Homeນານາສາລະວິທີຮັບມື ກັບແສງແດດ ແລະ ອາກາດຮ້ອນ

ວິທີຮັບມື ກັບແສງແດດ ແລະ ອາກາດຮ້ອນ

Published on

ໃນປັດຈຸບັນປະເທດລາວກຳລັງຜະເຊີນກັບສະພາບອາກາດທີ່ມີຄວາມຮ້ອນສູງເຖິງ 38-40 ອົງສາ ດັ່ງນັ້ນ, ເພື່ອເປັນການປ້ອງກັນຈາກການສະພາບອາກາດທີ່ຮ້ອນແຮງ ທາງທີມງານລາວໂພສມີ 7 ວິທີຮັບມືກັບອາກາດຮ້ອນມາແນະນຳ ເຊິ່ງຈະມີວິທີໃດແນ່ໄປຕິດຕາມກັນເລີຍ:

1. ດື່ມນ້ຳຫຼາຍໆ, ບໍ່ຈຳເປັນຕ້ອງຖ້າໃຫ້ຮູ້ສຶກຢາກ ແຕ່ຄວນດື່ມນ້ຳເພື່ອຊົດເຊີຍ ເຫື່ອທີ່ອອກຕາມຜິວໜັງ.

2. ຫຼີກຫຼ່ຽງເຄື່ອງດື່ມທີ່ມີທາດຄາເຟອິນ ແລະ ເອວກໍຮໍ ເພາະສານເຫຼົ່ານີ້ຈະກຳຈັດນ້ຳອອກຈາກຮ່າງກາຍໄດ້ຫຼາຍກວ່າປົກກະຕິ.

3. ສວມໃສ່ເສື້ອຜ້າໃຫ້ເໝາະກັບສະພາບອາກາດ ຕົວຢ່າງເຊັ່ນ: ເສື້ອສີຂາວ ຄວນໃສ່ເສື້ອໂຕໃຫຍ່ເພື່ອໃຫ້ລະບາຍອາກາດໄດ້ດີ ຄວນຫຼີກຫຼ່ຽງການໃສ່ເສື້ອສີດຳທີ່ສາມາດດຶງດູດຄວາມຮ້ອນໄດ້.

4. ທາຄີມກັນແດດ ຫຼື ໂລຊັ່ນກັນແດດ ສວມໃສ່ແວ່ນກັນແດດ ແລະ ໝວກເພື່ອປ້ອງກັນຜິວຈາກແສງແດດຮ້ອນ ແລະ ລັງສີຍູວີ ເມື່ອອອກໄປຂ້າງນອກ.

5. ຫຼີກ​ລ່ຽງ​ແດດ​ຮ້ອນແຮງ ໂດຍສະເພາະໃນເວລາກາງເວັນທີ່ແສງແດດຈ້າ ເພື່ອຫຼຸດຜ່ອນການສໍາຜັດກັບອາກາດຮ້ອນ, ແສງແດດແລະລັງສີ ຍູວີ ທີ່ເປັນອັນຕະລາຍຕໍ່ຜິວຫນັງແລະຮ່າງກາຍ.

6. ຈັດເຮືອນໃຫ້ເໝາະສົມກັບສະພາບອາກາດ ໂດຍໃຊ້ຜ້າກັ້ງບັງແດດທີ່ບໍ່ມີຄວາມໜາເກີນ ຫຼື ປູກຕົ້ນໄມ້ຢູ່ໃນເຮືອນ ເພື່ອ​ໃຫ້​ມີຄວາມຮົ່ມ​ເຢັນເຊັ່ນ​ດຽວ​ກັນ​.

7. ເອົາໃຈໃສ່ເບິ່ງແຍງຜູ້ສູງອາຍຸ ເມື່ອອອກໄປເຮັດກິດຈະກຳນອກເຮືອນ ຄວນເອົາຂໍ້ມູນສ່ວນຕົວ ແລະ ເບີໂທຕິດຕໍ່ ໂດຍ​ສະ​ເພາະ​ແມ່ນ​ຜູ້​ສູງ​ອາ​ຍຸ​ທີ່​ຢູ່​ຄົນ​ດຽວ​ ເພື່ອເປັນປະໂຫຍດໃນກໍລະນີສຸກເສີນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...