1 ຄົນ ຊຶ່ງເປັນລູກສາວ ຊື່ ນາງ ມັນນີ ອາຍຸ 8 ປີ.

ພາຍຫຼັງເກີດເຫດ ເຮັດໃຫ້ເດັກນ້ອຍເສຍຊີວິດຄາທີ, ສວ່ນວ່າຜູ້ຂັບຂີ່ລົດເກັງ ໄດ້ຂັບລົດຫຼົບໜີ ບໍ່ຈອດລົດຈອດເບິ່ງຄູ່ກໍລະນີ້, ແຕ່ມີພົນລະເມືອງດີເຫັນເຫດການ ແລ້ວໄດ້ຂັບຂີ່ລົດນໍາລົດເກັງຄັນດັ່ງກ່າວ ແລ້ວແຈ້ງເຈົ້າໜ້າທີ່ໃຫ້ກັກຕົວຜູ້ກຽວພ້ອມຍ້ານພາຫະນະ, ປະຈຸບັນ ເຈົ້າໜ້າທີ່ກໍາລັງເກັບກໍາຂໍ້ມູນເພີ່ມຕື່ມ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
ຂໍສແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດໃນອຸບັດຕິເຫດຄັ້ງນີ້.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...