Homeຂ່າວພາຍ​ໃນປກສ ນວ ຈັບ 2 ຊາຍໄວລຸ້ນທີ່ເຄື່ອນໄຫວຊິງຊັບມາ 46 ຄັ້ງ

ປກສ ນວ ຈັບ 2 ຊາຍໄວລຸ້ນທີ່ເຄື່ອນໄຫວຊິງຊັບມາ 46 ຄັ້ງ

Published on

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕິດຕາມຈັບ 2 ເປົ້າໝາຍ ທີ່ຮ່ວມກັນເຄື່ອນໄຫວຊິງຊັບ ປຸ້ນຊັບ ຢູ່ພາຍໃນນະຄອນຫຼວງວຽງຈັນ ລວມທັງໝົດ 46 ຄັ້ງ ມາດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງ ຊື່ທ້າວ ສຸກປະເສີດ ຫຼື ຕະ ຢູ່ບ້ານໂພນສົມບູນ ແລະ ທ້າວ ໄທເກີ ຢູ່ບ້ານໂນນສະຫວ່າງ ທັງສອງບ້ານ ຂຶ້ນກັບເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໃນເບື້ອງຕົ້ນ ຄະດີດັ່ງກ່າວນີ້, ນັບແຕ່ຕົ້ນປີ 2022 ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຫຼາຍຄົນ ວ່າ ມີຄົນຮ້າຍ 2 ຄົນ ໄດ້ນໍາໃຊ້ລົດຈັກ ເຄື່ອນໄຫວກໍ່ເຫດຊີງຊັບ-ປຸ້ນຊັບ ປະຊາຊົນທົ່ວນະຄອນຫຼວງວຽງຈັນ.

ດັ່ງນັ້ນ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງສີໂຄດຕະບອງ ກໍໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນຫຼັກຖານ ແລະ ໄດ້ຄັດຈ້ອນຂຶ້ນບັນຊີເປົ້າໝາຍຕິດຕາມ, ມາຮອດວັນທີ 7 ທັນວາ 2022 ກໍສາ ມາດຈັບເປົ້າໝາຍ ຊື່ ທ້າວ ສຸກປະເສິດ ໄດ້ຢູ່ຮ້ານກິນດື່ມແຫຼ່ງໜຶ່ງ ແລະ ມື້ຕໍ່ມາ ກໍຕິດຕາມຈັບ ທ້າວ ໄທເກີ ພ້ອມເກັບກູ້ລົດຈັກ ຄືນມາໄດ້ 2 ຄັນ.

อาจเป็นรูปภาพของ 1 คน และ ข้อความ

ຜ່ານການສອບສວນ ພວກກ່ຽວ ສາລະພາບວ່າ: ນັບແຕ່ຕົ້ນປີ 2022 ໄດ້ເຄື່ອນໄຫວຊິງຊັບມາແລ້ວ 42 ຄັ້ງ, ປຸ້ນເອົາລົດຈັກ 4 ຄັ້ງ ແລະ ກ່ອນຈະຖືກຕິດຕາມຈັບ ແມ່ນໄດ້ຊິງຊັບ ຢູ່ຕະຫຼາດລາວອົດຊີ ແລ້ວພາກັນລົບໜີໄປຢູ່ຕ່າງແຂວງ.

อาจเป็นรูปภาพของ 1 คน และ ข้อความ

ປັດຈຸບັນຄະດີດັ່ງກ່າວ,ເຈົ້າໜ້າທີ່ ປກສ ເມືອງ ສີໂຄດຕະບອງ ໄດ້ສອບສວນຂະຫຍາຍຜົນ ເພື່ອຊອກຫາພວກຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ ປກສ ນະຄອນຫຼວງ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...