Homeຂ່າວເຫດການພົບຮ່າງຜູ້ເສຍຊີວິດ ທີ່ໂດດລົງນ້ຳຂອງ

ພົບຮ່າງຜູ້ເສຍຊີວິດ ທີ່ໂດດລົງນ້ຳຂອງ

Published on

ໃນເວລາທ່ຽງຄືນຂອງວັນທີ 22 ມີນາ 2023 ຜ່ານມາ, ເກີດເຫດຄົນໂດດລົງຂົວຂ້າມນໍ້າຂອງປາກເຊ ແຂວງຈຳປາສັກ ຕາມການລາຍາງນຂອງຜູ້ເຫັນເຫດການໄດ້ເລົ່າວ່າ: ຜູ້ກ່ຽວເປັນຜູ້ຊາຍ ອາຍຸປະມານ ຊາວປາຍປີ ຂີ່ລົດຄິກໄອ ທະບຽນ 8183 ໃສ່ຊຸດກິລາ ເສື້ອແດງໂສ້ງສີຂາວ ຂື້ນນັ່ງງອຍຄານຂົວຂ້າມນໍ້າຂອງປາກເຊ ເຊິ່ງຜູ້ຢູ່ໃນເຫດການໄດ້ຖາມວ່າມາຫຍັງ ລາວກໍໄດ້ຕອບວ່າມານັ່ງແນມຫາເອື້ອຍອີນແຕ່ງ ຄັນສິເຂົ້າໃກ້ເພີ່ນເພີ່ນກະຂູ່ສິໂດດລົງນໍ້າຂອງ.

ຫຼ້າສຸດໃນວັນທີ 24 ມີນາ 2023 ເວລາ 1:00 ນາທີ, ເຈົ້າໜ້າທີ່ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກໄດ້ພົບສົບຂອງຜູ້ເສຍຊີວິດແລ້ວ ເຂດເຮືອແພເຈົ້ານາງ ຫຼັງຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ທຳການນຳຮ່າງຜູ້ເສຍຊີວິດຂຶ້ນມາ ແລະ ນຳໄປທຳພິທີທາງສາດສະໜາ.

ຂໍ້ມູນ: ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...