spot_img
Homeຂ່າວພາຍ​ໃນພາສີ ພສປ ປະຈຳຈຸດປະສານງານນາເລົ່າ ຢຶດລົດ VIGO 2 ຄັນດໍາເນີນຄະດີຕາມລະບຽບກົດໝາຍ

ພາສີ ພສປ ປະຈຳຈຸດປະສານງານນາເລົ່າ ຢຶດລົດ VIGO 2 ຄັນດໍາເນີນຄະດີຕາມລະບຽບກົດໝາຍ

Published on

ໃນວັນທີ 21 ມີນາ 2023 ຜ່ານມານີ້ ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເລົ່າ ເມືອງປາກກະດິງ ແຂວງບໍລິຄຳໄຊ, ໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວພົນລະເມືອງດີວ່າມີລົດກະບະ TOYOTA VIGO 4 ປະຕູ, ຈໍານວນ ຄັນ, ບໍ່ໃສ່ປ້າຍທະບຽນແລ່ນຢູ່ເສັ້ນທາງເຂດເມືອງປາກກະດິງ ແຂວງບໍລິຄຳໄຊ.

ຜ່ານການກວດກາສອບຖາມເບື້ອງຕົ້ນເຫັນວ່າ: ເປັນລົດບໍ່ມີເອກະສານຢັ້ງຢືນເສຍພາສີ-ອາກອນ ແລະ ພັນທະອຶ່ນໆ. ທາງເຈົ້າໜ້າທີ່ພາສີຈຶ່ງໄດ້ນຳເອົາລົດທັງ ຄັນມອບໃຫ້ພາສີປະຈຳແຂວງບໍລິຄຳໄຊ ເພື່ອດຳເນີນຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.

ພະແນກສືບສວນ-ສອບສວນ ເເລະ ປາບປາມການລັກລອບໜີພາສີ (ພສປ) ປະກອບດ້ວຍ 3 ຂະແໜງ ແລະ 14 ຈຸດປະສານງານໃນຂອບເຂດທົ່ວປະເທດ ຂຶ້ນກັບກົມພາສີ ກະຊວງການເງິນ, ໂດຍເຄື່ອນໄຫວວຽກງານວິຊາສະເພາະ ຕາມພາລະບົດບາດສິດໜ້າທີ່ຢ່າງເຂັ້ມງວດ.

ທີ່ມາ ກະຊວງການເງິນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...