spot_img
Homeຄລິບ-ວິດີໂອລຸງວິໄລໄປອອກຮອດສື່ດັງຂອງໄທ

ລຸງວິໄລໄປອອກຮອດສື່ດັງຂອງໄທ

Published on

ຈາກກະລະນີ ທີມງານ ລາວໂພສຕ໌ ໄດ້ເຜີຍແຜ່ ເລື່ອງລາວຂອງລຸງວິໄລ ຜ່ານ Youtube ໍຊ່ອງ LaoPost Clip VDO ຂຸດນີ້ໃຊ້ເວລາ 2.28 ນາທີ ຖືກສ້າງຂຶ້ນໂດຍ ແອດມິນເຊີຍງ(ຜູ້ບໍລິຫານລາວໂພສຕ໌ແລະເຄືອຂ່າຍ) ໃນລະຍະເວລາບໍ່ນານ ມີເພຈວິວຫຼາຍເຕິບ ໜັງສືພິມ ຜູ້ຈັດການ ແມ່ນໜັງສືພິມຊື່ດັງຂອງປະເທດໄທ ໄດ້ຍ້ອງຍໍ ຊີວິດແລະເລື່ອງລາວຂອງລຸງວິໄລ ພາດຫັວຂໍ້ຂ່າວວ່າ ทำกินไม่อายใคร ไปดูลุงวิไลคนลับมีดแห่งเวียงจันทน์แกฟันเดือนละ 2 หมื่น
ມີການຂຽນຍ້ອງຍໍແລະເປັນໂຕຍ່າງທີ່ດີ
ເບິ່ງເລື່ອງຂອງລຸງວຶໄລ ຜ່ານສື່ຕ່າງປະເທດທີ່ www.manager.co.th
Clip VDO ເລື່ອງຂອງລຸງວິໄລ

ມີຜູ້ບອກວ່າ ອາຊີບທີ່ງ່າຍແລະໄດ້ເງິນດີ ຄືອາຊີບທີ່ລຸງວິໄລ ບ້ານນາຊາຍທອງໄຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຜູ້ນີ້ ຫາເງິນໄດ້ຈາກການຝົນມີດ ຝົນພ້າເດືອນລະ 5-6 ລ້ານກີບ ສາມາດລ້ຽງຄອບຄົວໄດ້ຢ່າງສະບາຍ

Add Chittalath ນັກຂຽນຊື່ດັງລາວໂພສຕ໌(ໝົວດໝູ່ຂ່າວຕ່າງປະເທດ) ສະແດງຄຳເຫັນວ່າ
ຄົນບ້ານດຽວກັນ! ຖ້າຈື່ບໍ່ຜິດ ລຸງຄົນນີ້ອາດແມ່ນຢູ່ໜ່ວຍ 11, ເພາະເຄີຍໆເຫັນລາວ
ຕອນລົງເກັບກຳສະຖິຕິຊາວໜຸ່ມບ້ານ, ທີມງານລາວໂພສຕ໌ ໄດ້ຕີແຜ່ຄລິບຂອງລຸງ
ແລະ ດຽວນີ້ ລຸງໄດ້ໂດ່ງດັງຂ້າມນ້ຳຂອງ ໄປອອກຮອດສື່ຂອງໄທ ເຊິ່ງເຂົາໄດ້ລາຍງານ
ເຖິງຄວາມດຸໝັ່ນ ແລະ ໜ້າຍົກຍ້ອງສັນລະເສີນ ເຖິງອາຊີບທີ່ຊື່ສັດສຸດຈະລິດຂອງ
ລາວ ເຊິ່ງບາງຄົນອາດເບິ່ງຂ້າມ, ແຕ່ນັ້ນຊ້ຳພັດສ້າງລາຍຮັບໃຫ້ລຸງໃນເດືອນໜຶ່ງ
ເທົ່າກັບເງິນເດືອນຂອງຂ້ອຍຕັ້ງສອງເທື່ອ! ນີ້ໄດ້ຢັ້ງຢືນໃຫ້ເຫັນອີກເທື່ອໜຶ່ງວ່າ ຄົນ
ເຮົາ ບໍ່ຈຳເປັນຈະຕ້ອງຮຽນໃຫ້ສູງ ຫລື ມີຖານະຕຳແໜ່ງທີ່ດີໃນການຈັດຕັ້ງ ກໍສາ
ມາດສ້າງລາຍຮັບທີ່ດີໃຫ້ຕົນເອງໄດ້ ວ່າແຕ່ມີ ” ຄວາມຊື່ສັດ ປະຢັດ ແລະ ອົດທົນ! “

ບົດຂ່າວ::ວັນໄຊ ດອນເມືອງ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...