Homeແຈ້ງການ6 ຂໍ້ຫ້າມໃນການຫຼິ້ນບຸນປີໃໝ່ 2023 ທີ່ແຂວງຫຼວງພະບາງ

6 ຂໍ້ຫ້າມໃນການຫຼິ້ນບຸນປີໃໝ່ 2023 ທີ່ແຂວງຫຼວງພະບາງ

Published on

ແຂວງຫຼວງພະບາງອອກແຈ້ງການ ກ່ຽວກັບການເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນຊ່ວງ ໄລຍະການ ສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2023

ເພື່ອເປັນການປົກປັກຮັກສາງານບຸນປະເພນີທີ່ສໍາຄັນຂອງຊາດເວົ້າລວມ, ເວົ້າສະເພາະຂອງຊາວແຂວງຫຼວງພະບາງ (ເມືອງ ມໍລະດົກໂລກ) ໃຫ້ຢູ່ຄຽງຄູ່ກັບວັດຖະນາທໍາຮີດຄອງປະເພນີອັນດີງາມ ທີ່ເຄີຍຮັກສາ ແລະ ສືບທອດມາແຕ່ດຶກດໍາບັນ; ງານບຸນປີໃ ຫມໍລາວແມ່ນງານບຸນທີ່ຍິ່ງໃຫຍ່ ເຊີ່ງຈະໄດ້ຈັດຂື້ນໃນທຸກໆປີ, ສະເພາະແຂວງຫຼວງພະບາງຈະມີເອກະລັກທີ່ແຕກຕ່າງກັບບ່ອນອື່ນ ເຮັດໃຫ້ແຂກພາຍໃນ ແລະ ຕ່າງປະເທດເຂົ້າມາທອ່ງທຽວຫຼາຍທີ່ສຸດ; ໃນປີນີ້ຈະໄດ້ຈັດຂື້ນລະຫວ່າງວັນທີ 11-20 ເມສາ 2023; ສະນັ້ນຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຍົກສູງສະຕິ, ຄວາມຮັບຜິດຊອບໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ງານບຸນດັ່ງກ່າວດໍາເນີນໄປດ້ວຍຄວາມເບີກບານມວ່ນຊື່ນສະຫງົບປອດໄພ.

II. ບັນດາຂໍ້ຫ້າມ:
1. ຫ້າມຂັບຂີ່ລົດໃນສະພາບມືນເມົາ, ຂັບຂີ່ລົດເປັນກຸ່ມແກ້ງ ແລະ ຂີ່ລົດກວນເມືອງ, ໃຊ້ຄວາມແຮງເກີນກໍານົດ ຫຼື ຂັບຂີ່ແຊງຂວາ ເປີດສຽງດັງຕາມເສັ້ນທາງ.

2. ຫ້າມໃຊ້ພາຫະນະບັນຈຸຖັງນໍ້າ, ຄູນໍ້າ ຫຼື ທໍ່ຢ່າງຕໍ່ນໍ້າຈາກເຮືອນອອກມາ ເພື່ອຫົດນໍ້າໃສ່ຜູ້ເດີນທາງໄປ-ມາ ຕາມຖະຫນົນ ແລະ ຫ້າມລວມຕົວກັນເປັນກຸ່ມເຕັ້ນ, ຟ້ອນຕາມເສັ້ນທາງ ແລະ ແຄມທາງຢ່າງເດັດຂາດ.

3. ຫ້າມບໍ່ໃຫ້ໃຊ້ນໍ້າເປີະເປື້ອນ, ນໍ້າສີ, ນໍ້າປົນກັບພືດຄັນຄາຍ, ນໍ້າກ້ອນໃສ່ຖົງຢາງຫົດ ຫຼື ແກ່ວງໃສ່ກັນ ແລະ ບໍ່ໃຫ້ນຸ່ງເຄຶ່ອງສັ້ນ- ເຂີນຢົ້ວຍວນ ທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີ; ບໍ່ໃຫ້ໃຊ້ພາຫະນະແຮ່ຄົບງັນຕາມທ້ອງຖະຫນົນ; ບໍ່ຂັບຂີ່ລົດເປັນພຶງເປັນແພ- ແລ່ນລົດໄວເກີນຂອບເຂດ.

4. ບັນດາຫົວຫນ່ວຍທຸລະກິດບັນເທິງ, ຮ້ານກິນດື່ມຕ່າງໆ ໃຫ້ປະຕິບັດຕາມແຈ້ງການ ແລະ ຄໍາສັ່ງຂອງພາກສ່ວນກ່ຽວຂ້ອງ ວາງ ອອກຢ່າງເຂັ້ມງວດ.

5. ການດໍາເນີນກິດຈະກໍາຕ່າງໆ ຢູ່ພາຍໃນຄອບຄົວ ຫ້າມບໍ່ໃຫ້ເປີດເຄື່ອງສຽງເນື່ອງນັນເກີນຂອບເຂດ ແລະ ຕ້ອງຍຸດເຊົາໃນເວລາ 23:30 ນາທີ (11:30 ນາທີ ຄອນຄ່ຳ).

6. ຫ້າມບໍ່ໃຫ້ຜູ້ໂດຍສານນັ່ງຫົວລົດເວລາຂັບລົດໄປຕາມເສັ້ນທາງ; ລົດບັນທຸກສິນຄ້າ-ລົດໂດຍສານບໍ່ຕ່າງເຄື່ອງເກີນຂອບເຂດ, ຜູ້ ຂັບຂີ່ພາຫະນະທຸກປະເພດຕ້ອງປະຕິບັດຕາມປ້າຍສັນຍານຈະລາຈອນ ແລະ ກົດລະບຽບການສັນຈອນຢ່າງເຄັ່ງຄັດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...